ມອບເຄື່ອງຊ່ວຍເຫຼືອ ເຄື່ອງນຸ່ງຫົ່ມ ແລະ ອາຫານແຫ້ງ ໃຫ້ຜູ້ທຸກຍາກໃນເຂດຊົນນະບົດ

ມອບເຄື່ອງຊ່ວຍເຫຼືອ ເຄື່ອງນຸ່ງຫົ່ມ ແລະ ອາຫານແຫ້ງ ໃຫ້ຜູ້ທຸກຍາກໃນເຂດຊົນນະບົດ

ໃນວັນທີ 22 ຕຸລາ 2022 ຜ່ານມາ, ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ລົງມອບເຄື່ອງຊ່ວຍເຫຼືອໃຫ້ແກ່ພໍ່ແມ່ປະຊາຊົນໃນ 2 ບ້ານເປົ້າໝາຍ ຄື: ບ້ານແສນຍາງ ກຸ່ມແສນຍາງ ແລະ ບ້ານຫາດນາງ ກຸ່ມສິນໄຊ, ເມືອງຂວາ, ແຂວງຜົ້ງສາລີ ເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີເຄື່ອງນຸ່ງຫົ່ມ ແລະ ອາຫານແຫ້ງ ເຊິ່ງໄດ້ຮັບການອຸປະຖຳຈາກກຸ່ມນ້ຳໃຈລາວເຖິງລາວ ທີ່ປະເທດຄານາດາ, ຄິດເປັນມູນຄ່າລວມ 43 ລ້ານກີບ.

ສໍາລັບການມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ວົງເດືອນ ພູມມີທຳ, ກຳມະການປະຈຳພັກເມືອງ, ຮອງເຈົ້າເມືອງ ເມືອງຂວາ, ຜູ້ຊີ້ນ້ຳວຽກງານຂົງເຂດເສດຖະກິດ; ທ່ານນາງ ຈັນເພັງ ມະນີສຸກ, ກຳມະການພັກເມືອງ, ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງ; ທ່ານສຸວັນນີ ສຸລິຍະພອນ, ກຳມະການພັກເມືອງ, ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ພ້ອມດ້ວຍ ທ່ານ ພູມິນ ພະລາຄອນ, ຕົວແທນຈາກ ກຸ່ມນ້ຳໃຈລາວເຖິງລາວ ທີ່ປະເທດຄານາດາ; ແລະ ຕົວແທນພະນັກງານ ທລຍ ຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ ເຂົ້າຮ່ວມ.

ໃນການນຳເອົາເຄື່ອງດັ່ງກ່າວມາມອບຄັ້ງນີ້ ທ່ານ ວົງເດືອນ ໃນນາມຕາງໜ້າການນຳຂັ້ນເມືອງ ໄດ້ກ່າວສະແດງຄວາມຂອບໃຈ ແລະ ມອບໃບຍ້ອງຍໍ ໃຫ້ແກ່ທ່ານ ພູມິນ ພະລາຄອນ, ຕົວແທນ ກຸ່ມນ້ຳໃຈລາວເຖິງລາວ ທີ່ປະເທດຄານາດາ ທີ່ໄດ້ຊ່ວຍອຸປະຖໍາມອບເຄື່ອງຊ່ວຍເຫຼືອເພື່ອບັນເທົາທຸກໃຫ້ແກ່ພໍ່ແມ່ປະຊາຊົນຜູ້ທຸກຍາກ ໃນຄັ້ງນີ້.

ໝາຍເຫດ:

ຖ້າບຸກຄົນໃດ ຫຼື ອົງການໃດມີຈຸດປະສົງຢາກອຸປະຖໍາຊ່ວຍເຫຼືອເຄື່ອງດັ່ງກ່າວສາມາດພົວພັນໄດ້ ຫ້ອງການ ທລຍ ສູນກາງ: ເບີໂທ 021-261479-80 ຫຼື ສາມາດຕິດຕໍ່ຄະນະຮັບຜິດຊອບລະດົມ ແລະ ແຈກຢາຍເຄືື່ອງຊ່ວຍເຫຼືອຜູ້ທຸກຍາກ: ທ່ານ ດຣ ນາງ ຄອນທິບ ພວງເພັດ: 020 9118 6644, ທ່ານ ຫົງເງິນ ສະເດັດຕັນ: 020 5558 7815, ທ່ານ ແສງທະວີ ສີຫາພອນ: 020 9800 7888, ທ່ານ ແສງອາລຸນ ພິລາຈັນ: 020 55622205, ທ່ານ ດວງເພັດ ອິນທະວົງ: 020 2223 2409, ແລະ ທ່ານ ໜູທອງ ສີຫານາມ: 020 5670 4441

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ