ສະຫະພັນແມ່ຍິງກະຊວງ ກປ ຮ່ວມວາງສະແດງຜົນງານ ໃນງານມະຫາກໍາຊັບສິນທາງປັນຍາ 2018 ທີ່ສູນການຄ້າລາວໄອເຕັກ
ໃນວັນທີ 23 ເມສາ 2018, ທີ່ສູນການຄ້າລາວໄອເຕັກ, ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີໄດ້ຈັດງານມະຫາກໍາຊັບສິນທາງປັນຍາ ແລະ ສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ 2018 ພາຍໃຕ້ຄໍາຂວັນ: ແມ່ຍິງສ້າງນະວັດຕະກໍາ ແລະ ປະດິດຄິດສ້າງ, ເປັນພະລັງງານແຫ່ງການປ່ຽນແປງ. ໃຫ້ກຽດເປັນປະທານເປີດງານຄັ້ງນີ້ໂດຍພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີທ່ານລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ປະທານ ຄະນະບໍລິຫານງານສະຫະພັນແມ່ຍິງລາວ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນຕ່າງໆ ເຂົ້າຮ່ວມຢ່າງຄຶກຄື້ນ.
ໃນງານໄດ້ມີການ ວາງສະແດງ ຜົນງານດີເດັ່ນທີ່ເປັນຫົວຄິດປະດິດສ້າງຂອງແມ່ຍິງລາວ ແລະ ມີການຈໍາໜ່າຍຜະລິດຕະພັນຕ່າງໆຫຼາກຫຼາຍລາຍການ. ງານດັ່ງກ່າວຈັດຂື້ນເພື່ອແນ່ໃສ່ສົ່ງເສີມຂະບວນວິວັດແຫ່ງການເຄື່ອນໄຫວປະດິດຄິດຄົ້ນ, ໂດຍສະເພາະການອຸທິດມັນສະໝອງຂອງແມ່ຍິງປະກອບສ່ວນເພື່ອແກ້ໄຂຄວາມທຸກຍາກ ເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2020, ຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນພັດທະນາແມ່ຍິງລາວ ເປັນຕົ້ນແຜນພັດທະນາວິທະຍາສາດ-ເຕັກໂນໂລຊີເຮັດໃຫ້ກາຍເປັນກໍາລັງແຮງ, ມີປະສິດທິຜົນ, ສາມາດດັບປັບນໍາໃຊ້ເພື່ອຍູ້ໝູນໃຫ້ແກ່ການພັດທະນາເສດຖະກິດ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ.
ໃນໂອກາດນີ້ ກະຊວງກະສິກໍາ ແລະ ປ່າໄມ້ ກໍ່ຄືສະຫະພັນແມ່ຍິງກະຊວງ ກປ ໄດ້ນໍາເອົາຜົນງານການຄົ້ນຄ້ວາວິໄຈຂອງບັນດາເອື້ອຍນ້ອງແມ່ຍິງທີ່ເປັນນັກຄົ້ນຄວ້າຈາກກົມກອງຕ່າໆທີ່ຂື້ນກັບກະຊວງກະສິກໍາ ແລະ ປ່າໄມ້ເຂົ້າຮ່ວມວາງສະແດງຜົນງານໃນງານຊຶ່ງມີຜົນງານທີ່ໂດດເດັ່ນຫຼາຍຢ່າງເຊັ່ນ: ຜົນງານການຄົ້ນຄວ້າເພື່ອອະນຸລັກແນວພັນພືດ, ການປັບປຸງແນວພັນເຂົ້າ, ການນໍາໃຊ້ຊີວະເທັກໂນໂລຊີເຂົ້າໃນການຂະຫຍາຍແນວພັນພືດດ້ວຍເນື້ອເຍື່ອ, ການຂະຫຍາຍເຊື້ອເຫັດ, ການວາງສະແດງເຊື້ອຊີວະວິທະຍາກໍາຈັດສັດຕູພືດທີ່ເປັນປະໂຫຍດຕ່າງໆ, ພ້ອມດຽວກັນໃນນີ້ທາງຄະນະຍັງໄດ້ມອບຜົນຜະລິດກະສິກໍາທີ່ເປັນຜົນງານໃຫ້ທ່ານນາຍົກລັດຖະມົນຕີໃນໂອກາດຢ້ຽມຢາມຊົມສະຖານທີ່ວາງສະແດງນີ້ອີກດ້ວຍ.
ພາບ ແລະ ຂ່າວໂດຍ: ພະແນກຂ່າວສານກະສິກຳ ແລະ ປ່າໄມ້.