ເອກອັກຄະລັດຖະທູດສະວີເດັນ ເຂົ້າຢ້ຽມຂໍ່ານັບທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້
ໃນຕອນບ່າຍຂອງວັນທີ 23 ມີນາ 2017 ທີ່ຜ່ານມານີ້ ທີ່ຫ້ອງຮັບແຂກຫ້ອງການກະຊວງກະສິກຳ ແລະ ປ່າໄມ້ ທ່ານ ສະເຕັບຟານ ເຮີສະຕຣອມ ເອກອັກຄະລັດຖະທູດສະວີເດັນ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ຈຸດປະສົງການເຂົ້າມາຢ້ຽມຂໍ່ານັບໃນຄັ້ງນີ້ເພື່ອປຶກສາຫາລືກ່ຽວກັບການຈັດກອງປະຊຸມສຳມະນາ ການພັດທະນາປ່າໄມ້ແບບຍືນຍົງ ລາວ-ສະວີເດັນ. ໃນໂອກາດດຽວກັນນີ້, ທ່ານຮອງລັດຖະມົນຕີກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ການເຂົ້າຢ້ຽມພົບປະຂອງ ທ່ານ ສະເຕັບຟານ ເຮີສະຕຣອມ ພ້ອມດ້ວຍຄະນະ ພ້ອມທັງໄດ້ລາຍງານກ່ຽວກັບຄວາມສຳຄັນຂອງປ່າໄມ້ກັບການຮັກສາສິ່ງແວດລ້ອມ ຕິດພັນກັບການປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວ ເພື່ອໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ເຊິ່ງແມ່ນເປົ້າໝາຍ
ລວມຂອງລັດຖະບານ ກໍ່ຄືເປົ້າໝາຍບັນລຸເນື້ອທີ່ປົກຫຸ້ມປ່າໄມ້ໃຫ້ໄດ້ 70% ຕາມຍຸດທະສາດປ່າໄມ້ຮອດປີ 2020 ແລະ ຕາມທິດສີຂຽວແບບຍືນຍົງ. ຈາກນັ້ນ, ທ່ານເອກອັກຄະລັດຖະທູດໄດ້ລາຍງານກ່ຽວກັບ ສະພາບການນຳໃຊ້ປ່າໄມ້ໃນປະເທດສີວີເດັນ ໂດຍເຫັນໄດ້ຄວາມສຳຄັນໃນການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາປ່າໄມ້ແບບຍືນຍົງ. ສະນັ້ນ, ຕ້ອງໄດ້ສຸມໃສ່ການສ້າງຄວາມອາດສາມາດໃນການຄຸ້ມຄອງປ່າໄມ້ ແລະ ໃນໄລຍະຜ່າມາທາງລັດຖະບານສະວີເດັນກໍ່ໄດ້ໃຫ້ການຊ່ວຍເຫຼືອ ສປປລາວ ເຊັ່ນ: ໂຄງການຊີດາ (SIDA), ໂຄງການຮ່ວມມືລາວ-ສະວີເດັນ (ຊູແອດ).
ນະຄອນຫຼວງວຽງຈັນ, ວັນທີ 27/03/2017.
ຂຽນໂດຍ: ນ.ເຂັມມະໄລ ສົນດາວັນ.
ກວດແກ້: ເຂັມພອນ ທິພົມມະຈັນ.