ເປີດການນຳໃຊ້ຂົວອູ່ຖາວອນ ບ້ານມົກຈົກ, ກຸ່ມພູຫຼວງ, ເມືອງ ນາແລ, ແຂວງ ຫຼວງນ້ຳທາ
ໂຄງການກໍ່ສ້າງຂົວອູ່ຖາວອນ ຢູ່ບ້ານ ມົກຈົກ ກຸ່ມພູຫຼວງ, ເມືອງ ນາແລ, ແຂວງ ຫຼວງນ້ຳທາ ເປັນໂຄງການໜຶ່ງທີ່ນອນໃນແຜນງານຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ກ່ຽວກັບການແກ້ໄຂຄວາມທຸກຍາກໃຫ້ແກ່ປະຊາ ຊົນບັນດາເຜົ່າ ທີ່ຢູ່ໃນເຂດຊົນນະບົດຫ່າງໄກສອກຫຼີກ. ໂຄງການດັ່ງກ່າວເລີ່ມກໍ່ສ້າງປີ 2013 ຮອດຕົ້ນປີ 2017 ນີ້ ໄດ້ສຳເລັດການກໍ່ສ້າງ ໃນມູນຄ່າ 675 ລ້ານກີບ ໂດຍໃຊ້ທຶນສົມທົບຈາກລັດຖະບານລາວ; ທະນາຄານໂລກ; ອົງການເພື່ອການພັດທະນາ ແລະການຮ່ວມມືປະເທດສະວິດເຊີແລນ ແລະ ອົງການເຮວວິດຕັນ ເຊິ່ງແມ່ນບໍລິສັດ ແກ້ວມະນີກໍ່ສ້າງຂົວທາງເຄຫາ ແລະ ຊົນລະປະທານ ເປັນຜູ້ຮັບເໝົາກໍ່ສ້າງ ດ້ານເຕັກນິກໄດ້ອອກແບບເປັນຂົວອູ່ຖາວອນ ໂດຍນຳໃຊ້ບົດຮຽນຈາກປະເທດເນປານ ສາຍກາບເຄືອບດ້ວຍສານກາວາໄນ, ອາຍຸການນຳໃຊ້ 50 ປີ, ມີຄວາມຍາວ 118 ແມັດ, ກວ້າງ 1,2 ແມັດ ຂົວດັ່ງກ່າວສາມາດຮັບນ້ຳໜັກໄດ້ທັງໝົດ 30 ກວ່າໂຕນ (1 ແມັດຮັບນ້ຳໜັກໄດ້ 300 ກິໂລ ຫຼື ລົດຄັນໜຶ່ງບັນທຸກເຄື່ອງບໍ່ເກີນ 300 ກິໂລ). ປັດຈຸບັນເຮັດໃຫ້ປະຊາຊົນບ້ານມົກຈົກ ແລະ ບ້ານອ້ອມຂ້າງມີຂົວຊົມໃຊ້ ຊີວິດການເປັນຢູ່ສະດວກສະບາຍຂຶ້ນໃນການໄປມາຫາສູ່ກັນ, ແລກປ່ຽນຊື້-ຂາຍລະ ຫວ່າງບ້ານຕໍ່ບ້ານ ແລະ ບ້ານຫາຕົວເມືອງ.top watch replica ferrari 250 lm replica kit car
ໃນວັນທີ 4 ພຶດສາພາ 2017 ໄດ້ຈັດພິທີເປີດນຳໃຊ້ຂົວອູ່ (ຂົວຂ້າມນ້ຳທາ) ຂຶ້ນຢ່າງເປັນທາງການ ຢູ່ບ້ານ ມົກຈົກ ກຸ່ມພູຫຼວງ, ເມືອງ ນາແລ, ແຂວງ ຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້; ທ່ານ ປະລິນຍາເອກ ເພັງພາວັນ ດາວພອນຈະເລີນ ຮອງເຈົ້າແຂວງໆຫຼວງນ້ຳທາ; ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ, ຂັ້ນທ້ອງຖິ່ນ; ຜູ້ອຳນວຍ ການບໍລິສັດຮັບເໝົາກໍ່ສ້າງ; ພະນັກງານວິຊາການ ແລະ ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີອັນມີຄວາມໝາຍສຳຄັນນີ້ ທ່ານຮອງລັດຖະມົນຕີ ແລະ ທ່ານຮອງເຈົ້າແຂວງ ກໍ່ໄດ້ຮ່ວມກັນຕັດແຖບຜ້າເປີດການນຳໃຊ້ຂົວຢ່າງເປັນທາງການ ແລະ ກໍ່ໄດ້ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນໃຫ້ແກ່ການເປີດນຳໃຊ້ຂົວໃນຄັ້ງນີ້ດ້ວຍ.iwc top gun replica watch iced out breitling replica watches for sale
ນະຄອນຫຼວງວຽງຈັນ, ວັນທີ 8 ພຶດສະພາ 2017.
ຂຽນໂດຍ: ເຂັມມະໄລ ສົນດາວັນ.
ກວດແກ້: ທ່ານ ເຂັມພອນ ທິພົມມະຈັນ.