ພິທີເປີດຂະບວນການແຂ່ງຂັນກິລາ 4 ບຸກຂອງ ຊປປລ ກະຊວງກະສິກໍາ ແລະປ່າໄມ້
ໃນວັນທີ 19 ສິງຫາ 2016 ທີ່ຜ່ານມາ,ໄດ້ມີພິທີເປີດຂະບວນການແຂ່ງຂັນກິລາ 4 ບຸກຂອງຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວກະຊວງກະສິກໍາ ແລະປ່າໄມ້ ຂື້ນທີ່ສະໜາມກິລາ ສະຖາບັນຄົ້ນຄວ້າກະສິກໍາ ແລະປ່າໄມ້ ແຫ່ງຊາດ. ໃຫ້ກຽດເປັນປະທານໂດຍ ທ່ານ ປະລິນຍາເອກ ລຽນ ທີແກ້ວ ກຳມະການສູນກາງພັກ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້, ທ່ານ ປະລິນຍາເອກ ສໍາລານ ພັນຄະວົງ ຄະນະເລຂາທິການ ສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ທອງພັດ ວົງມະນີ ຮອງເລຂາຄະນະພັກ ກະຊວງກະສິກໍາ ແລະປ່າໄມ້,ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ. ພ້ອມນີ້, ມີບັນດາຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້, ເລຂາຊາວໜຸ່ມບັນດາກະຊວງອ້ອມຂ້າງ, ຄະນະນໍາຫ້ອງການ, ກົມ, ສະຖາບັນ, ສູນ, ໂຮງຮຽນ ພ້ອມດ້ວຍສະມາຊິກຊາວໜຸ່ມທົ່ວກະຊວງ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ສົມຫວັງ ພິມມະສອນ ເລຂາຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງກະສິກໍາ ແລະປ່າໄມ້ ໄດ້ລາຍງານໃຫ້ຮູ້ວ່າ: ຈຸດປະສົງຂອງການຈັດງານໃນຄັ້ງນີ້ເພື່ອເປັນການເປີດບັ້ນຂະບວນການແຂ່ງຂັນ 4 ບຸກຂອງຄະນະບໍລິຫານງານຊາວໜຸ່ມກະຊວງ, ສ້າງຜົນງານ ແລະຂະບວນການບັ້ນດໍາເນີນໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານ ທົ່ວອົງຄະນະພັກກະຊວງກະສິກໍາ ແລະປ່າໄມ້, ທັງເປັນການປຸກລະດົມໃຫ້ອ້າຍນ້ອງສະມາຊິກຊາວໜຸ່ມທົ່ວກະຊວງ ຫັນມາຫຼິ້ນກິລາ ເພື່ອສ້າງຄວາມຮັກແພງ, ສາມັກຄີ, ຮຽນຮູ້ ແລະແລກປ່ຽນບົດຮຽນລະຫວ່າງກົມກອງດ້ວຍກັນ. ຊື່ງຂະບວນການແຂ່ງຂັນກິລາໃນຄັ້ງນີ້ ປະກອບມີ 5 ປະເພດກິລາຄື: ບານເຕະຊາຍ, ບານສົ່ງຍິງ, ເປຕັງຍິງ-ຊາຍ, ແລ່ນໄຖ່ຍິງ-ຊາຍ ແລະດຶງເຊືອກຍິງ-ຊາຍ, ມີທີມເຂົ້າຮ່ວມທັງໝົດ 14 ທີມ ທີ່ມາຈາກຫ້ອງການກະຊວງ, ກົມ, ສະຖາບັນ, ສູນ ແລະໂຮງຮຽນ. ຈາກນັ້ນ, ທ່ານ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ໄດ້ໃຫ້ກຽດຕັດແຖບຜ້າ ເພື່ອສະແດງເຖິງງານກິລາ ດັ່ງກ່າວໄດ້ເປີດຂື້ນຢ່າງເປັນທາງການ ພ້ອມທັງໄດ້ຮັບຊົມການສະແດງສິນລະປະ ຈາກໂຮງຮຽນ ຊົນລະປະທານຊັ້ນສູງ ທ່າງອນ ນໍາອີກ. ຫຼັງຈາກນັ້ນ, ບັນດານັກກິລາປະເພດຕ່າງໆກໍ່ໄດ້ເລີ່ມຕົ້ນແຂ່ງຂັນກັນເປັນຂະບວນຟົດຟື້ນ. ການສ້າງຂະບວນການກິລາດັ່ງກ່າວນີ້ແມ່ນຈະໄດ້ດໍາເນີນໄປ ຈົນເຖິງ ວັນທີ 26 ສິງຫາ 2016
ຂຽນຂ່າວໂດຍ:ສອນເພັດ ສຸລິພອນ
ກວດແກ້ໂດຍ: ທ່ານ ປ້ອມ ພັນທະວົງ