ກອງປະຊຸມທາບທາມຄຳເຫັນໃສ່ “ຮ່າງ” ດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງກະສິກຳ, ປ່າໄມ້ ແລະ ພັດທະນາຊົນະບົດ
ໃນວັນທີ 27-28 ກັນຍາ 2016 ກົມຈັດຕັ້ງ ແລະ ພະນັກງານ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ເປີດກອງປະຊຸມທາບທາມຄຳເຫັນໃສ່ຮ່າງ “ຮ່າງ” ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະ ຊວງກະສິກຳ, ປ່າໄມ້ ແລະ ພັດທະ ນາຊົນະບົດຂຶ້ນ ທີ່ສະໂມສອນສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ ແຫ່ງຊາດ ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ປອ ພວງປາຣິສັກ ປຣະວົງວຽງຄຳ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານຮອງເຈົ້າແຂວງໆ ວຽງຈັນ, ໄຊສົມບູນ ແລະ ແຂວງບໍລິຄຳໄຊ, ທ່ານປະທານສະພາປະຊາ ຊົນແຂວງ ໄຊສົມບູນ. ມີຕາງໜ້າກົມ, ສະຖາບັນ, ກະຊວງອ້ອມຂ້າງກະຊວງກະສິກຳ ແລະ ປ່າໄມ້, ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງ ແລະ ຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ເຂົ້າຮ່ວມທັງໝົດ 145 ທ່ານ, ຍິງ 18 ທ່ານ.
ໃນທີ່ປະຊຸມ ໄດ້ສະເໜີຜ່ານ (ຮ່າງ) ບົດວິພາກກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະ ຊວງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ; ບົດວິພາກກ່ຽວກັບການປັບປຸງ ແລະ ສ້າງຕັ້ງກົມພັດ ທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ; ບົດວິພາກກ່ຽວກັບການສ້າງຕັ້ງ ກົມຈັດສັນພູມລຳເນົາຖາວອນ ແລະ ອາຊີບໝັ້ນທ່ຽງ; ບົດວິພາກຂອງກົມປ່າໄມ້. ຫຼັງຈາກນັ້ນ, ແຕ່ລະພາກສ່ວນກໍ່ໄດ້ມີການປະກອບຄຳຄິດເຫັນໃສ່ ຮ່າງ ບົດວິພາກດັ່ງກ່າວ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ສາມາດນຳໄປຈັດຕັ້ງປະຕິບັດໄດ້.
ໃນຕອນທ້າຍກອງປະຊຸມ ທ່ານ ປອ ພວງປາຣິສັກ ປຣະວົງວຽງຄຳ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ມີຄຳເຫັນຕໍ່ກອງປະຊຸມເຊັ່ນ:
- ບັນດາທ່ານຜູ້ແທນກອງປະຊຸມທ່ານໃດ ທີ່ຍັງບໍ່ທັນໄດ້ປະກອບຄຳຄິດຄຳເຫັນ ຫຼື ຢາກນຳໄປຄົ້ນຄວ້າ ແລະ ປຶກສາຫາລືນຳໝູ່ຄະນະ ເພື່ອຄວາມເປັນເອກະພາບ ກໍ່ສາມາດສັງລວມຄຳຄິດເຫັນດັ່ງກ່າວ ສົ່ງໃຫ້ຄະນະຮັບຜິດຊອບ;
- ຄະນະນຳ ແລະ ຄະນະຮັບຜິດຊອບດ້ານເນື້ອໃນຂອງຫ້ອງການກະຊວງ, ບັນດາກົມວິຊາການ, ສະຖາບັນ ແລະ ພາກສ່ວນກ່ຽວຂ້ອງ ຕ້ອງນຳເອົາເນື້ອໃນຈິດໃຈກອງປະຊຸມໃນຄັ້ງນີ້ ໄປປັບປຸງຂະແໜງການຂອງຕົນໃຫ້ມີຄວາມກະ ທັດຮັດ, ເຂັ້ມແຂງ ແລະ ມີປະສິດທິພາບ;
- ມອບໃຫ້ຫົວໜ້າກອງເລຂາຄະນະຮັບຜິດຊອບດ້ານເນື້ອໃນ ສັງລວມຂໍ້ມູນ ແລະ ຄຳຄິດຄຳເຫັນຕ່າງໆ ເພື່ອສ້າງເປັນບົດບັນທຶກ ແລະ ລາຍງານໃຫ້ການນຳກະຊວງຊາບ ແລະ ມີທິດຊີ້ນຳ;
- ໃຫ້ກອງເລຂາກວດຄືນນິຕິກຳຕ່າງໆທີ່ກ່ຽວຂ້ອງ ປັບປຸງບາງເນື້ອໃນ, ຊັບຊ້ອນປະໂຫຍກ, ຄຳສັບຕ່າງໆ ໃຫ້ຖືກຕ້ອງຕາມຫຼັກໄວຍາກອນ.
- ໃຫ້ຄະນະຮັບຜິດຊອບສະຫຼຸບຖອດຖອນບົດຮຽນ ຈາກກອງປະຊຸມໃນຄັ້ງນີ້ ເພື່ອເຮັດໃຫ້ການຈັດກອງປະຊຸມໃນຄັ້ງຕໍ່ໄປ ໄດ້ຮັບຜົນສຳເລັດສູງຂຶ້ນກວ່າເກົ່າ.
ນະຄອນຫຼວງວຽງຈັນ, ວັນທີ 27/09/2016.
ຂຽນໂດຍ: ເຂັມມະໄລ ສົນດາວັນ.
ກວດແກ້: ເຂັມພອນ ທິພົມມະຈັນ.