ພິທີເໍັຊັນສັນຍາຮ່ວມມືລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ສາທາລະນະລັດ ອິນເດຍ

000001

ເພື່ອເປັນຜັນຂະຫຍາຍ ເນື້ອໃນຈິດໃຈ ຂອງ ກອງປະຊຸມ ກໍາມະທິການຮ່ວມ ກ່ຽວກັບ ການຮ່ວມມື ສອງຝ່າຍລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ສາທາລະນະລັດ ອິນເດຍ ຄັ້ງທີ 7 ໃນວັນທີ 9 ກັນຍາ (9) 2013 ທີ່ ນະຄອນຫຼວງວຽງຈັນ, ພິທີເຊັນລົງນາມ ບົດບັນທຶກຄວາມເຂົ້າໃຈ (MOU) ຂອງ ໂຄງການຊົນລະກະເສດ ແລະ ໂຄງການກໍ່ສ້າງວິທະຍາໄລກະສິກໍາ ພາກໃຕ້ ທີ່ແຂວງຈໍາປາສັກ ລະຫວ່າງ ກະຊວງ ກະສິກໍາ ແລະ ປ່າໄມ້ ແລະບໍລິສັດທີ່ປຶກສາ ເວບໂຄດ ( WAPCOS ) ຈໍາກັດ ໄດ້ຈັດຂຶ້ນໃນວັນທີ 1 ກໍລະກົດ (7) 2014 ທີ່ ກະຊວງ ກະສິກໍາ ແລະປ່າໄມ້, ໂດຍມີ ພະນະທ່ານ ວິໄລວັນ ພົມເຂ, ລັດຖະມົນຕີວ່າການ ກະຊວງ ກະສິກໍາ ແລະ ປ່າໄມ້, ພະນະທ່ານ ດຣ ພວງປາຣິສັກ ປຣະວົງວຽງຄໍາ, ລັດຖະມົນຕີຊ່ວຍວ່າການ ກະຊວງ ກະສິກໍາ ແລະປ່າໄມ້ ແລະ ທ່ານ C. Kururaj RAO, ເອກອັກຄະລັດຖະທູດ ອິນເດຍ ປະຈໍາ ສປປ ລາວເຂົ້າຮ່ວມເປັນພິຍານຈຸດປະສົງຂອງ ການເຊັນບົດບັນທຶກຄວາມເຂົ້າໃຈ ໃນຄັ້ງນີ້ ແມ່ນເພື່ອເສີມຂະຫຍາຍສາຍພົວພັນທີ່ມີຢູ່ ລະຫວ່າງສອງປະເທດໂດຍການນໍາໃຊ້ ການບໍລິການ ແລະ ປະສົບການດ້ານວິຊາການຂອງບໍລິສັດ ທີ່ປຶກສາ WAPCOS ຈໍາກັດ. ບໍລິສັດ ທີ່ປຶກສາ WAPCOS ຈໍາກັດແມ່ນລັດວິສະຫະກິດທີ່ຂຶ້ນກັບກະຊວງຊັບພະຍາກອນນໍ້າ, ໄດ້ດໍາເນີນການສຶກສາແລະ ເຮັດບົດລາຍງານ ຄວາມເປັນໄປໄດ້ໃນການສ້າງທັງສອງໂຄງການ. ໃນປະຈຸບັນ, ບໍລິສັດດັ່ງກ່າວແມ່ນໃຫ້ການບໍລິການ ໃຫ້ການປຶກສາ ດ້ານການຄຸ້ມຄອງໂຄງການ ສໍາລັບບັນດາເຂື່ອນເກັບນໍ້າ ຢູ່ແຂວງໄຊຍະບູລີ, ສະຫວັນນະເຂດ ແລະ ວຽງຈັນ.
ໃນການເຊັນລົງນາມບົດບັນທຶກຄວາມເຂົ້າໃຈ ສໍາລັບ ໂຄງການກໍ່ສ້າງວິທະຍາໄລຫະສິກໍາ ພາກໃຕ້ ທີ່ແຂວງຈໍາປາສັກ, ຕາງໜ້າລັດຖະບານລາວ ກໍຄື ກະຊວງ ກະສິກໍາ ແລະ ປ່າໄມ້ ແມ່ນ ທ່ານ ນ. ປິ່ງຄໍາ ລາຊາຊິມມາ,ຫົວໜ້າ ກົມຈັດຕັ້ງ ແລະ ພະນັກງງານ ແລະ ທ່ານ K.R. Gupta, ປະທານຜູ້ບໍລິຫານ ບໍລິສັດທີ່ປຶກສາ WAPCOS ຈໍາກັດ. ຈຸດປະສົງ ແມ່ນເພື່ອ ສ້າງວິທະຍາໄລກະສິກໍາ ແລະ ສູນຝຶກອົບຮົມ ຢູ່ແຂວງຈໍາປາສັກເພື່ອແກ້ໄຂບັນຫາ ແລະ ສະໜັບສະໜູນດ້ານການເງິນ, ເຊັ່ນ: ການຝຶກອົບຮົມຂອງຄູສອນໃຫ້ຍົກລະດັບຊັ້ນປະລິນຍາຕີ ແລະ ເອກ ແລະ ຄວາມຕ້ອງການ ຍົກລະດັບ ຢູ່ ພາຍໃນ ແລະ ຕ່າງປະເທດ. ຍົກລະດັບດ້ານຫຼັກສູດການຮຽນການສອນ ເພື່ອເຊື່ອມໂຍງເຂົ້າກັບການພັດທະນາວິສະຫະກິດດ້ວຍການເພີ່ມຄວາມສໍານິສໍານານດ້ານການສົ່ງເສີມແລະ ທຸລະກິດ. ຍົກລະດັບດ້ານພື້ນຖານໂຄງລ່າງລວມທັງ ຕຶກອາຄານ, ຫ້ອງການ, ຫ້ອງຮຽນ, ຫ້ອງທົດລອງ, ຫໍພັກ, ຫ້ອງການຄະນະກໍາມະການ ແລະ ຖະນົນຫົນທາງ. ພັດທະນາພື້ນຖານໂຄງລ່າງເພື່ອການຝຶກອົບຮົມໃນການສົ່ງເສີມ ແລະ ລະບົບການສົ່ງເສີມ ເຊື່ອມໂຍງກັບ ຕະຫຼາດແຮງງານ. ພ້ອມນັ້ນ ກໍປັບປຸງ ການຄຸ້ມຄອງ, ການຊ່ວຍເຫຼືອຕົນເອງ ແລະ ຄວາມຮັບຜິດຊອບຕ່າງໆ. ການນໍາໃຊ້ກົນຈັກການກະສິກໍາຕ່າງໆ ເພື່ອເພີ່ມຜົນຜະລິດ ແລະ ສ້າງລາຍຮັບ.ໃນການເຊັນລົງນາມບົດບັນທຶກຄວາມເຂົ້າໃຈສໍາລັບ ໂຄງການຊົນລະກະເສດ, ຕາງໜ້າລັດຖະບານລາວ ກໍຄື ກະຊວງກະສິກໍາ ແລະ ປ່າໄມ້ ແມ່ນ ທ່ານ ໄມກອງ ພອນພົມມະວົງ, ຫົວໜ້າກົມຊົນລະປະທານ ແລະ ທ່ານ K.R. Gupta, ປະທານຜູ້ບໍລິຫານ ບໍລິສັດທີ່ປຶກສາ WAPCOS ຈໍາກັດ. ຈຸດປະສົງ ໂຄງການແມ່ນເພື່ອ ພັດທະນາ ວຽກງານຊົນລະກະເສດ ແລະລະບົບຊົນລະປະທານ ລວມທັງ ການນໍາໃຊ້ກົນຈັກກະສິກໍາ ທົ່ວຕ່ອງໂສ້ມູນຄ່າເພີ່ມ ສໍາລັບ ພືດສະບຽງອາຫານ ຢູ່ ແຂວງພາກໃຕ້ຂອງລາວ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ