ນະຄອນຫຼວງວຽງຈັນ, ສປປ ລາວ – ວັນທີ 26 ພຶດສະພາ 2025 – ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ແລະ ລັດຖະບານ ແຫ່ງ ສປປ ລາວ ໄດ້ຮ່ວມກັນຈັດກອງປະຊຸມທົບທວນ ແລະ ວາງແຜນປະຈຳປີ ເພື່ອຈັດຕັ້ງປະຕິບັດແຜນງານການຮ່ວມມື ຄັ້ງທີ 7 (2022-2026). ການເຕົ້າໂຮມທີ່ມີຄວາມສໍາຄັນນີ້, ຊຶ່ງມີ ອົງການ FAO ແລະ ພາກລັດຖະບານທີ່ກ່ຽວຂ້ອງເປັນປະທານຮ່ວມ, ມີຈຸດປະສົງເພື່ອປະເມີນຜົນສຳເລັດຂອງປີ 2024 ແລະ ວາງຍຸດທະສາດການຈັດຕັ້ງປະຕິບັດກິດຈະກຳຕ່າງໆໃຫ້ມີປະສິດທິພາບ ແລະ ປະສິດທິຜົນໃນປີ 2025 ແລະ 2026.

ແຜນງານການຮ່ວມມື ຄັ້ງທີ 7 (2022-2026) ແມ່ນໄດ້ຮັບການຈັດຕັ້ງປະຕິບັດໂດຍຜ່ານແຜນການເຮັດວຽກປະຈໍາປີ, ຊຶ່ງໄດ້ຖືກພັດທະນາຂຶ້ນໂດຍຜ່ານຂະບວນການປຶກສາຫາລື ເພື່ອຮັບປະກັນການນຳໃຊ້ຊັບພະຍາກອນຢ່າງມີປະສິດທິພາບ ແລະ ບັນລຸຜົນສຳເລັດ. ແຜນງານການຮ່ວມມື ເຫຼົ່ານີ້ໄດ້ຜ່ານການທົບທວນຢ່າງເຂັ້ມງວດໂດຍຜ່ານກົນໄກການທົບທວນຄືນຈາກພາກສ່ວນກ່ຽວຂ້ອງ ແລະ ການຕິດຕາມເປັນລາຍໄຕມາດ, ກາງປີ ແລະ ປະຈໍາປີ. ໃນຂະນະທີ່ການທົບທວນຄືນສອງຝ່າຍກັບຄູ່ຮ່ວມງານຈັດຕັ້ງປະຕິບັດ (IPs) ໃຫ້ຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຜົນສຳເລັດ, ການທົບທວນປະຈໍາປີຮ່ວມກັນນີ້ແມ່ນໃຫ້ພາບລວມຂອງຜົນຂອງໂຄງການ, ສິ່ງທ້າທາຍ, ແລະ ໂອກາດຕ່າງໆ, ເຊິ່ງສົ່ງເສີມການຈັດຕັ້ງປະຕິບັດ ແລະ ການຮ່ວມມືທີ່ດີຂຶ້ນ.
ກອງປະຊຸມໄດ້ທົບທວນການຈັດຕັ້ງປະຕິບັດແຜນງານການຮ່ວມມື ປີ 2024 ແລະ ຄວາມຄືບໜ້າໃນການບັນລຸຜົນສໍາເລັດ,ນໍາສະເໜີຜົນການຄົ້ນພົບ ແລະ ຂໍ້ສະເໜີແນະທີ່ສໍາຄັນຈາກການທົບທວນກາງສະໄໝ (MTR) ຂອງກອບແຜນງານການຮ່ວມມື (CPF) 2022-2026 ເພື່ອນໍາພາການວາງແຜນໃນອະນາຄົດ ແລະ ເປັນຂໍ້ມູນສໍາລັບການພັດທະນາແຜນງານການຮ່ວມມື ຄັ້ງທີ 8. ການປຶກສາຫາລືຍັງໄດ້ສະຫຼຸບກິດຈະກໍາທີ່ມີຜົນກະທົບສູງສໍາລັບແຜນການເຮັດວຽກປີ 2025, ປຶກສາຫາລືກ່ຽວກັບສິ່ງທ້າທາຍ ແລະ ຄວາມສ່ຽງຕ່າງໆ ເພື່ອກໍານົດມາດຕະການຫຼຸດຜ່ອນ, ກໍານົດໂອກາດ ແລະ ຂໍ້ປະຕິບັດທີ່ດີ, ແລະ ທົບທວນຜົນການກວດສອບ HACT ທົ່ວໄປ ແລະ ຜົນການກວດກາສະເພາະຈຸດພ້ອມບົດຮຽນທີ່ໄດ້ຮັບ, ເຊິ່ງນຳໄປສູ່ການຕົກລົງຍຸດທະສາດທີ່ເໝາະສົມເພື່ອປັບປຸງການຈັດຕັ້ງປະຕິບັດໂຄງການ.
ທ່ານນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງກອງປະຊຸມ, ໂດຍກ່າວວ່າ: “ການເຕົ້າໂຮມກັນຂອງພວກເຮົາໃນມື້ນີ້ມີຄວາມສໍາຄັນຢ່າງຍິ່ງ ເພາະພວກເຮົາຈະປະເມີນຜົນສໍາເລັດຂອງປີທີ 3 ຂອງໂຄງການຮ່ວມມືທີ 7 ລະຫວ່າງລັດຖະບານລາວ ແລະ ອົງການ FAO (2022-2026)”. ທ່ານນາງຍັງໄດ້ສະແດງຄວາມຂອບໃຈຕໍ່ອົງການ FAO ສໍາລັບ “ການຮ່ວມມື ແລະ ການສະໜັບສະໜູນອັນມີຄ່າໃນການປັບປຸງຂະແໜງກະສິກໍາ, ຄວາມໝັ້ນຄົງທາງດ້ານສະບຽງອາຫານ, ໂພຊະນາການ, ແລະ ການຄຸ້ມຄອງຊັບພະຍາກອນທໍາມະຊາດແບບຍືນຍົງໃນ ສປປ ລາວ”. ທ່ານນາງ ພາວັນ ໄດ້ເນັ້ນໜັກເຖິງຄວາມຄືບໜ້າທີ່ສໍາຄັນໃນ 3 ບູລິມະສິດຫຼັກຂອງແຜນງານການຮ່ວມມື (CPF): ຊີວິດການເປັນຢູ່ຂອງປະຊາຊົນ, ຄວາມຈະເລີນຮຸ່ງເຮືອງແບບລວມສູນ, ແລະ ສິ່ງແວດລ້ອມ, ການປ່ຽນແປງດິນຟ້າອາກາດ, ແລະ ຄວາມທົນທານຕໍ່ໄພພິບັດ, ເຖິງວ່າຈະມີສິ່ງທ້າທາຍທາງດ້ານເສດຖະກິດທີ່ຫຍຸ້ງຍາກໃນໄລຍະຜ່ານມາ. ໃນການເບິ່ງໄປຂ້າງໜ້າ, ທ່ານນາງໄດ້ກ່າວວ່າ: “ກອງປະຊຸມໃນມື້ນີ້ຈະເປັນໂອກາດສໍາຄັນທີ່ຈະທົບທວນຜົນສໍາເລັດທີ່ຜ່ານມາ, ແລກປ່ຽນບົດຮຽນທີ່ໄດ້ຮັບ, ແລະ ກໍານົດສິ່ງທ້າທາຍທີ່ຍັງເຫຼືອ ແລະ ບູລິມະສິດສໍາລັບແຜນການເຮັດວຽກປີ 2025”.
ທ່ານນາງ ຄະຢອງ ມີ ຄິມ, ຜູ້ຕາງໜ້າອົງການ FAO ປະຈໍາ ສປປ ລາວ, ໄດ້ກ່າວຕ້ອນຮັບຜູ້ເຂົ້າຮ່ວມ, ໂດຍກ່າວວ່າ: “ເປັນກຽດຢ່າງຍິ່ງທີ່ໄດ້ຕ້ອນຮັບທ່ານເຂົ້າຮ່ວມກອງປະຊຸມທົບທວນ ແລະ ວາງແຜນປະຈໍາປີກ່ຽວກັບການຈັດຕັ້ງປະຕິບັດກອບແຜນງານການຮ່ວມມື ລະຫວ່າງລັດຖະບານ ສປປ ລາວ ແລະ ອົງການ FAO, 2022-2026”. ທ່ານນາງໄດ້ຍ້ອງຍໍຊົມເຊີຍຜົນສໍາເລັດທີ່ສໍາຄັນໃນຂະແໜງກະສິກໍາໃນຊຸມປີທີ່ຜ່ານມາ, ເຊິ່ງລວມເຖິງອັດຕາການເຕີບໂຕຂອງຂະແໜງກະສິກໍາ ແລະ ປ່າໄມ້ທີ່ 4.1% ໃນປີຜ່ານມາ, ເຊິ່ງສູງກວ່າເປົ້າໝາຍລະດັບຊາດທີ່ 2.6%, ແລະ ປະກອບສ່ວນ 18.9% ຕໍ່ GDP ຂອງຊາດ. ທ່ານນາງ ຄິມ ຍັງໄດ້ຮັບຮູ້ເຖິງສິ່ງທ້າທາຍທີ່ຍັງຄົງຄ້າງເຊັ່ນ: ການຜະລິດກະສິກໍາໂດຍທົ່ວໄປແມ່ນອີງໃສ່ປັດໃຈທໍາມະຊາດ, ເຊິ່ງເຮັດໃຫ້ຜົນຜະລິດໂດຍລວມຕໍ່າ, ຜົນກະທົບຂອງການປ່ຽນແປງດິນຟ້າອາກາດ, ພື້ນຖານໂຄງລ່າງຊົນລະປະທານທີ່ບໍ່ມີປະສິດທິພາບ, ການຫັນປ່ຽນຈາກການກະສິກໍາເພື່ອການດໍາລົງຊີວິດໄປສູ່ການປະຕິບັດກະສິກໍາທີ່ທັນສະໄໝຊ້າ, ແລະ ການຫຼຸດລົງຂອງຄວາມອຸດົມສົມບູນຂອງດິນ. ໃນການຢັ້ງຢືນຄືນຄວາມມຸ່ງໝັ້ນຂອງ ອົງການ FAO, ທ່ານນາງກ່າວວ່າ: “ອົງການ FAO ມຸ່ງໝັ້ນທີ່ຈະສະໜັບສະໜູນລັດຖະບານໃນການບັນລຸວາລະແຫ່ງຊາດດ້ານກະສິກໍານີ້”. ທ່ານນາງຍັງສົ່ງຂ່າວດີຂອງ ອົງການ FAO ແລະ ອົງການສະຫະປະຊາຊາດອື່ນໆສາມາດເຂົ້າເຖິງກອງທຶນຮ່ວມ SDG ຂອງສະຫະປະຊາຊາດສໍາລັບການຫັນປ່ຽນລະບົບອາຫານ, ໂດຍກ່າວວ່າ: “ພວກເຮົາຫວັງວ່າໂອກາດນີ້ຈະເປັນຈຸດເລີ່ມຕົ້ນທີ່ດີທີ່ຈະຂະຫຍາຍຄວາມພະຍາຍາມຂອງ ສປປ ລາວ ເພື່ອລະບົບອາຫານ ແລະ ກະສິກໍາທີ່ຍືນຍົງ ແລະ ມີຄວາມທົນທານຫຼາຍຂຶ້ນ”.
ຕິດຕໍ່ເພີ່ມເຕີມ:
Chasy Somwhang – National Monitoring and Evaluation Consultant
Vilaylack Khounvisith – National Communication Consultant

ນັບແຕ່ວັນສະຖາປະນາ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ເປັນຕົ້ນມາ ພັກ ແລະ ລັດຖະບານໄດ້ເປັນຫ່ວງເປັນໄຍເອົາໃຈໃສ່ ວາງແນວທາງນະໂຍບາຍ ອັນຖືກຕ້ອງ ແລະ ສະຫລາດສ່ອງໃສ ໂດຍຖືເອົາການງານ ກະສິກຳ ແລະ ປ່າໄມ້ ເປັນພື້ນຖານໃຫ້ແກ່ ການກໍ່ສ້າງ ແລະ ຂະຫຍາຍ ອຸດສາຫະກຳພາຍໃນປະເທດໃຫ້ຈະເລີນກ້າວຂື້ນເທື່ອລະກ້າວ.ທຸກມະຕິຂອງສູນກາງກໍ່ມີການກຳນົດແນວທາງນະໂຍບາຍ ແລະ ຄາດຫມາຍ ລະອຽດ ກ່ຽວກັບ ວຽກງານກະສິກຳ ແລະ ປ່າໄມ້. ຢູ່ໃນແຜນພັດທະນາເສດຖະກິດ ສັງຄົມ ຂອງລັດຖະບານ ແຕ່ປີ 1978-1980 (ແຜນພັດທະນາ ເສດຖະກິດ-ສັງຄົມ 3ປີ) ແລະແຜນ 5 ປີ (1981-1985) ສະບັບທີ I ຫາສະບັບທີ V (2001-2005) ກໍ່ໄດ້ບູລິມະສິດໃນການສູມທືນ ຮອນໃສ ໃນການພັດທະນາທາງດ້ານກະສິກຳ-ປ່າໄມ້ແລະ ກໍ່ສ້າງພະນັກງານໃນຂະແຫນງການ ຈົນເຮັດໃຫ້ຂະແຫນງການດັ່ງກ່າວ ໄດ້ຮັບການພັດທະນາເລື້ອຍມາ.

ພວກເຮົາເຫັນແຈ້ງວ່າ ຜ່ານໄລຍະ 30 ປີ ແຫ່ງການສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕ ປະຊາຊົນໂດຍສະເພາະໃນຊວງ 20 ປີ ແຫ່ງການດຳເນີນພາ ລະກິດປ່ຽນແປງໃຫມ່ມານີ້, ຂະແຫນງການ ກະສິກຳ ແລະ ປ່າໄມ້ ໄດ້ຕັ້ງຫນ້າປະກອບສ່ວນ ເພື່ອເຮັດໃຫ້ແຜນການພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ປາກົດຜົນເປັນຈີງ.

ໃນຊຸມປີຜ່ານມານີ້, ພວກເຮົາສູມໃສປັບປຸງ ວິທີການລົງຊຸກຍູ້ ສ້າງຂະບວນການ ການຜະລິດ ກໍ່ຄືການສ້າງຜື້ນຖານໂຄງລາງ ໄປພ້ອມໆ ກັນ ເຊີ່ງສະແດງ ອອກໃນການຜັນທິດເອົາພະນັກງານວິຊາການລົງຮາກຖານ ຊ່ວຍແຂວງ, ເມືອງ ແລະ ບ້ານ ນຳເອົາແນວພັນ ແລະ ເຕັກນິກໃຫມ່ ເພື່ອສົ່ງເສີມຊາວກະສິກອນ, ສ້າງຄອບຄົວຕົວ ແບບ ແນ່ໃສ່ແກ້ບັນຫາການຜະລິດສະບຽງອາຫານ ແລະ ການຜະລິດເປັນສີນຄ້າ.ໃຫ້ສຳເລັດຜົນ. ພ້ອມດຽວກັນນັ້ນ, ກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍອຳນາດການປົກຄອງຖ້ອງຖິນ ກໍ່ໄດ້ຊອກຫາວິທີການແແກ້ໄຂ ແລະ ນຳໃຊ້ບັນດາມາດຕະການໃນການປັບປຸງ ແລະ ຂະຫຍາຍ ຊົນລະປະທານ ດ້ວຍຫລາຍຂະຫນາດ ເພື່ອຕ້ານໄພແລ້ງ, ຕ້ານນ້ຳຖ້ວມ, ຊຸກຍູ້ການພະລິດຂອງ ປະຊາຊົນໃຫ້ມີການຂະຫຍາຍຕົວດ້ວຍການສົ່ງເສີມເຮັດກະເສດສຸມ, ຂະຫຍາຍໂຄງລາງພື້ນຖານ ວັດຖຸເຕັກນິກ, ການກໍ່ສ້າງສູນ, ສະຖານີ ຂະຫຍາຍພັນພືດ, ພັນສັດ ໂຮງງານເມັດພັນ, ໂຮງງານອາຫານສັດ, ໂຮງງານຝຸນຊີວະພາບ ປາ ແລະ ແນວພັນໄມ້ອຸດສາຫະກຳ ຂະຫຍາຍກຳ ລັງການຜະລິດ ດ້ວຍວິທີນຳໃຊ້ກົນຈັກ ເຮັດໃຫ້ຜົນຜະລິດກາຍເປັນສີນຄ້າ ຮັບໃຊ້ພາຍໃນ ແລະ ສົ່ງອອກ.ໄປຄຽງຄູ່ກັນໄປນັ້ນ, ດ້ານຄຸ້ມຄອງມະຫາພາກ ໃນການພັດທະນາ ກະສິກຳ-ປ່າໄມ້ ພວກເຮົາໄດ້ອອກແຮງຄົ້ນຄວ່າ ແລະ ສົມທົບກັບຂະແຫນງການທີ່ກ່ຽວຂ້ອງ ສ້າງ ລະບົບກົດຫມາຍ ເພື່ອຄຸ້ມຄອງວຽກງານອອກເປັນແຕ່ລະໄລຍະ. ມາຮອດປະຈຸບັນ ມີກົດຫມາຍຈຳນວນ 4ສະບັບຄື: ກົດຫມາຍວ່າດ້ວຍກະສິກຳ, ກົດຫມາຍວ່າດ້ວຍ (ຂໍອະໄພຍັງບໍ່ທັນໄດ້ຂໍ້ມູນ) ແມ່ນ້ຳຂອງ ຊຶ່ງແມ່ນແມ່ນ້ຳໃຫຍ່ ໄຫຼຜ່ານ 12 ແຂວງ ແລະ ມີຄວາມຍາວ ແຕ່ເໜືອຮອດໄຕ້ ຂອງປະເທດປະມານ 1.800 ກິໂລແມັດ ພ້ອມດ້ວຍສາຂາຄື: ນ້ຳອູ, ນ້ຳຄານ, ນ້ຳງື່ມ, ນ້ຳກະດິງ, ເຊບັ້ງໄຟ, ເຊບັ້ງຫຽງ, ເຊໂດນ, ເຊຂະໝານ ແລະ ເຊກອງ, ຊຶ່ງເປັນທ່າແຮງ ໃຫ້ແກ່ ການປູກຝັງ ແລະ ລ້ຽງສັດ.

ພູມອາກາດ ສ່ວນໃຫຍ່ແມ່ນລະດູຝົນ ທີ່ມີອຸນຫະພູມສູງ ແລະ ມີຄວາມຊຸ່ມຕະຫຼອດປີ ມີລະດັບນ້ຳຝົນສູງລະຫວ່າງ ກາງເດືອນເມສາ ຫາ ກາງເດືອນ ຕຸລາ, ເຖິງຢ່າງໃດກໍ່ຕາມ ເພື່ອຮັບປະກັນ ລະດັບນ້ຳໃນການຜະລິດເຂົ້ານາປີ ຈຳເປັນຕ້ອງມີນ້ຳຝົນ ປະມານ 200 ມມ ຕໍ່ເດືອນແຕ່ຝົນຕົກຕົວຈິງມັກຈະບໍ່ໄດ້ລະດັບຕະຫຼອດໄລຍະເດືອນຕ່າງໆ ລະຫວ່າງເດືອນ ພຶດສະພາ ຫາ ເດືອນ ກັນຍາ.

ຊັບພະຍາກອນປ່າໄມ້:

ຜົນການສຳຫຼວດປ່າໄມ້ ປີ 1989 ໄດ້ຢັ້ງຢືນຢ່າງເປັນທາງການວ່າ ສປປ ລາວ ມີເນື້ອທີ່ປ່າໄມ້ ປະມານ 47% ຫຼື ປະມານ 11,2 ລ້ານ ເຮັກຕາ. ມີປ່າສະຫງວນແຫ່ງຊາດ 20 ແຫ່ງ, ເຂດເຊື່ອມຕໍ່ 2 ເຂດ, ປ່າສະຫງວນຂອງແຂວງ 57 ແຫ່ງ, ປ່າສະຫງວນຂອງເມືອງ 144 ແຫ່ງ, ປ່າປ້ອງກັນ

ຂອງແຂວງ 23 ແຫ່ງ ແລະ ປ່າປ້ອງກັນຂອງເມືອງ 52 ແຫ່ງ ເຮັດໃຫ້ທົ່ວປະເທດ ມີເນື້ອທີ່ປ່າອະນຸລັກ ທັງໝົດ 5,3 ລ້ານເຮັກຕາ ຫຼື 22,6 % ຂອງເນື້ອທີ່ທັງໝົດຂອງປະເທດ. ຊັບພະຍາກອນປ່າໄມ້ ມີບົດບາດສຳຄັນ ຕໍ່ການສ້າງລາຍຮັບຂອງປະເທດ, ເປັນແຫຼ່ງສະບຽງອາຫານ ແລະ ແຫຼ່ງລາຍໄດ້ເພີ່ມຂອງຄອບຄົວຊາວຊົນນະບົດ.

ຊີວະນາໆພັນ:

ສປປ ລາວ ເປັນປະເທດໜຶ່ງ ທີ່ມີຄວາມອຸດົມສົມບູນ ທາງດ້ານຊີວະນາໆພັນ ໂດຍມີພັນພຶດ ແລະ ພັນສັດ ຢ່າງຕ່ຳ 8.100 ຊະນິດ, ໃນນີ້ມີ: ສັດເລືອຄານແລະ ເຄີ່ງບົກເຄີ່ງນ້ຳ 166 ຊະນິດ, ນົກ 700 ຊະນິດ ແລະ ສັດລ້ຽງລູກດ້ວຍນ້ຳນົມ 11 ຊະນິດ, ປາ ຈຳນວນ 87 ຕະກຸນ.

ສປປ ລາວ ເປັນສູນກາງແຫຼ່ງກຳເນີດຂອງເຂົ້າໜຽວ ແຫ່ງສຳຄັນອັນດັບທີ່ 2 ຂອງໂລກ ທີ່ມີແນວພັນເຂົ້າພື້ນເມືອງ ຫຼາຍກ່ວາ 13.000 ຊະນິດ. ນອກນີ້ ກໍ່ຍັງມີຊັບພະຍາກອນແຮ່ທາດ ທີ່ຍັງບໍ່ທັນໄດ້ຂຸດຄົ້ນຢ່າງຫຼວງຫຼາຍ, ມີແຫຼ່ງທຳມະຊາດ ທີ່ງົດງາມ, ມີ ສະຖານທີ່ປະຫວັດສາດ ແລະ ວັດທະນະທຳ ທີ່ມີຊື່ສຽງຫຼາຍແຫຼ່ງ ແລະ ອື່ນໆ.

ປະເທດໄດ້ແບ່ງເຂດບໍລິຫານເປັນ 16 ແຂວງ 1 ນະຄອນຫຼວງ ແລະ 1 ເຂດພິເສດ, ມີທັງໝົດ 445.000 ຄົວເຮືອນ ໃນ 11.500 ບ້ານ ມີພົນລະເມືອງທັງໝົດ ປະມານ 5.8000.000 ຄົນ (ປີ 2005).

ພາກເຫນືອ: ປະກອບມີແຂວງ ບໍ່ແກ້ວ, ຫົວພັນ, ຫລວງນ້ຳທາ, ຫລວງພະບາງ, ອຸດົມໄຊ, ຜົ້ງສາລີ, ໄຊຍະບູລີ ແລະ ຊຽງຂວາງ (8ແຂວງ)

ພາກກາງ: ປະກອບມີ ແຂວງວຽງຈັນ, ເຂດພິເສດໄຊສົມບູນ, ນະຄອນຫລວງວຽງຈັນ, ຄຳມ່ວນ,ບໍລິຄຳໄຊ ແລະ ສະຫວັນນະເຂດ(4ແຂວງ 1ນະຄອນຫລວງ ແລະ 1 ເຂດພິເສດໄຊສົມບູນ)

ພາກໃຕ້: ປະກອບມີ ແຂວງ ອັດຕະປື, ຈຳປາສັກ, ສາລະວັນ ແລະ ເຊກອງ(4ແຂວງ)

ການຍພັດທະນາຕາມເຂດແຄ້ວນ

ການພັດທະນາເຂດທົ່ງພຽງ:

ນະໂຍບາຍ: ສົ່ງເສີມການຜະລິດ ເຮັດໃຫ້ການຜລິດມີການຂະຫຍາຍຕົວ ດ້ວຍຈັງຫວະທິ່ຫນັກແຫນ້ນ ຢູ່ເຂດທົ່ງພຽງ ລຽບຕາມແມ່ນ້ຳຂອງ ເພື່ອຮັບປະກັນສະບຽງອາຫານ ແລະ ຍູ້ແຮງການຜະລິດ ສິນຄ້າດ້ານ ກະສິກຳ, ການລ້ຽງສັດ, ການລ້ຽງປາ ເພື່ອສະຫນອງໃຫ້ແກ່ການຊົມໃຊ້ພາຍໃນ ແລະ ເປັນຂາອອກ.

ຍຸດທະສາດ: ພັດທະນາ, ຟື້ນຟູ ແລະ ຂະຫຍາຍ ລະບົບຊົນລະປະທານ, ສ້າງຄວາມແຂ້ມແຂງໃຫ ຊຸມຊົນ ໃນການຄຸ້ມຄອງນຳໃຊ້ ລະບົບຊົນລະປະທານ, ປັບປຸງລະບົບການຜະລິດກະສິກຳ, ເຮັການຜະລິດແບບສຸມ, ຍົກຜະລິດຕະພາບການປູກຝັງ, ການລ້ຽງສັດ ແລະ ການລ້ຽງປາ. ຊຸກຍູ້ການລົງ ທືນທຸກພາກສ່ວນເສດຖະກິດ, ນຳໃຊ້ເຕັກນິກຫລັງການເກັບກ່ຽວ ແລະ ສົ່ງເສີມການປຸງແຕ່ງຜະລິດຕະພັນ ກະສິກຳ ຂະຫນາດນ້ອຍ ແລະ ຂະຫນາດກາງ ເພື່ອເພີ້ມມູນຄ່າ.

ຍຸດທະສາດສະເພາະດ້ານຄວນເນັ້ນຫນັກໃສ່: ນຳໃຊ້ຊົນລະປະທານທີ່ໄດ້ສ້າງຂື້ນ ຢ່າງມີປະສິດທິຜົນ ສູງ, ສ້າງຄວາມແຂັ້ມແຂງໃຫ້ຊົມຊົນ ໃນການຄຸ້ມຄອງນຳໃຊ້ລະບົບຊົນລະປະທານ, ປັບປຸງລະບົບການຜະລິດ ກະສິກຳ ທີ່ບໍ່ທຳລາຍສະພາບເວດລ້ອມ ໂດຍການຳໃຊ້ເຕັກນິກ ປ້ອງກັນພືດແບບປະສົມປະສານ ແລະ ການຜະລິດກະສິກຳອິນຊີ, ເຮັດການຜະລິດແບບສຸມ, ຄົ້ນຄ້ວານຳໃຊ້ທົດລອງ, ທົດສອບສາທິດແບບບຸລິມະສິດ, ເລືອກເຟັ້ນເອົາຕິກນິກທີ່ເຫມາະສົມໃນເຂດຕ່າງໆ ເພື່ອຂະຫຍາຍອອກສູ່ ທາງກວ້າງ, ສົ່ງເສີມການນຳໃຊ້ແນວພັນພືດ, ກໍ່ສ້າງພະນັກງານລະດັບຕ່າງໆ ໂດຍສະເພາະພະນັກງານ ສົ່ງເສິມລະດັບເມືອງ, ນັກວິຊາການສະເພາະດ້ານຂອງແຂວງ ເພື່ອການສົ່ງເສີມຊາວກະສິກອນ ຕາມຄວາມຕ້ອງການຂອງເຂົາເຈົ້າ. ຊຸກຍູ້ການຜະລິດສິນຄ້າ ເພື່ອຄ້າຂາຍຕາມຊາຍແດນ ກັບປະເທດໃກ້ຄຽງ, ປັບປຸງອອກລະບຽບການ ໃນການດຳເນີນທຸລະກິດ, ສົ່ງເສີມດ້ານການຕະຫລາດ ຕາມກົນໄກຕະຫລາດ ທີ່ມີຫລັກການ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ