ສະຫະພັນແມ່ຍິງກະຊວງກະສິກໍາ ແລະ ປ່າໄມ້ ຢ້ຽມຢາມພົບປະສະຫະພັນແມ່ຍິງ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ວຽງຈັນ
ບົນພື້ນຖານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສູນກາງສະຫະພັນແມ່ຍິງລາວວາງອອກໂດຍຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ວຽກງານ 3 ສ້າງ. ໃນວັນທີ 9 ກັນຍາ ນີ້ສະຫະພັນແມ່ຍິງກະຊວງກະສິກໍາ ແລະ ປ່າໄມ້ ນໍາໂດຍ ທ່ານ ນ. ບຸນທຽນ ວົງໄກສອນ ປະທານສະຫະພັນແມ່ຍິງກະຊວງ ພ້ອມດ້ວຍບັນດາຄະນະບໍລິຫານງານສະຫະພັນແມ່ຍິງກະຊວງກະສິກໍາ ແລະ ປ່າໄມ້, ປະທານຮາກຖານ, ຕ່າງໜ້າແຕ່ລະໜ່ວຍຮາກຖານອ້ອມຂ້າງກະຊວງ ຈໍານວນ 20 ກວ່າທ່ານ ໄດ້ເຄື່ອນໄຫວຢ້ຽມຢາມພົບປະກັບສະຫະພັນແມ່ຍິງພະແນກ ກະສິກໍາ ແລະ ປ່າໄມ້ ແຂວງ ວຽງຈັນ.
ຈຸດປະສົງເພື່ອເປັນການແລກປ່ຽນບົດຮຽນຮ່ວມກັນລະຫວ່າງສູນກາງ ແລະ ທ້ອງຖິ່ນ.ໂດຍໃຫ້ກຽດຕ້ອນຂອງ ທ່ານ ເກດສະໜາ ແສງທອງ ຫົວໜ້າຫ້ອງການບໍລິຫານພະແນກກະສິກໍາ ແລະ ປ່າໄມ້ແຂວງວຽງຈັນ, ທ່ານ ນ. ໄກສອນ ສໍພາບມີໄຊ ຫົວໜ້າໜ່ວຍສະຫະພັນແມ່ຍິງພະແນກກະສິກໍາ ແລະ ປ່າໄມ້ ແຂວງວຽງຈັນ. ການພົບປະກັນໃນຄັ້ງນີ້ທັງສອງພາກສ່ວນໄດ້ປະກອບຄໍາຄິດຄໍາເຫັນ, ແລກປ່ຽນບົດຮຽນ ແລະ ປະສົບການຮ່ວມກັນໃນຫຼາຍດ້ານທີ່ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງສະຫະພັນແມ່ຍິງເຊັ່ນ: ສົ່ງເສີມການຍົກລະດັບຄວາມຮູ້ຄວາມສາມາດຍົກສູງບົດບາດທາງດ້ານຕໍາແໜງງານຂອງແມ່ຍິງ, ການປະກອບສ່ວນຂອງແມ່ຍິງໃນວຽກງານ 03 ສ້າງ, ດ້ານຂໍ້ສະດວກ ແລະ ຫຍຸ້ງຍາກລວມທັງຜົນສໍາເລັດໃນການຈັດຕັ້ງ ແລະ ບໍລິຫານກອງທຶນແມ່ຍິງ. ຫຼັງຈາກນັ້ນທາງຄະນະຍັງໄດ້ເດີນທາງໄປມອບອຸປະກອນການຮຽນ-ການສອນ, ເຄື່ອງອຸປະໂພກ ແລະ ບໍລິໂພກຈໍານວນໜຶ່ງໃຫ້ແກ່ປະຊາຊົນ ແລະ ຄອບຄົວທຸກຍາກ ທີ່ບ້ານ ສາມັກຄີໄຊ ເມືອງ ແກ້ວອຸດົມ ເຊິ່ງເປັນບ້ານໜຶ່ງທີ່ນອນໃນບ້ານ 03 ສ້າງໂດຍຕ່າງໜ້າຮັບຂອງ ທ່ານ ບຸນອອ້ມ ແສນຍາວົງ ນາຍບ້ານ ບ້ານສາມັກຄີໄຊ, ເຊິ່ງການລົງເຄື່ອນໄຫວຢ້ຽມໃນຄັ້ງນີ້ທາງຄະນະໄດ້ຮັບການຕ້ອນຮັບຈາກອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານຢ່າງອົບອຸ່ນ.
ນະຄອນຫຼວງວຽງຈັນ, ວັນທີ 11 ກັນຍາ 2017.
ຂຽນໂດຍ: ນ. ສີອໍາມອນ ໄຊຍະລາດ
ກວດແກ້ໂດຍ: ທ່ານ ນ. ປ້ອມ ພັນທະວົງ