Phonesai Sysongkham

ພິທີປູກຕົ້ນໄມ້ຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ

IMG_9785 IMG_9805

ດັ່ງທີ່ີຮູ້ນໍາກັນແລ້ວວ່າປ່າໄມ້ແມ່ນແຫຼ່ງຊັບພະຍາກອນທໍາມະຊາດທີ່ອຸດົມສົມບູນທີ່ມີຄຸນຄ່າ ແລະ ມີຄວາມໝາຍສຳຄັນຕໍ່ການດຳລົງຊີວິດມວນມະນຸດ ແລະ ຍັງເປັນຜົນປະໂຫຍດຕໍ່ທາງດ້ານເສດຖະກິດ, ການທ່ອງທ່ຽວ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ອື່ນໆ ສະນັ້ນໃນວັນທີ 1 ມິຖຸນາ 2017 ຢູ່ທີ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດພິທີປູກຕົ້ນໄມ້ ໂດຍໃຫ້ກຽດເປັນປະທານ ຂອງທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ, ປະທານ ປກຊ, ປກສ ແຫ່ງສປປ ລາວພ້ອມດ້ວຍ ທ່ານ ປອ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ພົນຕີ ວິໄລ ຫຼ້າຄໍາຟອງ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງກອງທັບ, ທ່ານ ປອ ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ບັນດາ ລັດຖະມົນຕີ ຮອງລັດຖະມົນຕີ, ກຳມະການສູນກາງພັກ, ຄະນະພັກກະຊວງປ້ອງກັນປະເທດ, ບັນດາແຂກ ນັບທັງຊາວໜຸ່ມກະຊວງກະສິກຳ ແລະ ປ່າໄມ້ ແລະ ນ້ອງນ້ອຍເຍົາວະຊົນ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ. Continue reading

ເປີດງານວາງສະແດງເບ້ຍໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ

IMG_9612IMG_9638

ພິທີເປີດງານວາງສະແດງເບ້ຍໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຕິດພັນກັບການສ້າງຂະບວນການປູກຈິດສໍານຶກ ເນື່ອງໃນວັນເດັກນ້ອຍສາກົນ ວັນທີ 1 ມີຖຸນາ ໄດ້ໄຂ່ຂຶ້ນຢ່າງເປັນທາງການໃນວັນທີ 31 ພຶດສະພາ ຫາ ວັນທີ 04 ມີຖຸນາ 2017 ຜ່ານມາ ທີ່ສູນການຄ້າລາວ-ໄອເຕັກ ໂດຍການຮ່ວມກັນລະຫວ່າງ ກະຊວງກະສິກໍາ ແລະປ່າໄມ້ ກັບນະຄອນຫຼວງວຽງຈັນ. ເປັນກຽດເຂົ້າຮ່ວມໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ປະລິນຍາເອກ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້, ທ່ານ ຮອງເຈົ້າຂອງນະຄອນຫຼວງວຽງຈັນ, ພ້ອມນີ້້ມີ ບັນດາລັດຖະມົນຕີ-ຮອງລັດຖະມົນຕີຈາກກະຊວງທີ່ກ່ຽວຂ້ອງ, ຫົວໜ້າ-ຮອງຫົວໜ້າກົມ, ຫ້ອງການ, ພ້ອມດ້ວຍຜູ້ປະກອບການ, ຄູອາຈານ ແລະນ້ອງນ້ອຍນັກຮຽນເຂົ້າຮ່ວມຢ່າງຄຶກຄື້ນ. Continue reading

ພິທີປູກຕົ້ນໄມ້ຢູ່ບ້ານ ໄຊສົມບູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ

111111 IMG_9930

ເພື່ອເປັນການປຸກດົມທາງດ້ານຈິດໃຈຢ່າງຟົດຟື້ນ ໃຫ້ຖັນແຖວພະນັກງານ ລັດຖະກອນຕະຫຼອດຮອດພໍ່-ແມ່ປະຊາຊົນເຫັນໄດ້ຄວາມໝາຍ, ຄວາມສຳຄັນຂອງວຽກງານປູກຕົ້ນໄມ້ເພື່ອຟື້ນຟູປ່າ ລວມທັງການຄຸ້ມຄອງ ແລະປົກປັກຮັັກສາປ່າໄມ້ ໃຫ້ມີການຂະຫຍາຍຕົວຍືນຍົງ. ໃນທ້າຍອາທິດຜ່ານມາ, ກະຊວງກະສິກໍາ ແລະປ່າໄມ້ ຮ່ວມກັບພະແນກກະສິກໍາ ແລະປ່າໄມ້ນະຄອນຫຼວງວຽງຈັນ ໄດ້ຈັດພິທີປູກຕົ້ນໄມ້ ຢູ່ບ້ານ ໄຊສົມບູນ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະທານໂດຍ ທ່ານ ປອ. ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ປອ. ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້. ພ້ອມນີ້ ມີບັນດາ ຮອງລັດຖະມົນຕີ, ຫົວໜ້າ-ຮອງຫົວໜ້າກົມ, ຫ້ອງການ, ຈາກກະຊວງກະສິກໍາ ແລະປ່າໄມ້,ພະແນກການອ້ອມຂ້າງນະຄອນຫຼວງວຽງຈັນ, ພໍ່ແມ່ປະຊາຊົນ, ຄູອາຈານ ແລະນ້ອງນ້ອຍນັກຮຽນ ເຂົ້າຮ່ວມຢ່າງຟົດຟື້ນ. Continue reading

ພີທີມອບ-ຮັບໂຄງການກໍ່ສ້າງຊົນລະປະທານ ນ້ຳຊອຍ 1 ແລະ ນ້ຳຊອຍ 2.

11 111111

ໃນອາທິດທີ່ຜ່ານມານີ້ ພະແນກກະສິກຳ ແລະ ປ່າໄມ້ ແຂວງ ຫຼວງພະບາງ ໄດ້ຈັດພິທີມອບ-ຮັບໂຄງການກໍ່ສ້າງຊົນລະປະທານນ້ຳຊອຍ 1 ແລະ ນ້ຳຊອຍ 2 ບ້ານນາແວ່ນ ເມືອງ ວຽງຄຳ ແຂວງ ຫຼວງພະບາງ ໂດຍການເຂົ້າຮ່ວມຂອງທ່ານ ປອ. ພວງປາຣີສັກ ປຣະວົງວຽງຄຳ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ບົວຄົງ ນາມະວົງ ຮອງເຈົ້າແຂວງ ແຂວງ ຫຼວງພະບາງ ພ້ອມນີ້ມີບັນພະແນກກະສິກຳ ແລະ ປ່າໄມ້ 3 ແຂວງ: ແຂວງຜົ້ງສາລີ, ຫົວພັນ ແລະ ແຂວງ ຫຼວງພະບາງ ມີບັນດາເຈົ້າເມືອງ ຮອງເຈົ້າເມືອງ ພະແນກການອ້ອມຂ້າງ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ. Continue reading

ກອງປະຊຸມ ກ່ຽວກັບນະໂຍບາຍນະໂຍບາຍການຄໍ້າປະກັນສະບຽງອາຫານ ແລະ ງານວາງສະແດງສິນຄ້າ ຂອງບັນດາປະເທດ GMS

2 3

ໂດຍຕອບສະໜອງຕາມ ການເຊື້ອເຊີນ ຂອງ ທະນາຄານ​ພັດທະນາອາຊີ (ADB) ​ປອ. ພວງປາຣິສັກ ປຣະວົງວຽງຄຳ, ຮອງລັດຖະມົນຕີກະຊວງກະສິ ກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ເຂົ້າ​ຮ່ວມກອງ​ປະຊຸມປຶກສາຫາລື ກ່ຽວກັບ ນະ​ໂຍບາຍ ໃນການ​ຄໍ້າປະກັນ​ສະບຽງ​ອາຫານ-​ການເຂົ້າ​ເຖິງ​ຕະຫຼາດ, ກອງປະຊຸມຄວາມປອດໄພດ້ານອາຫານໂລກ ​ແລະ ງານ​ວາງສະ​ແດງສິນຄ້າກະສິກຳ THAIFEX-World, ຊຶ່ງ​ໄດ້ຈັດ​ຂື້ນໃນ​ລະຫວ່າງວັນ​ທີ 31 ພຶດສະພາ ຫາ​ວັນ​ທີ 1 ມີ​ຖຸນາ 2017, ຢູ່ທີ່​ບາງກອກ, ປະ​ເທ​ດ​ໄທ. ​ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອປຶກສາຫາລື ແລກ ປ່ຽນບົດຮຽນ ທາງດ້ານນະໂຍບາຍ ກ່ຽວກັບ ກາລະໂອກາດ ແລະ ສິ່ງທ້າທາຍ ໃນການຕອບສະໜອງ ດ້ານສະບຽງອາຫານ ຢູ່ໃນບັນດາປະເທດຂອງ GMS (ສປປ ລາວ, ໄທ, ສສ. ຫວຽດ ນາມ, ກຳປູເຈຍ, ມຽນມ້າ ແລະ ສປ ຈີນ)
Continue reading

ທ່ານຮອງລັດຖະມົນຕີກະຊວງ ກປ ລົງເຄື່ອນໄຫວຊຸກຍູ້ການຜະລິດກະສິກຳ ທີ່ແຂວງ ອຸດົມໄຊ

IMG_8503 IMG_8599

 

​ເພື່ອ​ຊຸກຍູ້​ສົ່ງ​ເສີມ​ການ​ຜະລິດກະສິກຳ​ໃຫ້​ມີ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ ​ໂດຍ​ສະ​ເພາະ​ສູນ​ບໍລິການ​ເຕັກນິກ​ກະສິກຳ ​ເພື່ອ​ຜະລິດ​ແນວ​ພັນ​ພືດ ​ແລະ ສັດ ​ສະໜອງໃຫ້​ພຽງພໍ​ກັບ​ຄວາມ​ຕ້ອງການ​ຂອງ​ປະຊາຊົນ ​ແລະ ຜະລິດຫຼາຍ​ໃຫ້​ກາຍ​ເປັນ​ສິນຄ້າ. ​ໃນ​ວັນ​ທີ 3-4 ພຶດສະພາ 2017 ທ່ານ ຄຳບຸນ​ນັດ ​ໄຊ​ຍະ​ນົນ ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​ພ້ອມ​ຄະນະ ໄດ້​ລົງ​ເຄື່ອນ​ໄຫວ​ຢ້ຽມຢາມ​ສູນ​ບໍລິການ​ເຕັກນິກ ​ແລະ ຂະຫຍາຍ​ພັນ​ກະສິກຳ-ປ່າ​ໄມ້ ນ້ຳຫີນ ​ສູນ​ດັ່ງກ່າວ​​ໄດ້​ມີຫຼາຍກິດຈະກຳ​ເຊັ່ນ: ການ​ລ້ຽງໝູ, ລ້ຽງ​ໄກ່, ປູກໝາກ​ເຄືອ​ນ້ຳມັນ ​ນອກຈາກ​ນີ້ຍັງ​ມີ​ການປູກ​ຜັກ​ໃນ​ເຮືອນ​ຮົ່ມ ​ແລະ ນອກ​ເຮືອນ​ຮົ່ມ ຊະນິດ​ພືດ​ທີ່​ປູກ​ແມ່ນ​ຂຶ້ນ​ກັບ​ລະດູ​ການ ​ແລະ ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ ​ເດືອນໜຶ່ງສາມາດ​ຂາຍພືດ​ຜັກ​ໄດ້ 10 ລ້ານ​ກວ່າ​ກີ. ຫຼັງຈາກ​ນັ້ນ, ກໍ່​ໄປເບິ່ງ​ພື້ນທີ່​ເຂດ​ຜະລິດ​ກະສິກຳ​ພິ​ Continue reading

ເປີດການນຳໃຊ້ຂົວອູ່ຖາວອນ ບ້ານມົກຈົກ, ກຸ່ມພູຫຼວງ, ເມືອງ ນາແລ, ແຂວງ ຫຼວງນ້ຳທາ

IMG_7594 (1)IMG_8695

​ໂຄງການ​ກໍ່ສ້າງ​ຂົວອູ່​ຖາວອນ ຢູ່​ບ້ານ ມົກຈົກ ກຸ່ມ​ພູຫຼວງ, ​ເມືອງ ນາ​ແລ, ​ແຂວງ ຫຼວງນ້ຳທາ ​ເປັນ​ໂຄງການໜຶ່ງທີ່​ນອນ​ໃນ​ແຜນ​ງານ​ຂອງ​ກອງ​ທຶນຫຼຸດຜ່ອນ​ຄວາມທຸກ​ຍາກ (ທລຍ)  ກ່ຽວກັບ​ການ​ແກ້​ໄຂ​ຄວາມທຸກ​ຍາກ​ໃຫ້​ແກ່​ປະຊາ ຊົນ​ບັນດາ​ເຜົ່າ ທີ່ຢູ່​ໃນ​ເຂດ​ຊົນນະບົດ​ຫ່າງ​ໄກ​ສອກຫຼີກ. ​ໂຄງການ​ດັ່ງກ່າວ​​ເລີ່​ມກໍ່ສ້າງ​ປີ 2013 ຮອດ​ຕົ້ນປີ 2017 ນີ້ ​ໄດ້​ສຳ​ເລັດ​ການກໍ່ສ້າງ ​ໃນ​ມູນ​ຄ່າ​ 675 ລ້ານ​ກີບ ​ໂດຍ​ໃຊ້​ທຶນ​ສົມທົບ​ຈາກ​ລັດຖະບານ​ລາວ; ທະນາຄານ​ໂລກ; ອົງການ​ເພື່ອ​ການ​ພັດທະນາ ​ແລະການ​ຮ່ວມ​ມື​ປະ​ເທດ​ສະ​ວິດ​ເຊີ​ແລນ ​ແລະ ​ອົງການ​ເຮ​ວວິດ​ຕັນ ​ເຊິ່ງ​ແມ່ນ​ບໍລິສັດ ​ແກ້ວ​ມະນີກໍ່ສ້າງ​ຂົວ​ທາງ​ເຄຫາ ​ແລະ ຊົນລະປະທານ ​ເປັນ​ຜູ້​ຮັບ​ເໝົາກໍ່ສ້າງ ດ້ານ​​ເຕັກນິກ​ໄດ້​ອອກ​ແບບ​ເປັນ​ຂົວ​ອູ່​ຖາວອນ ​ໂດຍ​ນຳ​ໃຊ້​ບົດຮຽນຈາກ​ປະ​ເທດ​ເນ​ປານ ສາຍ​ກາບ​ເຄືອ​ບດ້ວຍ​ສານ​ກາ​ວາ​ໄນ,​ ອາ​ຍຸ​ການ​ນຳ​ໃຊ້​ Continue reading

ພິທີປະດັບຫຼຽນໄຊ ແລະ ມອບໃບຍ້ອງຍໍຜົນງານ 10 ປີ (2006-2015) ຂອງຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ

IMG_9392 IMG_9417

ຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂັ້ນສູນກາງ ໄດ້ຈັດພິທີປະດັບຫຼຽນໄຊ ແລະ ມອບໃບຍ້ອງຍໍຜົນງານ 10 ປີ (2006-2015) ໃຫ້ແກ່ກົມກອງ ແລະ ພະນັກງານດີເດັ່ນໃນການປະກອບສ່ວນເຂົ້າໃນວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ໃນໄລຍະ 10 ປີທີ່ຜ່ານມາ ເຊິ່ງພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 29 ມີນາ 2017 ທີ່ສູນຝຶກອົບຮົມ ແລະ ການຮ່ວມມືສາກົນ ລາວ-ຢີ່ປຸ່ນ (ITCT). ເປັນກຽດເຂົ້າຮ່ວມຂອງທ່ານ ປະລິນຍາເອກ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານຮອງລັດຖະມົນຕີ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ຫົວໜ້າກົມ, ພະນັກງານລັດຖະກອນ ແລະ ສະມາຊິກພັກ ຄະນະພັດທະນາຊົນນະບົດ, ຄະນະກຳມະການແຫ່ງຊາດເພື່ອຄຸ້ມຄອງ ແລະ ແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປລາວ, ໂຄງການເກັບກູ້ລະເບີດແຫ່ງຊາດ ແລະ ກອງທຶນຫຼຸດຜ່ອນຄວາມທຸກຍາກ ເຂົ້າຮ່ວມທັງໝົດ 118 ທ່ານ, ຍິງ 27 ທ່ານ.

Continue reading

ກະຊວງກະສິກໍາ ແລະ ປ່າໄມ້ ປະຖະກະຖາສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 62 ປີ

IMG_74477 IMG_74511

ໃນອາທິດທີ່ຜ່ານມາທີ່ສະໂມສອນກະຊວງກະສິກໍາ ແລະ ປ່າໄມ້ ກົມຈັດຕັ້ງ ແລະ ພະນັກງານ ໄດ້ຈັດພິທີປະຖະກະຖາສະເຫຼີມສະຫຼອງວັນສ້າງຕັ້ງພັກ ຄົບຮອບ 62 ປີ 22 ມີນາ 1955 ຫາ 22 ມີນາ 2017. ໃຫ້ກຽດປະຖະກະຖາໂດຍ ສະຫາຍ ສີສຸກ ພິລາວົງ ພະນັກງານອາວຸໂສບໍານານອະດີດຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກມີ ຮອງເລຂາຄະນະພັກກະຊວງກະສິກໍາ ແລະ ປ່າໄມ້, ຄະນະພັກຮາກຖານ, ເລຂາໜ່ວຍພັກ, ຫ້ອງການ, ສະມາຊິກພັກຈາກບັນດາກົມອອ້ມຂ້າງກະຊວງກະສິກໍາ ແລະ ປ່າໄມ້ ເຂົ້າຮ່ວມ 163 ສະຫາຍ ຍິງ 37 ສະຫາຍ. ຈຸດປະສົງເພື່ອສຶກສາອົບຮົມໃຫ້ສະມາຊິກພັກ, ພະນັກງານລັດຖະກອນໃນທົ່ວອົງຄະນະພັກກະຊວງກະສິກໍາ ແລະ ປ່າໄມ້ມີຄວາມຮັບຮູ້ເຂົ້າໃຈ ແລະ ຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອການຊີ້ນໍາໆພາຂອງພັກປະຊາຊົນປະຕິວັດລາວ

Continue reading

ເອກອັກຄະລັດຖະທູດສະວີເດັນ ເຂົ້າຢ້ຽມຂໍ່ານັບທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້

IMG_7554 IMG_7574

ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 23 ມີນາ 2017 ທີ່​ຜ່ານ​ມານີ້ ທີ່​ຫ້ອງ​ຮັບ​ແຂກ​ຫ້​ອງການ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ທ່ານ ສະ​ເຕັບ​ຟານ ​ເຮີ​ສະຕຣອມ ​​ເອກ​ອັກ​ຄະ​ລັດຖະທູດ​ສະວີ​ເດັນ ພ້ອມ​ດ້ວຍ​ຄະນະ ​ໄດ້​ເຂົ້າຢ້ຽມຂໍ່ານັບ ທ່ານ ທອງ​ພັດ ວົງ​ມະນີ ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ຈຸດປະສົງ​ການ​ເຂົ້າມາ​ຢ້ຽມຂໍ່ານັບ​ໃນ​ຄັ້ງນີ້​ເພື່ອປຶກສາ​ຫາລື​ກ່ຽວກັບ​ການ​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ ​ການ​ພັດທະນາ​ປ່າ​ໄມ້​ແບບ​ຍືນ​ຍົງ ລາວ-ສະ​ວີ​ເດັນ. ​ໃນ​ໂອກາດ​ດຽວກັນນີ້, ​ທ່ານ​ຮອງ​ລັດຖະມົນຕີ​ກໍ່​ໄດ້ສະ​ແດງ​ຄວາມ​ຊົມ​ເຊີຍຕໍ່ການ​ເຂົ້າຢ້ຽມພົບ​ປະ​ຂອງ​ ທ່ານ​ ສະ​ເຕັບ​ຟານ ​ເຮີ​ສະຕຣອມ ພ້ອມ​ດ້ວຍຄະນະ ພ້ອມ​ທັງ​ໄດ້​ລາຍ​ງານ​ກ່ຽວກັບຄວາມ​ສຳຄັນ​ຂອງ​ປ່າ​ໄມ້​ກັບ​ການ​ຮັກສາ​ສິ່ງ​ແວດ​ລ້ອມ ຕິດ​ພັນ​ກັບ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ລາວ ​ເພື່ອ​ໃຫ້ຫຼຸດພົ້ນອອກ​ຈາກ​ຄວາມທຸກ​ຍາກ ​ເຊິ່ງ​ແມ່ນ​ເປົ້າໝາຍ

Continue reading

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ