ກອງປະຊຸມ ກະກຽມໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນ ນະບົດ (ລພຊ) ໄລຍະ 2

ກອງປະຊຸມ ກະກຽມໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການ

ໃນເຂດຊົນນະບົດ (ລພຊ) ໄລຍະ 2

ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ (ລພຊ) ເປັນໂຄງການໜຶ່ງທີ່​ສະໜັບສະ​ໜູນ​ການຈັດ​ຕັ້ງ​ປະຕິບັດຍຸດທະສາດພັດທະນາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຮອດປີ 2025 ແລະ ວິໄສທັດຮອດປີ 2030 ທັງເປັນໂຄງການທີ່ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກ ແລະ ຂາດໂພຊະນາການໃນ ສປປ ລາວ ແລະ ກໍ່ໄດ້ຕອບສະໜອງແຜນດຳເນີນງານຂອງລັດຖະບານ ຊຸດທີ່ IX ໄລຍະທີ 5 ປີ (2021-2025) ຊຶ່ງໄດ້ສຸມໃສ່ໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ການພັດທະນາຕາມທິດ 3 ສ້າງ ຄຽງຄູ່ກັບການສ້າງວຽກເຮັດງານທຳ, ການກະຈາຍລາຍໄດ້ໃຫ້ກ້ວາງຂວາງ ເພື່ອຫລຸດຜ່ອນຄວາມແຕກໂຕນທາງດ້ານສັງຄົມລະຫວ່າງຕົວເມືອງ ແລະ ຊົນນະບົດ, ສຸມໃສ່ສ້າງໂອກາດການເຂົ້າເຖິງການບໍລິການທາງດ້ານສາທາລະນະເຊັ່ນ: ການສຶກສາ ແລະ ສາທສລະນະສຸກ ຂອງເຂດທີ່ຫ່າງໄກຊອກຫຼີກ.

ຈຸດປະສົງຂອງໂຄງການ ເພື່ອຂະຫຍາຍການເຂົ້າເຖິງໂຄງການໂອນເງິນສົດຕາມເງື່ອນໄຂ ເພື່ອປັບປຸງພຶດຕິກຳດ້ານໂພຊະນາການ ແລະ ປັບປຸງຄວາມອາດສາມາດຂອງລັດຖະບານລາວ ໃນການນໍາສົ່ງເຊື່ອມໂຍງຫຼາຍຂະແໜງການເຂົ້າໃນການແຊກແຊງດ້ານໂພຊະນາການ ໃນຂົງເຂດເປົ້າໝາຍບຸລິມະສິດ.

  • ກິດຈະກຳຂອງໂຄງການປະກອບມີ:

ອົງປະກອບທີ 1: ເສີມສ້າງບັນດາບ້ານການປົກປັກຮັກສາສັງຄົມo   ປັບປຸງກົນໄກການກຳນົດເປົ້າໝາຍ ແລະ ການຈັດລຳດັບຄວາມສຳຄັນຂອງຜູ້ໄດ້ຮັບຜົນປະໂຫຍດo   ການນໍາໃຊ້ທະບຽນສັງຄົມນອກເໜືອຈາກ CCTso   ລົງທຶນໃນການພັດທະນາການລົງທະບຽນຜູ້ໄດ້ຮັບຜົນປະໂຫຍດປະສົມປະສານທີ່ມີປະສິດທິພາບo   ການສ້າງລະບົບປົກປ້ອງສັງຄົມແບບປັບຕົວອົງປະກອບທີ 2: ການໂອນເງິນຕາມເງື່ອນໄຂo   ການ​ໂອນ​ເງິນ​ຕາມ​ເງື່ອນ​ໄຂ​ທາງ​ການ​ເງິນ​ໃນ​ເຂດ​ເປົ້າ​ໝາຍ: ໄລຍະ​ທີ 1 ເມືອງ​ທີ່​ມີ​ຄວາມ​ສ່ຽງ​ສູງ ແລະ ຂະຫຍາຍ​ເຂດ​ເປົ້າ​ໝາຍ​ໃໝ່.o   ເສີມສ້າງການຈັດຕັ້ງປະຕິບັດ CCT – ລວມທັງ MIS, ການລົງທະບຽນ, ການຕິດຕາມການປະຕິບັດຕາມ, ການ ຊໍາລະ, ການຮ້ອງທຸກ ແລະ ການຄຸ້ມຄອງກໍລະນີ.ອົງປະກອບທີ 3: ການປະສານງານ, ການຄຸ້ມຄອງ, M&Eo   ການຄຸ້ມຄອງໂຄງການo   ເພີ່ມທະວີການຈັດຕັ້ງປະຕິບັດແນວທາງ Multisectoral ເພື່ອໂພຊະນາການo   M&E ຂອງ CCT ແລະ ການປະສົມປະສານໂພຊະນາການໂດຍລວມອົງປະກອບທີ 4: CERCo   ອົງປະກອບການຕອບໂຕ້ສຸກເສີນo   Zero US$ ແລະ ຈະເປີດໃຊ້ເມື່ອລັດຖະບານປະກາດພາວະສຸກເສີນ

ໃນວັນທີ 23 ກັນຍາ 2022, ໂຄງການ ລພຊ ໄດ້ຈັດກອງປະຊຸມກະກຽມໂຄງການ ໄລຍະ 2 ຂຶ້ນ, ທີ່ຫ້ອງປະຊຸມກົມພັດ ທະນາຊົນນະບົດ. ໂດຍການເປັນປະທານຮ່ວມຂອງ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ອະເລັກຊານເດີ້ ເຄຣເມີ້ ຫົວໜ້າຫ້ອງການທະນາຄານໂລກ ປະຈຳລາວ. ເຊິ່ງມີ ທ່ານ ເຄັນນິຊິ ນິສິກາວາ ຫົວໜ້າທີມງານປົກປ້ອງທາງສັງຄົມ ແລະ ການສ້າງວຽກເຮັດງານທໍາ, ທ່ານຫົວໜ້າ-ຮອງຫົວໜ້າ ຫ້ອງການ, ກົມ, ພະແນກ, ສູນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອປຶກສາຫາລືກ່ຽວກັບ: ການອອກແບບໂຄງການ ລພຊ ໄລຍະ II (ລວມທັງການກໍານົດພື້ນທີ່ເປົ້າໝາຍ ແລະ ອົງປະກອບຫຼັກ, ກິດຈະກຳ ແລະ ງົບປະມານ ຂອງໂຄງການ); ການອອກແບບໂຄງການ, ອົງປະກອບ ແລະອົງການທີ່ຮັບຜິດຊອບຂອງແຕ່ລະອົງປະກອບ; ກຳນົດແຂວງ ແລະ ເມືອງເປົ້າໝາຍ ແລະ ຄາດຄະເນຈຳນວນຜູ້ໄດ້ຮັບຜົນປະໂຫຍດ; ປຶກສາຫາລືກ່ຽວກັບຮູບແບບການຈັດຕັ້ງປະຕິບັດ, ວິທີການທີ່ອີງໃສ່ຜົນຜະລິດທີ່ມີທ່າແຮງຕໍ່ກັບງົບປະມານ ແລະ ການເງິນສໍາລັບກິດຈະກໍາການລວມໂພຊະນາການ; ຄວາມຕ້ອງການສໍາລັບໂຄງຮ່າງສິ່ງແວດລ້ອມ ແລະ ສັງຄົມ (ESF) ເຊັ່ນດຽວກັນກັບການຈັດ ການທາງດ້ານການເງິນ ແລະ ການຈັດຊື້.

ໃນກອງປະຊຸມກະກຽມໂຄງການ ໄລຍະ 2 ຄັ້ງນີ້ ໄດ້ກຳນົດອອກເປັນ 4 ອົງປະກອບທີ່ສໍາຄັນຄື:

  • ອົງປະກອບ 1 : ພັດທະນາ ແລະ ເສີມສ້າງຄວາມເຂັ້ມແຂງໜ່ວຍງານຂອງລະບົບການປົກປ້ອງສັງຄົມ;
  • ອົງປະກອບ 2 : ການຈ່າຍເງິນໃຫ້ຜູ້ຮັບຜົນປະໂຫຍດແບບມີເງື່ອນໄຂ (CCT);
  • ອົງປະກອບ 3 : ການປະສານງານ, ການຄຸ້ມຄອງ, ການຕິດຕາມ ແລະ ປະເມີນຜົນ (M&E);
  • ອົງປະກອບ 4 : ການຕອບໂຕ້ໄພພິບັດສຸກເສີນ (CERC).

ໃນບັນດາອົງປະກອບທີ່ກ່າວມານັ້ນ, ການຈ່າຍເງິນອູດໜູນແບບມີເງື່ອນໄຂຍັງເປັນສິ່ງຈໍາເປັນ ທີ່ຈະຊ່ວຍໃນການຫລຸດ ຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການ ໃຫ້ຊາວຊົນນະບົດຫ່າງໄກສອກຫຼີກ ແລະ ສິ່ງທີ່ຄວນເອົາໃຈໃສ່ ແມ່ນການສ້າງຊຸມຊົນເປັນເຈົ້າການໃນການມີສ່ວນຮ່ວມໃນເຂົ້າຮ່ວມໂຄງການ, ຈັດຕັ້ງປະຕິບັດ ແລະ ສືບຕໍ່ເຮັດໃຫ້ໂຄງການມີຄວາມຍືນຍົງ;

ສຳລັບການຄັດເລືອກແຂວງ ແລະ ເມືອງເປົ້າໝາຍ ແມ່ນສືບຕໍ່ໃນບັນດາເມືອງທີ່ນອນໃນແຂວງທີ່ໄດ້ຈັດຕັ້ງປະຕິບັດຜ່ານມາ ແລະ ຂະຫຍາຍອອກໄປບາງແຂວງ ທີ່ເຫັນວ່າເຂົ້າເງື່ອນໄຂ ແລະ ມີຄວາມຈຳເປັນທີ່ສຸດ (ອີງຕາມຂໍ້ມູນການປະເມີນສະຖິຕິຄວາມທຸກຍາກ ຕາມດຳລັດ 348/ລບ);

ແຜນການຄຸ້ມຄອງບໍລິຫານໂຄງການທຸກຂັ້ນຕ້ອງເອົາໃຈໃສ່ເຮັດໜ້າທີ່ປະສານງານ ແລະ ໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດວຽກງານ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຢ່າງໃກ້ສິດເປັນປົກກະຕິ ໂດຍມີການປຶກສາຫາລືກັນຮ່ວມກັນແກ້ໄຂບັນຫາ ເປັນແຕ່ລະໄລຍະ. ນອກຈາກນີ້, ສິ່ງທີ່ຄວນເອົາໃຈໃສ່ແມ່ນການສ້າງຊຸມຊົນ ໃຫ້ມີແນວຄິດເປັນເຈົ້າຕົນເອງ, ກຸ້ມຕົນເອງ, ເພິ່ງຕົນເອງ ໃຫ້ປະຊາຊົນໃນເຂດເປົ້າໝາຍຂອງໂຄງການເປັນເຈົ້າການໃນການມີສ່ວນຮ່ວມ ໃນການເຂົ້າຮ່ວມໂຄງການ, ຈັດຕັ້ງປະຕິບັດ, ຄຸ້ມຄອງ ແລະ ນໍາໃຊ້ໝາກຜົນຂອງໂຄງການໃຫ້ມີປະສິດທິຜົນ; ສົ່ງເສີມໃນການນໍາໃຊ້ທ່າແຮງບົ່ມຊ້ອນ ຂອງຊັບພະຍາກອນທ້ອງ ຖິ່ນ ໃຫ້ເກີດຜົນປະໂຫຍດສູງສຸດ ພ້ອມທັງປົກປັກຮັກສາສິ່ງແວດລ້ອມ ແລະ ຄວາມຫຼາກຫຼາຍຂອງຊີວະນາໆພັນ.

 

 

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ