ຫົວໜ້າທະນາຄານໂລກ ລົງຢ້ຽມຢາມການຈັດຕັ້ງປະຕິບັດ ແຜນງານໜຶ່ງດຽວທີມີສ່ວນຮ່ວມຫຼາຍຂະແໜງການ ສົ່ງເສີມໂພຊະນາການ ຢູ່ແຂວງອຸດົມໄຊ
ວັນທີ 5 ພຶດສະພາ 2022 ຜ່ານມາ, ທ່ານ ນາງ ມາຣຽມ ເຊີແມນ (Mariam Sherman) ຫົວໜ້າທະນາຄານໂລກ ຮັບຜິດຊອບປະເທດ ມຽນມາ, ກຳປູເຈຍ ແລະ ສປປ ລາວ ໄດ້ລົງຢ້ຽມຢາມ ແລະ ຕິດຕາມການຈັດຕັ້ງປະຕິບັດກິດຈະກຳຮ່ວມກັນຂອງບັນດາໂຄງການ ທີ່ນອນໃນແຜນງານໜຶ່ງດຽວທີ່ມີສ່ວນຮ່ວມ ຈາກຫຼາຍຂະແໜງການ ສົ່ງເສີມໂພຊະນາການ ທີ່ໄດ້ຮັບທຶນສະໜັບສະໜູນຈາກທະນາຄານໂລກ ຢູ່ບ້ານຫ້ວຍຫຼາ ແລະ ບ້ານສາມັກຄີໄຊ ເມືອງຫຼາ, ແຂວງອຸດົມໄຊ.
ໃຫ້ກຽດເຂົ້າຮ່ວມໃນການລົງຢ້ຽມຢາມໃນຄັ້ງມີ ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ອາເລັກຊານເດີ ເຄຣເມີ ຫົວໜ້າທະນາຄານໂລກ ປະຈຳ ສປປ ລາວ, ມີບັນດາທ່ານຜູ້ຕາງໜ້າການນຳຂອງແຂວງ ແລະ ເມືອງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຈາກສູນກາງ, ແຂວງ, ເມືອງ ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ.
ໃນໂອກາດດຽວກັນນີ້ ທ່ານ ນາງ ມາຣຽມ ເຊີແມນ ພ້ອມດ້ວຍຄະນະ ກໍ່ໄດ້ຢ້ຽມຊົມການວາງສະແດງຜົນງານ ແລະ ກິດຈະກຳ ຂອງບັນດາໂຄງການທີ່ນອນໃນແຜນງານໜຶ່ງດຽວທີ່ມີສ່ວນຮ່ວມຈາກຫຼາຍຂະແໜງການ ຄື: ໂຄງການກອງທຶນຫຼຸດ ຜ່ອນຄວາມທຸກຍາກ (ທລຍ); ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນຊົນນະບົດ (ລພຊ); ໂຄງການເຂົ້າເຖິງການບໍລິການສຸຂະພາບ ແລະ ໂພຊະນາການ (HANSA); ໂຄງການຂະຫຍາຍໂຄງລ່າງນ້ຳສະອາດທີ່ປອດໄພໃນຊຸມຊົນ (WASH); ໂຄງການປ່ຽນແປງພຶດຕິກໍາຂອງສັງຄົມດ້ານໂພຊະນາການ (SBCC). ບັນດາໂຄງການດັ່ງກ່າວ ແມ່ນຈັດຕັ້ງປະຕິບັດຢູ່ 4 ແຂວງພາກເໜືອ ຄື: ແຂວງຜົ້ງສາລີ, ຊຽງຂວາງ, ຫົວພັນ ແລະ ແຂວງອຸດົມໄຊ. ທີ່ໄດ້ຮັບການສະໜັບສະໜູນຈາກທະນາຄານໂລກ ແນ່ໃສ່ສົ່ງເສີມ ແລະ ປ່ຽນແປງພືດຕິກໍາຄວາມຊິນເຄີຍດ້ານໂພຊະນາການຂອງເດັກອາຍຸ 6-23 ເດືອນ ແລະ ແມ່ຜູ້ດູແລເດັກ ເພື່ອຫຼຸດຜ່ອນອັດຕາການຂາດໂພຊະນາການຂອງແມ່ ແລະ ເດັກ ໃຫ້ມີທ່າອຽງຫຼຸດລົງໃນອະນາຄົດ ຢ່າງເປັນຮູບປະທໍາ ຕາມທີ່ກໍານົດໃນຍຸດທະສາດໂພຊະນາການແຫ່ງຊາດ 2020-2025.
ໃນກິດຈະກໍາຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ ໄດ້ຕິດຕາມເບີ່ງການກະກຽມອາຫານໃຫ້ແກ່ແມ່ຖືພາ ແລະ ແມ່ລູກອ່ອນ ທີ່ເນັ້ນໃສ່ການກິນອາຫານໃຫ້ຄົບ ຫຼື ຢ່າງໜ້ອຍ 4 ໃນ 6 ໝວດ ໃນແຕ່ລະຄາບ ແລະ ບໍ່ໃສ່ແປ້ງນົວ. ນອກຈາກນີ້, ຍັງໄດ້ຕິດຕາມເບີ່ງການກະກຽມອາຫານ (ຕົ້ມເຂົ້າປຽກ) ໃຫ້ແກ່ເດັກນ້ອຍອາຍຸ 6-23 ເດືອນ ໂດຍນໍາໃຊ້ເຄື່ອງບົດ ເພື່ອບົດແປ້ງອາຫານ ທີ່ປະກອບດ້ວຍເຂົ້າຈ້າວ 7 ສ່ວນ ແລະ ຖົ່ວຂຽວ (ທົດແທນຊີ້ນ) 3 ສ່ວນ. ນອກຈາກນັ້ນ, ໝາກມ່ວງສຸກ ແລະ ນົມສົດແບ້. ທັງໝົດນີ້ແມ່ນນະວະຕະກຳໃໝ່ ທີ່ສົ່ງເສີມໂພຊະນາການຂອງກຸ່ມເປົ້າໝາຍໃນໄລຍະ 1.000 ວັນຂອງຊີວິດ ໂດຍສະເພາະຊ່ວຍປະຫຍັດເວລາໃນການກະກຽມອາຫານ ແລະ ການໄດ້ກິນອາຫານທີ່ມີຄຸນຄ່າໂພຊະນາການ ຊຶ່ງເປັນສາເຫດຕົ້ນຕໍຂອງການຂາດໂພຊະນາການຂອງແມ່ ແລະ ເດັກ ໃນເຂດຊົນນະບົດ ແລະ ຍັງໄດ້ຮ່ວມສັງເກດການຜົນໄດ້ຮັບໃນການດຳເນີນກິດຈະກຳປັບປຸງຊີວິດການເປັນຢູ່ ເປັນຕົ້ນແມ່ນ: ການບໍລິຫານກອງທຶນ ແລະ ກິດຈະກຳສ້າງລາຍຮັບຂອງ ກຸ່ມຊ່ວຍເຫຼືອກັນ (ກຊກ) ເປັນຕົ້ນແມ່ນການລ້ຽງສັດປີກ ແລະ ການລ້ຽງໝູ ເຊິ່ງກິດຈະກຳດັ່ງກ່າວ ໄດ້ເລີ່ມສ້າງລາຍຮັບໃຫ້ແກ່ຄອບຄົວຂອງສະມາຊິກ ກຊກ ໄດ້ໂດຍພື້ນຖານ.