ພິທີ ເປີດການນໍາໃຊ້ ລະບົບເວັບໄຊ ກະຊວງກະສິກຳ ແລະ ປ່າໄມ້ ຢ່າງເປັນທາງການ

IMG_27882 12695832

ໃນວັນທີ 02 ກຸມພາ 2016 ທີ່ສະໂມສອນຂອງ ກະຊວງກະສິກໍາ ແລະ ປ່າໄມ້ໄດ້ມີການເປີດໂຕເວັບໄຊຂອງ ກະຊວງກະສິກຳ ແລະ ປ່າໄມ້ ຢ່າງເປັນທາງການຂື້ນ ພາຍໃຕ້ການເປັນປະທານຂອງ ທ່ານ ດຣ. ພວງ​ປາຣິສັກ ປຣະວົງ​ວຽງ​ຄຳ, ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ ກະສິກຳ ​ແລະ ປ່າ​ໄມ້ ທັງເປັນຄະນະຊີ້ນໍາວຽກງານຂໍ້ມູນຂ່າວສານໄອຊີທີຂອງກະຊວງ ເປັນຜູ້ກົດປຸ່ມເປີດເວັບໄຊ ຢ່າງເປັນທາງການ ພ້ອມດ້ວຍຄະນະກົມ, ຮອງກົມ, ກະຊວງອ້ອມຂ້າງ ແລະ ຄະນະ​ວິຊາ​ການ ທີ່​ກ່ຽວຂ້ອງ ເຂົ້າຮ່ວມຫລາຍກ່ວາ 35 ທ່ານ. ເວັບໄຊກະຊວງ ແມ່ນເພື່ອເປັນບ່ອນເຊື່ອມໂຍງບັນດາລະບົບຂໍ້ມູນຂ່າວສານ ທີ່ກ່ຽວຂ້ອງກັບກະສິກຳ ແລະ ປ່າໄມ້ໃນລາວທີມີຢູ່ເຂົ້າໄວ້ນຳກັນເພື່ອໃຫ້ຜູ້ຊົມໃຊ້ສາມາດເຂົ້າເຖິ່ງໄດ້ງ່າຍ ແລະ ເປັນແຫລ່ງຂໍ້ມູນຂ່າວສານທີ່ເປັນທາງການ ຂອງວຽກງານການພັດທະນາກະສິກໍາເປັນບ່ອນສັງລວມ ແລະເຜີຍແຜ່ ບັນດາຂໍ້ມູນຂ່າວສານກ່ຽວກັບກະສິກຳໃນລາວ ແລະ ເປັນອີກບ່ອນໜຶ່ງໃນການຖ່າຍທອດບັນດາຄວາມຮູ້ແລະ ເຕັກໂນໂລຍີການຜະລິດກະສິກຳເພື່ອໃຫ້ສັງຄົມສາມາດເຂົ້າໄປນຳໃຊ້ໄດ້ງ່າຍ ແລະ ເປັນບ່ອນໂຄສະນາວຽກງານແລະພ້ອມທັງຊ່ວຍໃນການປະສານງານ ໃຫ້ແກ່ອົງການຈັດຕັ້ງທີຂຶ້ນກັບ ກໍ່ຄື ກົມ ພະແນກ ສູນ ໂຄງການຕ່າງໆ

ໃນການເປີດໂຕເວັບໄຊຂອງ ກະຊວງກະສິກຳ ແລະ ປ່າໄມ້ ຄັ້ງນີ້ ທ່ານ ດຣ ບຸນຖອງ ບົວຫອມ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳແລະປ່າໄມ້ ໄດ້ຂື້ນນໍາສະເໜີແຜນການຈັດຕັ້ງວຽກງານການພັດທະນາລະບົບຂໍ້ມູນຂ່າວສານໄອຊີທີ ຂອງກະຊວງ  ທີ່ຜ່ານມາ ແລະ ໃນຕໍ່ໜ້າເພືອໃຫ້ເປັນໄປຕາມທິດຊີ້ນໍາຂອງຂັນເທິງໃຫ້ໄດ້ຮັບໝາກຜົນແລະມີປະສິດທິພາບ. ນອກຈາກນີ້ ທ່ານ ມະໂນລັກ ບຸນສີຫາລາດ ຮອງຫົວໜ້າສູນຄົ້ນຄ້ວານະໂຍບາຍກະສິກຳ ແລະ ປ່າໄມ້ ໃນນາມຫົວໜ້າກອງເລຂາຊີ້ນໍາວຽກງານຂໍ້ມູນຂ່າວສານໄອຊີທີຂອງກະຊວງ ໄດ້ໃຫ້ການສາທິດການນໍາໃຊ້ເວັບໄຊຂອງກະຊວງເພື່ອເປັນການໂຄສະນາ ແລະ ປະກາດໃນການນໍາໃຊ້ຂອງທີຢູ່ທາງເວັບໄຊກະຊວງກະສິກຳ ແລະ ປ່າໄມ້ ເພື່ອບໍ່ໃຫ້ເກີດຄວາມສັບສົນໃນການເຂົ້າຫາແຫລ່ງຂໍ້ມູນຂອງຜຸ້ຊົມໃຊ້ ຈົນຮອດຜູ້ທີຕ້ອງການເຜີຍແຜ່ຂໍ້ມູນອອກສູ່ຂ້າງ ຈະໄດ້ມີ ບ່ອນໃນການໂຄສະນາເຜີຍແຜ່ຢ່າງເປັນທາງການ ທາງດ້ານວຽກງານຂໍ້ມູນຂ່າວສານ ກະສິກຳແລະປ່າໄມ້ ຂອງລາວເຮົາ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ