ອົງການ USAID ແລະ FAO ມອບຮັບຊູດປ້ອງກັນການຕິດເຊື້ຶອສ່ວນບຸກຄົນ ແລະ ອຸປະກອນຂ້າເຊື້ອ ໃຫ້ ກົມລ້ຽງສັດ ແລະ ການປະມົງ ເພື່ອຮັບປະກັນຄວາມປອດໄພໃຫ້ ສັດຕະວະແພດ ແລະ ວິຊາການປີ່ນປົວສັດ

 

ໃນວັນທີ 25 ເມສາ 2022 ທີ່ນະຄອນຫຼວງວຽງຈັນ, ສປປ ລາວ. ໄດ້ມີການມອບອຸປະກອນປ້ອງກັນການຕິດເຊື້ຶອສ່ວນບຸກຄົນ (PPE)  ແລະ ອຸປະກອນຢາຂ້າເຊື້ອ ໃຫ້ແກ່ກົມລ້ຽງສັດ ແລະ ການປະມົງ. ເຊີ່່ງໄດ້ຮັບການຊ່ວຍເຫຼືອຈາກ ປະເທດສະຫະລັດອາເມລິກາ ໂດຍຜ່ານອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ (USAID). ການມອບຮັບ ໄດ້ຈັດຂື້ນທີ່ຫ້ອງປະຊູມ ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກຳ ແລະ ປ່າໄມ້ ໂດຍແມ່ນ ທ່ານ ນາງ ວິໄລພອນ ວໍລະພິມ ຫົວໜ້າກົມລ້ຽງສັດ ແລະ ການປະມົງ ເປັນຜູ້ຕາງໜ້າຮັບ ອຸປະກອນດັ່ງກ່າວ. ການຊ່ວຍເຫຼືອອຸປະກອນປ້ອງກັນການຕິດເຊື້ຶອສ່ວນບຸກຄົນ (PPE) ແລະ ອຸປະກອນຢາຂ້າເຊື້ອ ຈະຊ່ວຍຮັບປະກັນຄວາມປອດໄພ ໃຫ້ແກ່ຂອງນັກວິ ຊາການສັດຕະວະແພດ ແລະ ນັກວິຊາການປີ່ນປົວສັດ ທີ່ເຮັດການສືກສາຄົ້ນຫາສາເຫດຂອງການແຜ່ລະບາດ ຂອງພະຍາດສັດຢູ່ພາກສະໜາມ. ການຊ່ວຍເຫຼືອໃນຄັ້ງນີ້ ໄດ້​ຮັບການສະໜັບສະໜູນຈາກລັດຖະບານ ແຫ່ງສະຫະລັດອາເມລິກາ ໂດຍຜ່ານອົງການ USAID ພາຍໃຕ້ໂຄງການຄໍ້າປະກັນສຸຂະພາບທົ່ວໂລກ (GHSP), ເຊິ່ງຈັດຕັ້ງປະຕິບັດໂດຍ ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO).

ໃນພິທີມອບ-ຮັບໃນ​ຄັ້ງນີ້, ທ່ານ ນາງ ວິໄລພອນ ວໍລະພິມ ຫົວໜ້າກົມລ້ຽງສັດ ແລະ ການປະມົງ ໄດ້ສະແດງຄວາມຮູ້ບຸນຄຸນ ມາຍັງອົງການ FAO ແລະ ລັດຖະບານແຫ່ງສະຫະລັດອາເມລິກາ ໂດຍຜ່ານອົງການ USAID ທີ່ໄດ້ມອບເຄື່ອງຊ່ວຍເຫຼືອ ໃຫ້ແກ່ກົມລ້ຽງສັດ ແລະ ການປະມົງ ກໍຄື ກະຊວງກະສິກໍາ ແລະ ປ່າໄມ້ ເຊິ່ງລວມມີ: ອຸປະກອນປ້ອງກັນການຕິດເຊື້ຶອສ່ວນບຸກຄົນ (PPE)  ແລະ ອຸປະກອນຢາຂ້າເຊື້ອ. ທ່ານ ນາງ ວິໄລພອນ ວໍລະພິມ ໄດ້ກ່າວວ່າ “ເນື່ອງຈາກວ່າ ສປປ ລາວ ມີຊາຍແດນຕິດຈອດກັບປະເທດເພື່ອນບ້ານ ທັງໝົດ 5 ປະເທດ ເຊີ່ງມີຄວາມຍາວຫຼາຍ ແລະ ເນື່ອງຈາກມີການຄ້າຂາຍສັດ ແລະ ຜະລິດຕະພັນສັດຂ້າມຊາຍແດນດຢ່າງຫຼວງຫຼາຍ, ມັນມີຄວາມສ່ຽງສູງທີ່ຈະເກີດພະຍາດຕິດຕໍ່ຈາກສັດສູ່ຄົນ ທີ່ພົບໄດທົ່ວໄປ ແລະ ພະຍາດທີ່ອາດເກີດການລະບາດຂຶ້ນໃໝ່. ໂດຍການສະໜັບສະໜູນຄັ້ງນີ້ຈາກອົງການ USAID, ວິຊາການສັດຕະວະ ແພດ ແລະ ນັກວິຊາການປີ່ນປົວສັດຈະມີຄວາມປອດໄພ ໃນເວລາເຮັດການຄົ້ນຫາເຊື້ອພະຍາດສັດຕ່າງໆໃນພາກສະໜາມ ແລະ ໃນຫ້ອງວິໄຈພະຍາດສັດ.” ທ່ານ ນາງ ວິໄລພອນ ວໍລະພິມ ຍັງໄດ້ກ່າວຕື່ມວ່າ: “ໂດຍສະເພາະແມ່ນໃນກໍລະນີຂອງພະຍາດຕິດຕໍ່ຈາກສັດສູ່ຄົນ ເຊັ່ນ: ໄຂ້ຫວັດສັດປີກຮ້າຍແຮງ, ພະຍາດແທ້ງລູກ, ພະຍາດຍ່ຽວໜູ ແລະ ພະຍາດວໍ້.”

ອຸປະກອນທີ່ນຳມາມອບໃນຄັ້ງນີ້ປະກອບມີ ຊຸດເຄື່ອງນຸ່ງປ້ອງກັນການຕິດເຊື້ຶອສ່ວນບຸກຄົນ, ຜ້າອັດປາກ, ຖົງມື, ແວ່ນຕາ, ເຄື່ອງປ້ອງກັນເກີບ ແລະ ຢາຂ້າເຊື້ອພະຍາດ ເຊິ່ງມີມູນຄ່າລວມທັງໝົດຫຼາຍກວ່າ 50.000 ໂດລາສະຫະລັດ. ອຸປະກອນດັ່ງກ່າວນີ້ ຈະຖືກຈັດສົ່ງໄປຍັງ 148 ເມືອງ ໃນ ສປປ ລາວ ເພື່ອຮັບປະກັນໃຫ້ແຕ່ລະເມືອງມີຄວາມພ້ອມໃນການຮັບມື ກັບການລະບາດທີ່ອາດຈະເກີດຂຶ້ນແບບບໍ່ສາມາດຄາດເດົາໄດ້ ຂອງພະ ຍາດລະບາດສັດຂ້າມແດນ ແລະ ພະຍາດຕິດຕໍ່ຈາກສັດສູ່ຄົນ (ຕິດຕໍ່ໃສ່ຄົນ) ຊຶ່ງມັກຈະເກີດຂຶ້ນໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ໃນພິທີມອບ-ຮັບຄັ້ງນີ້, ຜູ້ຕາງໜ້າ ຈາກອົງການ USAID ປະຈໍາລາວ ທ່ານ Michael Ronning ໄດ້ຍົກໃຫ້ເຫັນເຖິງການຂະຫຍາຍການພົວພັນການຮ່ວມມືຮອບດ້ານ ລະຫວ່າງ ສະຫະລັດອາເມລິກາ-ລາວ. “ອົງການ USAID ມຸ່ງໝັ້ນໃຫ້ການສະໜັບສະໜູນ ສປປ ລາວ ພາຍໃຕ້ການຮ່ວມມືໃນການຕໍ່ສູ້ຕ້ານພະຍາດຕິດຕໍ່ຈາກສັດສູ່ຄົນ ແລະ ໄພຂົ່ມຂູ່ອື່ນໆ ຕໍ່ສຸຂະພາບຄົນ ລວມທັງ COVID-19. ພວກເຮົາຕີລາຄາສູງຕໍ່ການຮ່ວມມືກັບກະຊວງກະສິກໍາ ແລະ ປ່າໄມ້ ແລະ ອົງການ FAO ໃນວຽກງານສຳຄັນນີ້.”

ທ່ານ ນາຊາຣ໌ ຮາຢັດ ຜູ້ຕາງໜ້າ ອົງການ FAO ປະຈຳ ສປປ ລາວ, ໄດ້ເນັ້ນໜັກວ່າ: “ພະຍາດສັດໄດ້ສົ່ງຜົນກະທົບຢ່າງໜັກໜ່ວງ ບໍ່ພຽງແຕ່ຕໍ່ຊາວກະສິກອນເທົ່ານັ້ນ ແຕ່ຫາກຍັງສົ່ງຜົນຕໍ່ລະບົບສະບຽງອາຫານ, ການຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ, ພ້ອມທັງ ຄວາມໝັ້ນຄົງດ້ານລາຍຮັບຂອງປະຊາຊົນໃນເຂດຊົນນະບົດນຳອີກ, ໂດຍສະເພາະແມ່ນຜູ້ທຸກຍາກ ແລະ ຜູ້ທີ່ດ້ອຍໂອກາດທີ່ສຸດ. ປະຊາຊົນຈໍານວນຫຼາຍ, ໂດຍສະເພາະແມ່ນປະຊາຊົນທີ່ຢູ່ໃນເຂດຊົນນະບົດ, ໄດ້ຖືກພັກດັນໃຫ້ກັບຄືນໄປສູ່ຄວາມອຶດຫິວ ແລະ ຄວາມທຸກຍາກ ຍ້ອນການສູນເສຍສັດລ້ຽງທີ່ເກີດຈາກພະຍາດຕ່າງໆເຊັ່ນ: ໄຂ້ຫວັດໝູອາຟຣິກາ ແລະ ໄຂ້ຫວັດສັດປີກ. ມີພຽງແຕ່ການຮ່ວມມື ແລະ ການປະສານງານຂອງພວກເຮົາເທົ່ານັ້ນ ທີ່ເຮັດໃຫ້ພວກເຮົາສາມາດຕໍ່ສູ້ຕ້ານກັບພະຍາດຕິດຕໍ່ຈາກສັດສູ່ຄົນເຫຼົ່ານີ້ໄດ້ຢ່າງມີປະສິດທິຜົນ, ຊ່ວຍຮັກສາຊີວິດສັດ ແລະ ຄົນ ເພື່່ືອຟື້ນຟູໃຫ້ດີຂຶ້ນຄືນເທື່ອລະກ້າວ.” ທ່ານ ນາຊາຣ໌ ຮາຢັດ ຍັງໄດ້ເນັ້ນໜັກ​ຕື່ມວ່າ: “ອົງການ FAO ມີຄວາມມຸ່ງໝັ້ນທີ່ຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອລັດຖະບານ ໃນການຮັບມືກັບພະຍາດລະບາດສັດໃຫ້ດີຂຶ້ນ ພ້ອມທັງ ສະແດງຄວາມຮູ້ບຸນຄຸນຕໍ່ກັບການປະກອບສ່ວນ ແລະ ການຮ່ວມມືຂອງ ອົງການ USAID ທີ່ສະໜັບສະໜູນລັດຖະບານ ສປປ ລາວ ໃນການຕໍ່ສູ້ກັບຄວາມທຸກຍາກ ແລະ ຄວາມລຳບາກດັ່ງກ່າວ.”

*********************

ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່:

ທ່ານ ບຸນມີ ມ້າວຄໍາຜິວ, ຊ່ຽວຊານດ້ານການສື່ສານປະຈໍາໂຄງການ – Bounmee.Maokhamphiou@fao.org

ທ່ານ ວິໄລລັກ ຄູນວິສິດ, ທີ່ປຶກສາດ້ານການສື່ສານ ປະຈໍາ FAO – Vilaylack.Khounvisith@fao.org

ຂໍ້ມູນອື່ນໆທີ່ກ່ຽວຂ້ອງ:

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ