ກອງປະຊຸມ ກະສິກໍາ, ປ່າໄມ້ ແລະພັດທະນາຊົນນະບົດ ປະຈໍາປີ 2016
ໃນວັນທີ 27 ທັນວາ 2016, ທີ່ ສູນຮ່ວມມືສາກົນ (ICTC) ພາຍໃຕ້ການເປັນປະທານຂອງທ່ານ ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກຳ ແລະປ່າໄມ້, ເປັນກຽດເຂົ້າຮ່ວມໂດຍທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີຕາງໜ້າຈາກສະມາຊິກສະພາແຫ່ງຊາດ, ບັນດາລັດຖະມົນຕີ, ຮອງເຈົ້າແຂວງ, ພະແນກກະສິກໍາ ແລະປ່າໄມ້ແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທົ່ວປະເທດເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ປະລິຍາເອກ ລຽນ ທິແກ້ວ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ໄດ້ລາຍງານໃຫ້ຮູ້ວ່າ: ໃນປີ 2016 ນີ້ ສາມາດຜະລິດເຂົ້າເປືອກໃນທົ່ວປະເທດ ໄດ້4,2 ລ້ານໂຕນ ເທົ່າກັບ 100% ຂອງແຜນການທີ່ວາງໄວ້, ການຜະລິດ ພືດຜັກປະເພດຕ່າງໆ ປະຕິບັດໄດ້ 1.700.000ກວ່າໂຕນ ບັນລຸໄດ້ 100%, ສາລີຫວານໄດ້ 27.950 ໂຕນ, ເຜືອກມັນໄດ້ 330.900 ໂຕນແລະໝາກໄມ້ປະຕິບັດໄດ້ 1.333.000ກວ່າໂຕນ ທຽບໃສ່ແຜນການ ແມ່ນ ປະຕິບັດໄດ້ລື່ນແຜນການແລະມີສ່ວນແຮໄວ້,ສຳລັບ ຊີ້ນ, ໄຂ່ ແລະປາແມ່ນໄດ້ໃນລະດັບ 65 ກິໂລຕໍ່ຄົນຕໍ່ປີ. ໃນກອງປະຊຸມຄັ້ງນີ້ ໄດ້ສຸມໃສ່ຄົ້ນຄວ້າ 4 ໜ້າວຽກຕົ້ນຕໍຂອງແຜນງານຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ; 8 ໜ້າວຽກຕົ້ນຕໍຂອງການລ້ຽງສັດ. ແລະ ຄົ້ນຄວ້າຜັນຂະຫຍາຍ 13 ນະໂຍບາຍກ່ຽວກັບເຂົ້າແລະພືດ.ນອກນັ້ນ ຍັງຄົ້ນຄວ້າຜັນຂະຫຍາຍຂໍ້ຕົກລົງເລກທີ 65/ນຍ (ລົງວັນທີ 19 ສິງຫາ 2016) ກ່ຽວກັບຈຸດສຸມພັດທະນາທີ່ເປັນບູລິມະສິດ 2016-2020 ເຂົ້າໃສ່ແຜນການປີ 2017 ນີ້.
ໃນໂອກາດດຽວກັນນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກໃສ່ບັນຫາທີ່ສຳຄັນ ໂດຍສະເພາະ ທິດທາງພັດທະນາສຳລັບປີ 2017 ແລະຊຸມປີຕໍ່ໜ້າ ຊື່ງວຽກງານກະສິກຳ, ປ່າໄມ້ ແລະພັດທະນາຊົນນະບົດເປັນວຽກແຖວໜ້າ, ເປັນທ່າແຮງອັນໄດ້ປຽບຂອງປະເທດ ໃນການຜະລິດສະບຽງອາຫານ, ມີສິນຄ້າກະສິກຳສະອາດ, ປອດສານພິດ, ຫັນການຜະລິດໃຫ້ມີຈຸດສຸມ, ມີການກຳນົດເຂດການຜະລິດສະເພາະ, ຫັນໄປສູ່ອຸດສາຫະກຳປຸງແຕ່ງ, ເຮັດໃຫ້ກະສິກຳຕ້ອງເປັນກະສິ ກຳສະອາດແທ້, ເປັນສີຂຽວ, ຂຸດຄົ້ນແຫຼ່ງທຶນມານຳໃຊ້ເຂົ້າໃນການຜະລິດກະສິກຳ, ປັບປຸງຕ່ອງໂສ້ການຜະລິດກະສິກຳຕິດພັນກັບການປຸງແຕ່ງແຕ່ຫົວທີ ມີການປະສານງານໃຫ້ໄວເມື່ອພົບບັນຫາ ເພື່ອຫາວິທີທາງແກ້ໄຂໃຫ້ທັນກັບສະພາບການ. ສໍາລັບວຽກງານພັດທະນາຊົນນະບົດໃນສະເພາະໜ້າ ແມ່ນຮຽກຮ້ອງໃຫ້ແຕ່ລະພາກສ່ວນແຕ່ສູນກາງ ລົງຮອດທ້ອງຖິ່ນຕ້ອງເຮັດໜ້າທີ່ສ້າງແຜນພັດທະນາ ໃຫ້ລະອຽດໄປລວງດຽວກັນຕາມ 3 ປະເພດຈຸດສຸມ ທີ່ໄດ້ຮັບຮອງເອົາແລ້ວນັ້ນ 91 ຈຸດສູມພັດທະນາຊົນນະບົດ ແລະລຶບລ້າງຄວາມທຸກຍາກ, 145 ຈຸດສຸມຈັດສັນພູມລຳເນົາຄົງທີ່ ແລະບ້ານທຳມາຫາກິນແບບຖາວອນ ແລະສ້າງຕົວເມືອງນ້ອຍໃນຊົນນະບົດໃຫ້ໄດ້ຕາມແຜນການທີ່ວາງໄວ້.
ຂຽຂ່າວໂດຍ: ສອນເພັດ ສຸລິພອນ
28 ທັນວາ 2016
ກວດແກ້ໂດຍ: ທ່ານ ເຂັມພອນ ທິພົມມະຈັນ