ກອງປະຊຸມແລກປ່ຽນບົດຮຽນການຜະລິດເຂົ້າ ຂອງຊາວກະສິກອນ

IMG_4147 IMG_4144

ເພື່ອຜັນຂະຫຍາຍ 3 ແຜນງານໃຫຍ່ ຂອງກະຊວງກະສິກໍາ ແລະປ່າໄມ້ ວາງອອກ, ປະຕິບັດແຜນການຜະລິດກະສິກໍາແຕ່ປີ 2016 ຫາ 2020  ແລະແຜນຍຸດທະສາດ ດ້ານກະສິກໍາ ປ່າໄມ້ ຮອດປີ 2025 ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ, ປັດໃຈໜຶ່ງທີ່ຈໍາເປັນ ແລະຂາດບໍ່ໄດ້ນັ້ນກໍ່ແມ່ນການຄົ້ນຄວ້າທົດລອງ, ເຜີຍແຜ່ ແລະການຖ່າຍທອດເຕັກນິກ-ວິທະຍາສາດ ກະສິກໍາ ແລະປ່າໄມ້ ໃຫ້ແກ່ພະນັກງານ ແລະຊາວກະສິກອນ ເພື່ອຫັນປ່ຽນຮູບແບບການຜະລິດກະແຈກກະຈາຍ ໄປສູ່ການຜະລິດເປັນສິນຄ້າດ້ານກະສິກໍາ ຈໍາເປັນຕ້ອງໄດ້ນໍາໃຊ້ພາຫະນະເຕັກນິກການຜະລິດ ແລະວິທະຍາການທີ່ກ້າວໜ້າເຂົ້າຊ່ວຍ ເພື່ອຍົກສະມັດຕະພາບ ແລະຫຼຸດຜ່ອນຕົ້ນທຶນການຜະລິດ. ໃນວັນທີ 24 ພະຈິກ 2016 ທີ່ຜ່ານມາ, ກົມສົ່ງເສີມກະສິກໍາ ແລະສະຫະກອນ,​ ກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນການຜະລິດເຂົ້າ ຂອງຊາວກະສິກອນ ໃຫ້ກຽດເປັນປະທານໂດຍ ທ່ານ ປະລິນຍາເອກ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້, ມີທ່ານ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້,ຫ້ອງການ, ກົມ, ສະຖາບັນ, ສູນ, ພ້ອມດ້ວຍບັນດານັກວິຊາການສົ່ງເສີມ ແລະຊາວກະສິກອນ ທີ່ມາຈາກ 9 ແຂວງ ແລະນະຄອນຫຼວງ ເຂົ້າຮ່ວມທັງໝົດ 60 ກວ່າທ່ານ.

        ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອເປັນການຖອດຖອນບົດຮຽນຈາກພຶດຕິກໍາຕົວຈິງ ຂອງຊາວກະສິກອນເອງ ດ້ວຍວິທີການນໍາສະເໜີບາງບົດຮຽນທີ່ດີເດັ່ນ ຂອງຄອບຄົວຕົວແບບຊາວກະສິກອນຈາກບາງແຂວງ. ພ້ອມດຽວກັນນີ້, ໃນທີ່ປະຊຸມຍັງໄດ້ຮັບຟັງ ການສະເໜີຂອງກົມວິຊາການທີ່ກ່ຽວຂ້ອງ ຕໍ່ກັບການຜະລິດເຂົ້າ. ນອກນັ້ນ, ບັນດາຜູ້ແທນກອງປະຊຸມຍັງໄດ້ຄົ້ນຄວ້າແລກປ່ຽນບົດຮຽນ ແລະປະກອບຄໍາເຫັນ ເພື່ອນໍາເອົາເຕັກນິກວິຊາການໃນການຜະລິດເຂົ້າທີ່ດີ ໄປຜັນຂະຫຍາຍອອກສູ່ວົງກວ້າງ ໃນແຕ່ລະທ້ອງຖິ່ນຕາມເງື່ອນໄຂທີ່ເໝາະສົມ ພ້ອມທັງເຮັດໃຫ້ການຜະລິດເຂົ້າ ຢູ່ແຕ່ລະແຂວງນັ້ນໄດ້ຮັບການຂະຫຍາຍຕົວ ແລະມີປະສິດທິຜົນສູງນໍາອີກ.

ຂຽນຂ່າວໂດຍ: ສອນເພັດ ສຸລິພອນ

28 ພະຈິກ 2016

ກວດແກ້ໂດຍ: ທ່ານ ເຂັມພອນ ທິພົມມະຈັນ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ