ນິຕິກໍາ

ກະຊວງກະສິກໍາ ແລະ ປ່າໄມ້ຈັດກອງປະຊຸມເຊື່ອມຊືມຄໍາສັ່ງນາຍົກລັດຖະມົນຕີ ແລະ ວຽກງານ 3 ສ້າງ
ໃນວັນທີ 03 ພຶດສະພາ 2018 ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມເຊື່ອມຊຶມ ແລະ ຊີ້ນຳການຈັດຕັ້ງປະຕິບັດຄຳສັ່ງນາຍົກລັດຖະມົນຕີວ່າດ້ວຍການປັບປຸງຄຸນນະພາບການເຄື່ອນໄຫວຂອງກົງຈັກການຈັດ ຕັ້ງ ແລະ ການບັນຈຸລັດຖະກອນໃໝ່, ສະບັບເລກທີ 03/ນຍ, ລົງວັນທີ 09 ກຸມພາ 2018, ສະຫຼຸບປີ ...

ທ່ານ ປອ ພວງປາຣີສັກ ປຣະວົງວຽງຄຳ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພົບປະສອງຝ່າຍກັບ ເອກອະທິບໍດີອົງການ FAO
ໃນລະຫວ່າງວັນທີ 9-13/4/2018 ທ່ານ ປອ. ພວງປາຣິສັກ ປຣະວົງວຽງຄຳ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ນຳພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມໃຫຍ່ປະຈຳພາກພື້ນອາຊີ ແລະ ປາຊີຟິກ ຄັ້ງທີ 34 ຂອງ ອົງການອາຫານ ແລະ ການກະເສດ ແຫ່ງ ...

ກອງປະຊຸມເຜີຍແຜ່ ດຳລັດເລກທີ 348/ລບ ວ່າດ້ວຍມາດຕະຖານພັນທຸກ ແລະ ມາດຕະຖານພັດທະນາ
ເພື່ອຈັດຕັ້ງຜົນຂະຫຍາຍຕາມລຳລັດເລກທີ 348/ລບ ລົງວັນທີ 16 ພະຈິກ 2017 ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ, ໂຮມບ້ານນ້ອຍໃຫ້ເປັນບ້ານໃຫຍ່, ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ຕາມພັກ ແລະ ລັດຖະບານວາງອອກໃຫ້ປະກົດຜົນເປັນຈິງ. ໃນຕອນເຊົ້າວັນທີ 28 ເມສາ 2018 ຜ່ານມານີ້ ທີ່ສະໂມສອນ ...

ທ່ານລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ລົງຢ້ຽມຢາມບ້ານ 3 ສ້າງເຂດເມືອງ ປາກລາຍ ແຂວງ ໄຊຍະບູລີ
ໃນລະຫວ່າງວັນທີ 27-28 ເມສາ 2018 ຜ່ານມາ ທ່ານ ປອ ລຽນທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ລົງຢ້ຽມຢາມບ້ານ 3 ສ້າງເຂດເມືອງ ປາກລາຍ ແຂວງ ໄຊຍະບູລີ ໂດຍການຕ້ອນຮັບຂອງທ່ານ ອຳຄາ ...

ພິທີເປີດ ຫ້ອງການ ການລົງທືນປະຕູດຽວ ທີ່ກະຊວງແຜນການ ແລະ ການລົງທືນ.
ໃນຕອນເຊົ້າຂອງວັນທີ 25 ເມສາ 2018 ທ່ານ ປອ ພວງປາຣິສັກ ປຣະວົງວຽງຄຳ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ເຂົ້າຮ່ວມພິທີເປີດ ຫ້ອງການບໍລິການ-ການລົງທຶນປະຕູດຽວ ຂັ້ນສູນກາງ ຢູ່ທີ່ກະຊວງແຜນການ ແລະ ການລົງທຶນ ໂດຍການເປັນປະທານຂອງທ່ານ ປອ ສອນໄຊ ...

ສະຫະພັນແມ່ຍິງກະຊວງ ກປ ຮ່ວມວາງສະແດງຜົນງານ ໃນງານມະຫາກໍາຊັບສິນທາງປັນຍາ 2018 ທີ່ສູນການຄ້າລາວໄອເຕັກ
ໃນວັນທີ 23 ເມສາ 2018, ທີ່ສູນການຄ້າລາວໄອເຕັກ, ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີໄດ້ຈັດງານມະຫາກໍາຊັບສິນທາງປັນຍາ ແລະ ສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ 2018 ພາຍໃຕ້ຄໍາຂວັນ: ແມ່ຍິງສ້າງນະວັດຕະກໍາ ແລະ ປະດິດຄິດສ້າງ, ເປັນພະລັງງານແຫ່ງການປ່ຽນແປງ. ໃຫ້ກຽດເປັນປະທານເປີດງານຄັ້ງນີ້ໂດຍພະນະທ່ານ ...

ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ຢ້ຽມຢາມອົງການ ACIAR ທີ່ປະເທດ ອົດສະຕາລີ.
ໂດຍຕອບສະໜອງຕາມການເຊື້ອເຊີນຂອງອົງການ ACIAR ປະເທດອົດສະຕາລີ ທ່ານປອ. ພວງປາຣິສັກ ປຣະວົງວຽງຄຳ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ໄດ້ນຳພາຄະນະຜູ້ແທນກະຊວງກະສິກຳ ແລະ ປ່າໄມ້ ສປປລາວ ຈຳນວນ 4 ທ່ານ (1. ທ່ານ ປອ. ບຸນຖອງ ບົວຫອມ, ...

ກອງປະຊຸມຊີ້ນຳຂຸດໄຂ່ຕັກແຕນຢູ່ເມືອງຮ້ຽມ, ແຂວງ ຫົວພັນ.
ໃນວັນທີ 3 ເມສາ 2018 ທ່ານ ບຸນສັກ ຖິ່ນນະຄອນ ກຳມະການພັກເມືອງ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ຮ້ຽມ ແຂວງ ຫົວພັນ ພ້ອມດ້ວຍທິມງານວິຊາການໄດ້ຈັດກອງປະຊຸມຊຸກຍູ້ປຸກລະດົມປະຊາຊົນຂຸດໄຂ່ຕັກແຕນຝຸງໄມ້ປ່ອງ ແລະ ແນະະນຳ-ນຳພາປະຊາຊົນບ້ານສາກົກຂຸດທຳລາຍໄຂ່ຕັກແຕນ ມີຜູ້ເຂົ້າຮ່ວມທັງໝົດເກືອບ 30 ...

ທ່ານ ຄຳບຸນນັດ ໄຊຍະນົນ ຢ້ຽມຢາມໂຄງການລຶບລ້າງຄວາມທຸກຍາກຂອງປະຊາຊົນ ບ້ານ ຄຳປ່າແໜ ແລະ ບ້ານ ປ່າກ້ວຍ
ໃນວັນທີ 22 ມີນາ 2018 ນີ້ ທ່ານ ຄໍາບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແ ລະ ປ່າໄມ້ , ທ່ານຮອງເຈົ້າແຂວງໆສະຫວັນນະເຂດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ໂຄງການລຶບລ້າງຄວາມທຸກຍາກຂອງປະຊາຊົນບ້ານຄຳປ່າແໜ ແລະບ້ານປ່າກ້ວຍ, ເມືອງ ຈຳພອນ, ...

ກອງປະຊຸມກະກຽມໂຄງການພັດທະນາພື້ນຖານໂຄງລ່າງຊົນນະບົດ ແລະ ການຄຸ້ມຄອງອ່າງໂຕ່ງແບບຍືນຍົງ
ໂຄງການພັດທະນາພື້ນຖານໂຄງລ່າງຊົນນະບົດ ແລະ ການຄຸ້ມຄອງອ່າງໂຕ່ງແບບຍືນຍົງ ໄດ້ດຳເນີນໜ້າງວຽກໄປຈຳນວນໜຶ່ງແລ້ວ ເຊິ່ງຄະນະຮັບຜິດຊອບກະກຽມໂຄງການຂັ້ນສູນກາງ ໄດ້ປະສານສົມທົບ ແລະ ປຶກສາຫາລືກັບທະນາຄານພັດທະນາອາຊີ(ADB) ກໍ່ຄືບັນດາຄູ່ຮ່ວມພັດທະນາຕ່າງໆ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງແຕ່ສູນກາງລົງຮອດທ້ອງຖິ່ນ ແລະ ຊາວກະສິກອນໃນກຸ່ມເປົ້າໝາຍ. ໃນວັນທີ 13 ມີນາ 2018 ກົມຊົນລະປະທານ, ກະຊວງກະສິກຳ ...