ກອງປະຊຸມກະກຽມໂຄງການ ໄລຍະ 2 ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ (ລພຊ)

ກອງປະຊຸມກະກຽມໂຄງການ ໄລຍະ 2 ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ (ລພຊ)

 

ໃນລະຫວ່າງວັນທີ່ 22-24 ກຸມພາ 2023 ທີ່ຜ່ານມາ, ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ (ລພຊ) ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອກະກຽມໂຄງການໄລຍະ 2  ສົກປີ 2024-2028 ຂຶ້ນ, ທີ່ຫ້ອງປະຊຸມກົມພັດທະນາຊົນນະບົດ. ໂດຍການເປັນປະທານຮ່ວມ ຂອງ ທ່ານ ເຄັນນິຊິ ນິສິກາວາ ຫົວໜ້າທີມງານປົກປ້ອງທາງສັງຄົມ ແລະ ການສ້າງວຽກເຮັດງານທໍາ, ທ່ານ ອາລີ ວິໂນ ຊູບັນໂດໂລ ຫົວໜ້າທີມຊ່ຽວຊານດ້ານວຽກງານໂພຊະນາການ ຕາງໜ້າໃຫ້ທີມງານຊ່ຽວຊານຂອງທະນາຄານໂລກ, ທ່ານ ຄໍາອ້ວນ ຄໍາພູແກ້ວ ຮັກສາການຫົວໜ້າກົມພັດທະນາຊົນນະບົດ, ກະຊວງກະສິກໍາ ແລະ ປ່າໄມ້, ແລະ ທ່ານ ນາງ ສາຍໝອນຄໍາ ມັງໜໍ່ເມກ ຮອງຫົວໜ້າກົມຮວມມືສາກົນ, ກະຊວງແຜນການ ແລະ ການລົງ ທຶນ. ຊຶ່ງມີຕາງໜ້າຈາກສູນໂພຊະນາການແຫ່ງຊາດ, ກະຊວງສາທາລະນະສຸກ, ກອງທຶນຫຼຸດຜ່ອນຄວາມທຸກຍາກ, ສູນຄົ້ນຄ້ວາກະສິກໍາ ແລະ ປ່າໄມ້, ພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມທັງໝົດ 49 ຄົນ (ຍິງ 10 ຄົນ).

ເນື້ອໃນສໍາຄັນ    ຂອງກອງປະຊຸມໃນຄັ້ງນີ້ປະກອບມີ: 1. ການອອກແບບ ໂຄງການ ລພຊ ໄລຍະ 2 ຈະໄດ້ກຳນົດອອກເປັນ 4 ອົງປະກອບທີ່ສໍາຄັນຄື: ອົງປະກອບທີໜຶ່ງ: ພັດທະນາ ແລະ ເສີ່ມສ້າງຄວາມເຂັ້ມແຂງ ໜ່ວຍງານຂອງລະບົບການປົກປ້ອງສັງຄົມ (PMT); ອົງປະກອບທີສອງ: ການຈ່າຍເງິນໃຫ້ຜູ້ຮັບຜົນປະ ໂຫຍດແບບມີເງື່ອນໄຂ (CCT); ອົງປະກອບທີສາມ: ການປະ ສານງານ, ການຄຸ້ມຄອງ, ການຕິດຕາມ ແລະ ປະເມີນຜົນ (M&E) ແລະ ອົງປະກອບທີສີ່: ການຕອບໂຕ້ໄພພິບັດສຸກເສີນ (CERC); 2. ການຄັດເລືອກແຂວງ ແລະ ເມືອງເປົ້າໝາຍນັ້ນ ແມ່ນເຫັນດີໃຫ້ສືບຕໍ່ບັນດາເມືອງທີ່ນອນໃນແຂວງ ທີ່ໄດ້ຈັດຕັ້ງປະຕິ ບັດຜ່ານມາ ແລະ ຂະຫຍາຍອອກໄປບາງແຂວງ ທີ່ເຫັນວ່າຖືກຕ້ອງຕາມເງື່ອນໄຂ ແລະ ມີຄວາມຈຳເປັນທີສຸດ ອີງຕາມຂໍ້ມູນການປະເມີນສະຖິຕິຄວາມທຸກຍາກ ຕາມດຳລັດ 348/ລບ, ໃຫ້ໄປຕາມແຜນພັດທະນາແບບມີຈຸດສຸມຂອງລັດຖະບານ ແລະ ແຜນການເຮັດຂອງວຽກງານແຜນງານໜຶ່ງດຽວຫລາຍຂະແໜງການ; 3. ການຈ່າຍເງິນໃຫ້ຜູ້ຮັບຜົນປະໂຫຍດແບບມີເງື່ອນໄຂ ແມ່ນໃຫ້ພິຈາລະນາຄືນຕາມອັດຕາເງິນເຟີ ແລະ ຄ່າຄອງຊີບທີ່ມີການປ່ຽນແປງໃນສະພາບເສດຖະກິດປັດຈຸບັນ (ຕາມຄວາມເໝາະສົມ) ແລະ 4. ວຽກງານແຜນງານໜຶ່ງດຽວຫຼາຍຂະແໜງການ ທີ່ຮັບຜິດຊອບໃນການຈັດຕັ້ງປະຕິບັດ ໂດຍກະຊວງແຜນການ ແລະ ການລົງທຶນ ແລະ ແຍກໃນຂອດການຈັດຕັ້ງປະຕິບັດ ຕ້ອງໄດ້ມີ​ການ​ເຄື່ອນ​ໄຫວ​F ​ການ​ປະສານ​ງານ​ທຸກ​ຂັ້ນ, ລວມທັງ​ຂັ້ນ​ບ້ານ. ການປະສານງານແບບສາຍຕັ້ງ (ແຕ່ລະຂັ້ນ) ຕ້ອງມີທີມງານທີ່ເຂັ້ມແຂງ ແລະ ພະນັກງານທີ່ມີຄວາມສາ ມາດໃນການຄຸ້ມຄອງປະສິດທິພາບຂອງວຽກງານທີ່ຊັດເຈນ, ມີຫ້ອງການປະສານງານແຍກຕ່າງຫາກ ເຊີ່ງຈະຊ່ວຍໃຫ້ເຫັນຄວາມຮັບຜິດຊອບທີ່ຊັດເຈນ ລວມທັງການຄຸ້ມຄອງທາງດ້ານການເງິນ ແລະ ການຈັດຕັ້ງປະຕິ ບັດຄຸນນະພາບ.

ໃນຕອນທ້າຍຂອງກອງປະຊຸມ ຄະນະປະທານໄດ້ສະເໜີໃຫ້ໂຄງການ ເອົາໃຈໃສ່ສ້າງຊຸມຊົນໃຫ້ມີແນວຄິດເປັນເຈົ້າຕົນເອງ, ກຸ້ມຕົນເອງ, ເພິ່ງຕົນເອງ ແລະ ໃຫ້ປະຊາຊົນໃນເຂດເປົ້າໝາຍຂອງໂຄງການເປັນເຈົ້າການ ໃນການມີສ່ວນຮ່ວມ ເຂົ້າຮ່ວມໂຄງການ, ຈັດຕັ້ງປະຕິບັດ, ຄຸ້ມຄອງ ແລະ ນໍາໃຊ້ໝາກຜົນຂອງໂຄງການ ໃຫ້ມີປະສິດທິຜົນ, ສົ່ງເສີມໃນການນໍາໃຊ້ທ່າແຮງບົ່ມຊ້ອນ ຂອງຊັບພະຍາກອນທ້ອງຖິ່ນ ໃຫ້ເກີດຜົນປະ ໂຫຍດສູງສຸດ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ