ໜ້າຫຼັກ

ພິທີເຊັນສັນຍາ ໂຄງການຮ່ວມມືສ້າງສູນຄົ້ນຄວ້າ, ວິໄຈຢາງພາລາລາວ
ເພື່ອປະຕິບັດນະໂຍບາຍລວມຂອງລັດຖະບານ ໃນການຍາດແຍ່ງການຊ່ວຍເຫຼືອ, ການຮ່ວມມືທາງດ້ານເຕັກນິກວິຊາການເພື່ອພັດທະນາວຽກງານຢາງພາລາລາວ.ໃນອາທິດຜ່ານມາ, ກະຊວງກະສິກໍາ ແລະປ່າໄມ້ ສປປ ລາວ ແລະ ກຸ່ມບໍລິສັດພັດທະນາກະສິກໍາຢູນນານ ຈໍາກັດ ສປ.ຈີນ ໄດ້ມີພິທີເຊັນສັນຍາ ໂຄງການຮ່ວມມືສ້າງສູນຄົ້ນຄວ້າ, ວິໄຈຢາງພາລາລາວ ຂຶ້ນ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຄໍາພັນ ເໝືອນສິດທິດາ ຫົວໜ້າຫ້ອງການກະຊວງກະສິກໍາ ...
Read More
Read More

ພິທີສັກຢາກັນພະຍາດສັດ ແຫ່ງຊາດ 11 ພະຈິກ 2017
ໃນວັນທີ 10 ພະຈິກ ທີ່ຜ່ານມາ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ສົບທົບກັບ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງນາຊາຍທອງ ໄດ້ຈັດພິທີ ສັກຢາກັນພະຍາດສັດແຫ່ງຊາດຂື້ນ ໂດຍການເຂົ້າຮ່ວມຂອງ ທ່ານ ລຽນ ທີແກ້ວ ...
Read More
Read More
ທ່ານຮອງລັດຖະມົນຕີກະຊວງກະສິກຳແລະປ່າໄມ້ເຂົ້າຮ່ວມພິທີເປີດນໍ້າຊົນລະປະທານ ແລະ ການຜະລິດລະູດູແລ້ງ
ເພື່ອປະຕິບັດຕາມມະຕິຂອງກອງປະຊຸມໃຫຍ່ຄັ້ງທີ X ຂອງພັກທີ່ໄດ້ກຳນົດໜ້າທີ່ ແລະ ວຽກງານຈຸດສຸມສໍາລັບວຽກງານການພັດທະນາກະສິກຳ ແລະ ປ່າໄມ້ ໄປສູ່ກະສິກຳແບບປະສົມປະສານ, ຕິດພັນກັບກຳລັງແຮງຂອງກົນໄກການຕະຫຼາດຫັັນເປັນອຸດສາຫະກຳທີ່ທັນສະໄໝ, ຕິດພັນກັບການຂະຫຍາຍຕົວຂອງຊຸມຊົນ ແລະ ການສ້າງເປັນຕົວເມືອງນ້ອຍໃນຊົນນະບົດ, ນຳໃຊ້ທ່າແຮງຂອງແຕ່ລະທ້ອງຖິ່ນບວກກັບການລົງທຶນທັງພາຍໃນແລະຕ່າງປະເທດ,ເພື່ອຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ...
Read More
Read More

ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ສືບຕໍ່ລົງຊຸກຍູ້ຕິດຕາມການແກ້ໄຂຄວາມທຸກຍາກຂອງປະຊາຊົນບ້ານ ຄຳປ່າແໜ ແລະ ບ້ານ ປ່າກ້ວຍ.
ເພື່ອປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 3817/ກປ, ລົງວັນທີ 17 ສິງຫາ 2017. ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ໂຄງການຜະລິດກະສິກຳເພື່ອແກ້ໄຂຄວາມທຸກຍາກ ຢູ່ບ້ານຄຳປ່າແໜ ແລະ ບ້ານ ...
Read More
Read More

ສ້າງຂະບວນການອະນາໄມລວງຄອງເໝືອງ ແລະ ປ່ອຍນ້ຳຊົນລະປະທານ ສະໜອງໃຫ້ແກ່ເນື້ອທີ່ການຜະລິດລະດູແລ້ງ ສົກປີ 2017-2018
ເພື່ອເປັນການຮັບປະກັນການສະໜອງນໍ້າໃຫ້ພຽງພໍ, ມີປະສິດທິພາບ ແລະ ທ່ວງທັນກັບລະດູການຜະລິດ. ອີງຕາມກົດໝາຍຊົນລະປະທານສະບັບເລກທີ 261/ສພຊ, ລົງວັນທີ 14 ທັນວາ 2012, ເຊີ່ງກຳນົເອົາວັນ 3 ພະຈິກເປັນວັນຊົນລະປະທານແຫ່ງຊາດ, ພະແນກກະສິກຳແລະປ່າໄມ້ນະຄອນຫຼວງວຽງຈັນ ໄດ້ສ້າງຂະບວນການອະນາໄມລວງຄອງເໝືອງ ແລະ ປ່ອຍນ້ຳຊົນລະປະທານສະໜອງໃຫ້ແກ່ເນື້ອທີ່ການຜະລິດລະດູແລ້ງ ສົກປີ ...
Read More
Read More
ສະເຫຼີມສະຫຼອງ ການສ້າງຕັ້ງ ສະຫະກອນ ຜູ້ຜະລິດກາເຟ ເຂດພູພຽງບໍລະເວນ ຄົບຮອບ 10 ປີ.
ເພື່ອສະເຫຼີມສະຫຼອງຜົນສຳເລັດທີ່ຍາດມາໄດ້ ໃນການສ້າງຕັ້ງ ສະຫະກອນຜູ້ຜະລິດກາເຟ ເຂດພູພຽງບໍລະເວນ ຄົບຮອບ 10 ປີ, ດັ່ງທີ່ຮູ້ນຳກັນແລ້ວວ່າ: ກາເຟ ເປັນພືດເສດຖະກິດໜຶ່ງ ທີ່ຕິດພັນກັບມູນເຊື້ອຂອງຊາວສວນມາແຕ່ດົນນານ ໂດຍສະເພາະແມ່ນເຂດພູພຽງບໍລະເວນ. ນັບແຕ່ມື້ສ້າງຕັ້ງ ສປປ ລາວ ເປັນຕົ້ນມາ, ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ຕໍ່ວຽກງານຊຸກຍູ້ສົ່ງເສີມກາເຟລາວ ...
Read More
Read More
ພີທີເປີດນຳໃຊ້ໂຮງຮຽນປະຖົມສົມບູນ ບ້ານ ໜອງກາ ເມືອງ ປາກຊ່ອງ ແຂວງ ຈຳປາສັກ.
ໃນອາທິດທີ່ຜ່ານມານີ້ ທ່ານ ພວງປາຣີສັກ ປະວົງວຽງຄຳ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພີທີເປີດນຳໃຊ້ ໂຮງຮຽນປະຖົມບ້ານໜອງກາ ຊື່ງປະກອນມີ ຈຳນວນ 5 ຫ້ອງຮຽນ ນັບແຕ່ ປໍ1-ປໍ5 ມີໂຕະ, ຕັ້ງ, ແລະ ...
Read More
Read More
ທ່ານ ລັດຖະມົນຕີກະຊວງ ກະສິກໍາ ແລະປ່າໄມ້ ຖະແຫຼງການວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ປີ 2017
ເພື່ອເປັນການຊີ້ນໍາ-ນໍາພາ ແລະໃຫ້ທິດທາງ ໃນການແກ້ໄຂຄວາມທຸກຍາກ ຂອງປະເທດໃນຕໍ່ໜ້າ ໃຫ້ປະກົດຜົນເປັນຈິງ. ໃນຕອນເຊົ້າຂອງວັນທີ 09 ຕຸລາ 2017 ນີ້, ຢູ່ຫ້ອງຮັບແຂກ ຫ້ອງການກະຊວງ ທ່ານ ປອ. ລຽນ ...
Read More
Read More
ກອງປະຊຸມ ຄະນະກໍາມະການ ແຜນງານຄູ່ຮ່ວມກາກບອນປ່າໄມ້ (FCPF)
ໃນລະຫວ່າງວັນທີ 25-27 ກັນຍາ 2017 ກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມ ...
Read More
Read More
ກອງປະຊຸມ ປະຈໍາປີ ຂອງແຜນງານການລົງທຶນດ້ານປ່າໄມ້ (FIP)
ເພື່ອເສີ່ມຂະຫຍາຍບັນດາປະເທດຄູ່ຮ່ວມງານໃນການຮຽນຮຸູ້ ແລະປະສານງານ ກ່ຽວກັບວຽກງານການລົງທຶນດ້ານປ່າໄມ້ ໃຫ້ມີການຂະຫຍາຍໃນຕໍ່ໜ້າ.ກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້, ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມ ປະຈໍາປີ ຂອງແຜນງານການລົງທຶນດ້ານປ່າໄມ້ “(FIP)ຂຶ້ນທີ່ ໂຮງແຮມ ຫຼວງພະບາງວິວ, ແຂວງ ຫຼວງພະບາງ ...
Read More
Read More