ເປີດຊຸດຝຶກອົບຮົມ ການນຳໃຊ້ຂໍ້ມູນອຸຕຸກະເສດ (LaCSA) ເຂົ້າໃນ​ການວາງແຜນການຜະລິດກະສິກໍາຕໍ່ກັບການປ່ຽນແປງດິນຟ້າອາກາດ ໃຫ້ທີມງານ ເມືອງ ແລະ ແຂວງ

ເປີດຊຸດຝຶກອົບຮົມ ການນຳໃຊ້ຂໍ້ມູນອຸຕຸກະເສດ (LaCSA) ເຂົ້າໃນ​ການວາງແຜນການຜະລິດກະສິກໍາຕໍ່ກັບການປ່ຽນແປງດິນຟ້າອາກາດ ໃຫ້ທີມງານ ເມືອງ ແລະ ແຂວງ

ພາຍຫຼັງທີ່ໄດ້ເປີດຕົວລະບົບອຸຕຸກະເສດ ຂອງ ສປປ ລາວ ຫລື LaCSA APP ເປັນນະວັດຕະກຳໃໝ່ໃຫ້ແກ່ຊາວກະສິກອນ ປົດລ໋ອກການຜະລິດກະສິກຳແບບທັນສະໄໝ, ຊາວກະສິກອນສາມາດເຂົ້າເຖິງຂໍ້ມູນອຸຕຸກະ ເສດ ແລະ ສາມາດດຶງເອົາຂໍ້ມູນຈາກລະບົບລັກຊາ ໄດ້ງ່າຍ ແລະ ສະດວກ ເພາະເປັນລະບົບອອນລາຍ ທີ່ສາມາດເຂົ້າເຖິງໄດ້ທຸກສະຖານທີ່ ທີ່ມີອິນເຕີເນັດ ໂດຍຜ່ານທາງໂມບາຍໂຟນ ແລະ ເວັບໄຊ໌ທາງຄອມພິວເຕີ.

ເພື່ອຂະຫຍາຍຕາໜ່າງໃຫ້ແກ່ທີມງານຂັ້ນເມືອງ ໃນຄູ້ມຄອງຂໍ້ມູນແອັບໃຫ້ມີປະສິດທິພາບ ແລະ ການນຳເຂົ້າຂໍ້ມູນທີ່ສະໝ່ຳສະເໝີ ແລະ ຫຼາກຫຼາຍ ທາງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຮ່ວມກັບ ​ອົງ​ການ​ອາ​ຫານ ແລະ ການ​ກະ​ເສດແຫ່ງ​ສະ​ຫະ​ປະ​ຊາ​ຊາດ, ກົມອຸຕຸນິຍົມ ແລະ ອຸທົກກະສາດ ພາຍໃຕ້ໂຄງການ ຊາ​ມິ​ສ ໄດ້ຮ່ວມກັນຈັດຊຸດຝຶກອົບຮົມ ພາຍໃຕ້ຫົວຂໍ້: ເກັບກຳຂໍ້ມູນ ແລະ ວິທີການປ້ອນຂໍ້ມູນເຂົ້າໃນລະບົບ ການບໍລິ ການຂໍ້ມູນພູມອາກາດສຳລັບກະສິກຳ ໃນ ສປປ ລາວ ໃຫ້ກັບພະນັກງານເມືອງ ຂອງໂຄງການສ້າງຄວາມເຂັ້ມ ແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ ເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການຄໍ້າປະກັນສະບຽງອາຫານຢູ່ ສປປ ລາວ ຂຶ້ນ, ໃນວັນທີ 22 ກໍລະກົດ 2022 ທີ່ຫ້ອງປະຊຸມຂອງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ, ສໍາລັບການຝຶກອົບຮົມດັ່ງກ່າວ ເປັນການຝຶກອົບຮົມ ໃນຮູບແບບທາງໄກ. ໂດຍການເປັນປະທານຂອງ ທ່ານ ກອງແກ້ວ ພະຈອມພົນ ຮອງຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະ​ສິ​ກຳ ພ້ອມດ້ວຍພະນັກງານເມືອງ ຈຳ​ນວນ  30 ເມືອງ ແລະ ພະນັກງານ 18 ແຂວງ ແລະ ວິຊາການກົມ ຈຳນວນ 10 ທ່ານ ເຂົ້າຮ່ວມ.

ຈຸດປະສົງການຝຶກອົບຮົມໃນຄັ້ງນີ້: ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານເມືອງ ໃຫ້ມີຄວາມຮູ້, ຄວາມສາມາດ ໃນການເກັບກຳຂໍ້ມູນ ແລະ ປ້ອນຂໍ້ມູນ ເຂົ້າໃນລະບົບການບໍລິການຂໍ້ມູນພູມອາກາດສຳລັບກະ ສິກຳ ໃນ ສປປ ລາວ. ເປົ້າໝາຍຂອງການຝຶກອົບຮົມ ເພື່ອໃຫ້ພະນັກງານເມືອງມີຄວາມຮູ້ກ່ຽວກັບ: ແອັບລັກຊາ ແລະ ສາມາດຕິດຕັ້ງ, ນຳໃຊ້ ແລະ ປ້ອນຂໍ້ມູນ ໃນໂທລະສັບມືຖື ດ້ວຍການນໍາໃຊ້ແອັບຂໍ້ມູນອຸຕຸກະເສດ (LaCSA app) ເຂົ້າໃນການວາງແຜນການຜະລິດກະສິກຳ.

ໃນພິທີ ທ່ານ ກອງແກ້ວ ພະຈອມພົນ ໄດ້ກ່າວຕໍ່ການຝຶກອົບຮົມຄັ້ງນີ້ວ່າ: ໃນການພັດທະນາກະສິກຳໃຫ້ມີຄວາມທັນສະໄໝຂຶ້ນ ມັນຮຽກຮ້ອງໃຫ້ມີ​ການນໍາໃຊ້ເຕັກນິກວິທະຍາສາດ, ເຕັກໂນໂລຊີຕ່າງໆ ເຂົ້າມາໃສ່ໃນການຜະລິດກະສິກໍາ ເຊັ່ນ: ເຕັກນິກການປັບປຸງດິນ ແລະ ການຈັດການດິນ, ການນໍາໃຊ້ຂໍ້ມູນພະຍາກອນອາກາດນຳເຂົ້າມາໃສ່​ໃນແຜນການຜະລິດ, ການຈັດການແມງໄມ້ສັດຕູພືດ, ການວາງແຜນການປູກໃນແຕ່ລະດູການ, ຈົນຮອດການຕະຫລາດ. ສະນັ້ນ, ມັນມີຄວາມຈໍາເປັນຢ່າງຍິ່ງທີ່ພະນັກງານຂອງພວກເຮົາ ໂດຍສະເພາະ ພະນັກ ງານກະສິກໍາ ແລະ ປ່າໄມ້ເມືອງ, ແຂວງ ແລະ ພະນັກງານຂອງໂຄງການ ຕ້ອງໄດ້ຮັບຮູ້, ເຂົ້າໃຈ ແລະ ສາມາດໄປແນະນໍາຕໍ່ໃຫ້ແກ່ຊາວກະສິກອນ​ ເພື່ອກຽມຄວາມພ້ອມໃນການຜະລິດຂອງເຂົາເຈົ້າ ໃຫ້ສາມາດປັບໂຕໄປກັບການປ່ຽນແປງຂອງດິນຟ້າອາກາດໄດ້.

ນອກຈາກນັ້ນ, ນັກສຳມະນາກອນ ຍັງໄດ້ຝຶກຕົວຈິງໃນການນຳໃຊ້ລະບົບຂໍ້ມູນຂ່າວສານ LaCSA  (ບົດແຈ້ງຂ່າວອາກາດປະຈຳອາທິດ “ Season forecast bulletin” ແລະ ການເກັບກໍຂໍ້ມູນເພື່ອປັບປຸງລະບົບລັກຊາ) ​ເຊິ່ງສາມາດດາວໂລດບົດຂ່າວອຸຕຸກະເສດອອກມາໄດ້.

ສຳລັບຂໍ້ມູນເພີ່ມເຕີມສາມາດເຂົ້າ​ໄປ​ທີ່ເວັບໄຊ໌ຂໍ້ມູນອຸຕຸກະເສດ (https://www.lacsa.net)

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ