ກ້ອນກໍາລັງຂະແຫນງການກະສິກໍາ ແລະ ປ່າໄມ້ ໃນພິທີສະເຫຼີມສະຫຼອງ ວັນຊາດ 2 ທັນວາ 2015 ຄົບຮອບ 40 ປີ

1 12342781_10201031969596697_3823312693397040351_n

ຂະແໜງກະສິກຳ ແລະ ປ່າໄມ້ ແມ່ນຂະແໜງການໜື່ງທີ່ສຳຄັນໃນໂຄງປະກອບເສດຖະກິດແຫ່ງຊາດ 40 ປີທີ່ຜ່ານມາໄດ້ເຮັດໃຫ້ອັດຕາສ່ວນການຂະຫຍາຍຕົວດ້ານກະສິກຳ ແລະ ປ່າໄມ້ 2,8 ຫາ 3,1% ຕໍ່ປີ ກວມເອົາອັດຕາສ່ວນຂອງ GDP  ລວມທົວປະເທດ 24% ບັນລຸຕາມແຜນການ ອັນໄດ້ປະກອບສ່ວນເຂົ້າໃນອັດຕາສ່ວນການຂະຫຍາຍຕົວຂອງ GDP ລວມທົວປະເທດ ເພີ່ມຂື້ນບໍ່ຫຼຸດ 8% ຕໍ່ປີ ອັນພົ້ນເດັ່ນແມ່ນໃນປີ 2015 ນີ ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ ໄດ້ມອບໃບຢັ້ງຢືນຢ່າງສົມກຽດໃຫ້ແກ້ ສປປ ລາວ ທີ່ໄດ້ບັນລຸຕາມຄາດໝາຍສະຫັດສະຫວັດທີ 01 ໃນການຫຼຸດຜ່ອນການຂາດແຄນດ້ານສະບຽງອາຫານ ແລະ ແກ້ໄຂຄວາມທຸກຍາກຈາກ 42% ໃນປີ 1990 ມາເປັນ 18% ໃນປີ

12301470_10201031968956681_7512159227237862059_n 12301767_10201031967796652_9119651459412503173_n (1) IMG_1425 IMG_1407 IMG_1406 IMG_1397 IMG_1433 IMG_1442

2015 ຜະລິດເຂົ້າເປືອກໄດ້ພຽງ 600,000 ໂຕນໃນປີ 1975, ມາຮອດປີ 2015 ຜະລິດໄດ້ 4,2 ລ້ານໂຕນ ເພີ່ມຂື້ນ 7 ເທື່ອ, ໃນທົ່ວປະເທດມີເຂົ້າກິນພຽງພໍ ແລະ ມີສ່ວນແຮ່ໄວ້ ແລະ ຂາຍອອກຈຳນວນໜື່ງ, ການຜະລິດພືດປີ 1976 ຜະລິດໄດ້ພຽງ 28,400 ໂຕນ, ມາຮອດປີ 2015 ສາມາດຜະລິດໄດ້ 1,4 ລ້ານໂຕນ ເພີ່ມຂື້ນ 49 ເທື່ອ, ຝູງສັດລ້ຽງຂະຫຍາຍຕົວສະເລ່ຍ 5% ຕໍ່ປີ, ການບໍລິໂພກຊີ້ນຂອງສັງຄົມໃນປີ 2014 ສະເລຍ 55 ກິໂລ ຕໍ່ຄົນຕໍ່ປີ ບັນລຸໄດ້ຕາມແຜນການ, ມີປ່າຜະລິດແຫ່ງຊາດ 51 ແຫ່ງ ມີເນື້ອທີ່ 3,1 ລ້ານເຮັກຕາ ໄດ້ສຳເລັດການສຳຫຼວດແລ້ວ 100%

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ