ພິທີເຊັນສັນຍາ ໂຄງການຮ່ວມມືສ້າງສູນຄົ້ນຄວ້າ, ວິໄຈຢາງພາລາລາວ
ເພື່ອປະຕິບັດນະໂຍບາຍລວມຂອງລັດຖະບານ ໃນການຍາດແຍ່ງການຊ່ວຍເຫຼືອ, ການຮ່ວມມືທາງດ້ານເຕັກນິກວິຊາການເພື່ອພັດທະນາວຽກງານຢາງພາລາລາວ.ໃນອາທິດຜ່ານມາ, ກະຊວງກະສິກໍາ ແລະປ່າໄມ້ ສປປ ລາວ ແລະ ກຸ່ມບໍລິສັດພັດທະນາກະສິກໍາຢູນນານ ຈໍາກັດ ສປ.ຈີນ ໄດ້ມີພິທີເຊັນສັນຍາ ໂຄງການຮ່ວມມືສ້າງສູນຄົ້ນຄວ້າ, ວິໄຈຢາງພາລາລາວ ຂຶ້ນ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຄໍາພັນ ເໝືອນສິດທິດາ ຫົວໜ້າຫ້ອງການກະຊວງກະສິກໍາ ແລະປ່າໄມ້, ທ່ານ ລີ ສື່ຈຸ່ນ ຮອງຜູ້ອໍານວຍການໃຫຍ່ກຸ່ມບໍລິສັດພັດທະນາກະສິກໍາຢູນນານ ຈໍາກັດ. ມີບັນດາຫົວໜ້າກົມ-ຮອງກົມ, ສະຖາບັນ, ສູນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ປອ. ສົມບູນ ໄຊຍະວົງ ຮອງຫົວໜ້າສູນຄົ້ນຄວ້າວິທະຍາສາດປ່າໄມ້(ນໍ້າຊ່ວງ) ຕາງໜ້າຝ່າຍລາວໄດ້ລາຍງານວ່າ: ຈຸດປະສົງຫຼັກຂອງໂຄງການ, ເພື່ອເປັນການສ້າງພື້ນຖານໂຄງລ່າງ ລວມທັງຫ້ອງວິໄຈຢາງພາລາ, ວິໄຈພືດກະສິກໍາ, ຫ້ອງຝຶກອົບຮົມ, ຂໍ້ມູນຂ່າວສານ ແລະຫ້ອງວາງສະແດງໝາກຜົນຂອງການປູກພືດທົດແທນການປູກຝິ່ນ. ນອກຈາກນີ້, ເພື່ອເປັນການພັດທະນາຄວາມສາມາດໃນການຈັດຝຶກອົບຮົມ ໃຫ້ແກ່ພະນັກງານວິຊາການຂອງລາວ, ພ້ອມທັງແລກປ່ຽນບົດຮຽນປະສົບປະການ ຈາກວິຊາການ, ຊ່ຽວຊານ ຂອງ ສປ ຈີນ ໃນການວິໄຈຄຸນນະພາບ, ການກໍານົດມາດຕະຖານຢາງພາລາ ແລະພືດກະສິກໍາ. ໂຄງການດັ່ງກ່າວໄດ້ແບ່ງເປັນ 2 ໄລຍະຄື: ເລີ່ມປີ 2018ຫາ2020 ເປັນໄລຍະສ້າງຕຶກອາຄານ, ກໍ່ສ້າງພະນັກງານວິຊາການ ແລະໄລຍະທີ 2 ແຕ່ປີ 2021 ຫາ 2051 ເປັນໄລຍະຮ່ວມມືດ້ານວິຊາການ ຊື່ງລວມມູນຄ່າທຶນທັງໝົດ ຈໍານວນ 10 ລ້ານໂດລາສະຫະລັດ. ເພື່ອຮັບຮອງການຈັດຕັ້ງປະຕິບັດໂຄງການດັ່ງກ່າວໃຫ້ໄດ້ຮັບຜົນໃນຕໍ່ໜ້າ ໃຫ້ກຽດເຊັນສັນຍາ ຕາງໜ້າຝ່າຍລາວໂດຍທ່ານ ຄໍາພັນ ເໝືອນສິດທິດາ ຫົວໜ້າຫ້ອງການກະຊວງກະສິກໍາ ແລະປ່າໄມ້ ແລະທ່ານ ລີ ສື່ຈຸ່ນ ຮອງຜູ້ອໍານວຍການໃຫຍ່ກຸ່ມບໍລິສັດພັດທະນາກະສິກໍາຢູນນານ ຈໍາກັດ ໂດຍສ່ອງໜ້າບັນດາກົມ, ສະຖາບັນ, ແຂກທີ່ເຂົ້າຮ່ວມ ແລະວິຊາການ ທັງສອງຝ່າຍເປັນສັກຂີພິຍານ.
ຂ່າວໂດຍ: ສອນເພັດ ສຸລິພອນ 18 /11 /2017
ກວດແກ້ໂດຍ : ທ່ານ ເຂັມພອນ ທິພົມມະຈັນ