[English Below] ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ເສີມ​ຂະ​ຫຍາຍ​ການ​ພັດ​ທະ​ນາ​ດ້ານຂະ​ແໜງ​ກະ​ສິ​ກໍາ ຮ່ວມກັບ ກະຊວງກະສິກຳ ແລະ ປ່າໄມ້ ໂດຍ​ການ​ລົງ​ນາມເພີ່ມ​ເຕີມ​ໃນ 3 ໂຄງ​ການ​/FAO strengthens development of agricultural sector with MAF with signing three additional projects

ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ເສີມ​ຂະ​ຫຍາຍ​ການ​ພັດ​ທະ​ນາ​ດ້ານຂະ​ແງ​ກະ​ສິ​ກໍາ ຮ່ວມກັບ ກະຊວງກະສິກຳ ແລະ ປ່າໄມ້ ໂດຍ​ການ​ລົງ​ນາມເພີ່ມ​ເຕີມ​ໃນ 3 ໂຄງ​ການ​

        ໃນວັນທີ 24 ມັງກອນ 2023, ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ ປະຈຳລາວ (FAO), ສືບຕໍ່ໃຫ້ການສະໜັບສະໜູນ ດ້ານກະສິກໍາ ແລະ ການພັດທະນາຊົນນະບົດ ຂອງສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ. ຂໍ້ຕົກລົງໂຄງການໃໝ່ 3 ສະບັບ ໄດ້ລົງນາມຮ່ວມກັນລະຫວ່າງ ກະຊວງກະສິກຳ ແລະ ປ່າໄມ້ (MAF) ແລະ ອົງການ FAO.

     

ພິທີລົງນາມໂຄງການເພີ່ມທະວີຄວາມອາດສາມາດໃນການວາງແຜນ ແລະ ພັດທະນາແຜນແມ່ບົດຊາ; ໂຄງການເສີມຂະຫຍາຍທາງດ້ານຊີວະນາໆພັນໃນຂະແໜງກະສິກຳ; ໂຄງການຊ່ວຍເຫຼືອດ້ານວິຊາການໃນການພັດທະນາແຜນພັດທະນາແຫ່ງຊາດສຳລັບລະບົບອາຫານແບບຍືນຍົງ.

ທ່ານ ປອ ເພັດ ພົມພີພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ກ່າວໃນພິທີວ່າ: ບັນຫາຄວາມໝັ້ນຄົງໃນດ້ານອາຫານ ແລະ ການຈັດການໃນດ້ານກະສິກຳ ເປັນໜຶ່ງໃນບັນຫາທີ່ທົ່ວໂລກໃຫ້ຄວາມສົນໃຈ ແລະ ໃຫ້ຄວາມສຳຄັນ ຊຶ່ງທຸກໆພາກສ່ວນທີ່​ກ່ຽວຂ້ອງ, ທັງພາກ​ລັດ, ວິຊາ​ການ ​ແລະ ພາກ​ເອກະ​ຊົນ. ໃນ​ນັ້ນ, ທ່ານ​ລັດຖະມົນຕີ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ສະໜັບສະໜູນ​ຊ່ວຍ ​ແລະ ການ​ປະກອບ ສ່ວນ​ທີ່ຍາວ​ນານ​ຂອງອົງການ FAO ​ໃຫ້​ຂະ​ແໜງ​ກະສິກຳ. ການ​ຊ່ວຍ​ເຫຼືອ​ດັ່ງກ່າວ ​ແມ່ນ​ເປັນ​ການ​ຊ່ວຍ​ເຫຼືອໃຫ້​ປະຊາຊົນ​ໃນ​ທົ່ວ​ປະ​ເທດ​ມີ​ອາຫານ​ທີ່​ພຽງພໍ ​ແລະ ມີ​ຄຸນຄ່າທາງໂພຊະນາການ ​ແລະ ​ເປັນ​ການ​ສ້າງ​ລາຍ​ຮັບ ​ແລະ ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງເຂົາເຈົ້າໃຫ້ດີຂຶ້ນ.

     

ທ່ານ ນາຊາ ຮາຢັດ, ຜູ້ຕາງໜ້າອົງການ FAO ປະຈຳ ສປປ ລາວ, ໄດ້ກ່າວວ່າ “ທາງອົງການ FAO ຮູ້ສຶກເປັນກຽດສະເໝີມາ ທີ່ໄດ້ສະໜັບສະໜູນການພັດທະນາຂອງ ສປປ ລາວ ໂດຍຜ່ານຂະແໜງກະສິກຳຂອງລາວ”. ທ່ານ​ກ່າວ​ເນັ້ນ​ວ່າ, “ຂະ​ແໜງ​​ຊາ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ພັດ​ທະ​ນາ​ສ່ວນ​ໃຫຍ່ແມ່ນ​ຍ້ອນຂາດ​ຂໍ້​ມູນ​ຂ່າວ​ສານ​ ແລະ​ ຂາດ​ການແກ້ໄຂ​ໂຄງການ​ໃນ​ໄລຍະ​ຍາວ, ຜູ້​ປູກ​ຊາ​ລາວ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ສູງ​ຂຶ້ນ”.

ຜູ້ຕາງໜ້າອົງການ FAO ຍັງໄດ້ເນັ້ນໜັກອີກວ່າ “ອົງການFAO ມີເປົ້າໝາຍ ເຖິງການນຳເອົາແນວ ທາງການຈັດຕັ້ງປະຕິບັດທີ່ເປັນມິດກັບຊີວະນາໆພັນແບບຍືນຍົງ ມາຂະຫຍາຍອອກໃຫ້ເປັນວົງກວ້າງ ໃນການຮັກສາຮູບແບບຂອງຊີວະນາໆພັນໃນຫລາຍຊ່ອງທາງ, ໂຄງການ, ເສດຖະກິດ ແລະ ທົ່ວສັງຄົມ. ລະບົບອາຫານ​ກະ​ສິ​ກຳ​ ມີ​ສ່ວນສຳຄັນ​ຢ່າງ​ຫຼວງຫຼາຍ​ເຂົ້າ​ໃນ​ການ​ອະ​ນຸ​ລັກ​ຊີ​ວະ​ນາໆ​ພັນ, ການ​ນຳ​ໃຊ້​ແບບ​ຍືນ​ຍົງ ແລະ ການ​ຟື້ນ​ຟູ​ຄືນ​ໃໝ່, ແລະ​ ບັນ​ດາ​ວາ​ລະ​ແຫ່ງຊາດປີ 2030”. ນອກຈາກນີ້ “ຈາກຄວາມພະຍາຍາມທີ່ສ້າງຂະບວນການ ແລະ ກົນໄກການປະສານງານໃນລະດັບຊາດ ຂອງລະບົບອາຫານ, FAO ຍັງຕັ້ງເປົ້າໝາຍທີ່ຈະຊ່ວຍສ້າງຂີດຄວາມສາມາດຂອງ ກະຊວງກະສິກຳ ແລະ ປ່າໄມ້ ແລະ ກະຊວງອື່ນໆທີ່ກ່ຽວຂ້ອງ ເພື່ອສຸມໃສ່ບຸລິມະສິດ ແລະ ປະຕິບັດບັນດາຂໍ້ສະເໜີແນະສຳຄັນໃນບົດລາຍງານການວິເຄາະ 2021 (ເສັ້ນທາງໄປສູ່ລະບົບອາຫານທີ່ຍືນຍົງ),”, ທ່ານກ່າວຕື່ມວ່າ ​ຄຳ​ໝັ້ນ​ສັນຍາ​ຂອງອົງການ FAO ​ໃນ​ການ​ສະໜັບສະໜູນ ສປປ ລາວ ​ໃນ​ການ​ບັນລຸ​ການ​ຜະລິດ​ທີ່​ດີກ​ວ່າ, ສິ່ງ​ແວດ​ລ້ອມ​ທີ່​ດີກ​ວ່າ, ໂພ​ຊະ​ນາ​ການ​ທີ່​ດີກ​ວ່າ, ​ແລະ ຊີວິດ​ທີ່​ດີ​ຂຶ້ນ​. ພວກເຮົາຈະກ້າວໄປພ້ອມກັນ.

ໃນການລົງນາມໃນຄັ້ງນີ້ ທ່ານ ປອ ເພັດ ພົມພີພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານຫົວໜ້າ ແລະ ຮອງຫົວໜ້າກົມຊົນລະປະທານ, ກົມປ່າໄມ້, ກົມກວດກາປ່າໄມ້, ກົມກວດກາ, ກົມພັດທະນາຊົນນະບົດ, ຜູ້ຊ່ວຍຜູ້ຕາງໜ້າອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດປະຈຳລາວ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

FAO strengthens development of agricultural sector with MAF with signing three additional projects

Vientiane, Lao PDR On 24 January 2023, The Food and Agriculture Organization of the United Nations (FAO) continues to support strengthening the Agriculture and Rural Development Sector of the Lao People’s Democratic Republic. Three new projects agreements were signed between the Ministry of Agriculture and Forestry (MAF) and FAO.

During the ceremony three projects on Strengthening Capacity for Planning and Development of Tea Master Plan; Mainstreaming Biodiversity across Agricultural Sectors; and Technical Assistance for the Development of National Action Plan for Sustainable Food System.

His Excellency Dr. Phet Phomphiphack, Minister of Agriculture and Forestry, while speaking on the occasion emphasised that food insecurity is one of the global concerns that need to be handled strategically and Lao PDR needs to take the same approach. This requires support from all relevant stakeholders, namely those from the government, academic and private sectors. In this regard, the minister, expressed his appreciation of the long-standing support and contribution made by FAO to the agricultural sector. This support is helping to ensure the people in the country have sufficient and nutritious food to survive as well as to generate means to increase their income and improve their livelihoods.

Mr. Nasar Hayat, FAO Representative to Lao PDR, noted that “FAO is always honoured to support the development of the Lao PDR through its agricultural sector”. He stressed that “the tea sector has remained underdeveloped largely due to fragmented information and lack of investment in key areas of the tea value chains, lack of long-term overcome, Lao tea growers will enjoy higher benefits”.

the FAO Representative also highlighted that “FAO aims to bring sustainable biodiversity-friendly practices to scale by integrating biodiversity in decision-making across policies, projects, economies and throughout society. Through biodiversity mainstreaming, agrifood systems have the potential to make a significant contribution to biodiversity conservation, sustainability, and restoration, and to the 2030 Agenda as a whole”. In addition, “with the effort to establish a national process and coordination mechanism as a follow up from the Food System National Dialogue, FAO also aims to help build capacities of MAF and other government ministries required to focus on priorities and implement key recommendations identified in the Synthesis Report 2021 (Pathways to Sustainable Food Systems)”, he added. He reiterated FAO’s commitment of supporting Lao PDR in achieving better production, better environment, better nutrition, and better life while leaving no one behind.

The event was attended by Director Generals and Deputy Director Generals and other colleagues from Department of Irrigation, Department of Forestry, Department of Forest Inspection, Department of Rural Development, and others. Other FAO colleagues and development partners were also present.

*********************

Lao Media Contact Person/s:

Bounmee Maokhamphiou, Outreach Specialist – Bounmee.Maokhamphiou@fao.org

Vilaylack Khounvisith, National Communication Consultant – Vilaylack.Khounvisith@fao.org

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ