ທ່ານ ລັດຖະມົນຕີຊ່ວຍ ຕ້ອນຮັບແຂກ ບໍລິສັດ ຫູນານຊິນຈຸງອ້າວ ສປຈີນ
ໃນທ້າຍອາທິດທີ່ຜ່ານມາ, ທີ່ຫ້ອງຮັບແຂກກະຊວງກະສິກໍາ ແລະປ່າໄມ້ ທ່ານ ດຣ. ບຸນຂວາງ ຄໍາບຸນເຮືອງ ລັດຖະມົນຊ່ວຍວ່າການ ກະຊວງກະສິກຳ ແລະປ່າໄມ້ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມ ຂອງຄະນະຜູແທນ ບໍລິສັດ ຫູນານຊິນຈຸງອ້າວ ການລົງທຶນຈໍາກັດ ສປຈີນ. ນໍາໂດຍທ່ານ ເຜິງ ຈີຫົງ ປະທານບໍລິສັດຫູນານຊິນຈຸງອ້າວ ການລົງທຶນຈໍາກັດ ມີບັນດາຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ຈຸດປະສົງການພົບປະໃນຄັ້ງນີ້, ເພື່ອເພີ່ມທະວີການພັດທະນາໃນ ສປປລາວ ໃຫ້ລົງເລິກຕື່ມອີກ ໂດຍຄະນະຜູ້ແທນ ກອງໃຫຍ່ບຸກເບີກດິນກະສິກຳ ແຂວງ ຫູເປີຍ ສປ ຈີນ ມີຄວາມສົນໃຈໃນການເຂົ້າມາສຶກສາ ແລະເກັບກຳຂໍ້ມູນ ກ່ຽວກັບດິນກະສິກຳ ໃນສປປ ລາວ ພ້ອມທັງປຶກສາຫາລື ຊອກຫາວິທີການຮ່ວມມືໃນດ້ານການປູກເຂົ້າ, ແກ່ນຊາເຂົ້າ ແລະເຂົ້ານາ ໂດຍມີນະໂນບາຍຫຼັກຄື ສົ່ງເສີມຜູ້ປະກອບການໃນຂະແໜງກະສິກຳ ແລະປ່າໄມ້ ເວົ້າລວມ ເວົ້າສະເພາະ ແມ່ນສົນໃຈການລົງທຶນໃນດ້ານການປູກຊາ ເພື່ອຜະລິດເປັນ ນໍ້າມັນຊາ ໄວ້ບໍລິໂພກ ໂດຍເງື່ອນໄຂ 3+2. ໃນຕອນທ້າຍ, ທ່ານ ລັດຖະມົນຊ່ວຍວ່າການ ກະຊວງກະສິກຳ ແລະປ່າໄມ້ ໄດ້ສະແດງຄວາມເຊີຍຊົມຕໍ່ກັບ ປະທານບໍລິສັດຫູນານຊິນຈຸງອ້າວ ການລົງທຶນຈໍາກັດ ພ້ອມດ້ວຍຄະນະ ທີ່ມີຄວາມສົນໃຈໃນການເຂົ້າມາລົງທຶນໃນ ສປປ ລາວ ໂດຍສະເພາະໃນວຽກງານຂະແໜງການກະສິກຳ.