ພິທີສະເຫຼີມສະຫຼອງວັນດິນໂລກ ແລະ ສ້າງຕັ້ງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ
ດິນແມ່ນວັດຖຸທຳມະຊາດທີ່ເກີດຈາກການຜຸພັງຂອງແຮ່ ແລະ ຫີນຕົ້ນກຳເນີດ, ລວມທັງຊາກພືດ ແລະ ຊາກສັດທີ່ເນົ່າເປື່ອຍສະສົມປະປົນກັນ, ດິນມີອາຍຸການນຳໃຊ້ຄືສິ່ງທີ່ມີຊີວິດອື່ນໆ ຖ້າບໍ່ມີການປົກປັກຮັກສາ, ການນໍາໃຊ້ປະໂຫຍດ ແລະ ການປັບປຸງບຳລຸງດິນທີ່ຖືກຕ້ອງ ດິນກໍ່ຈະເຊື່ອມຄຸນນະພາບ ແລະ ສະຫຼາຍໂຕໄປໃນທີ່ສຸດ. ໃນກອງປະຊຸມຂອງສະຫະປະຊາຊາດ ຄັ້ງທີ 38 (ເດືອນທັນ ວາ 2013) ທີ່ກຸງໂລມ, ປະເທດອີາຕາລີ ໄດ້ຕົກລົງເອົາວັນທີ 5 ທັນວາ ຂອງທຸກໆປີເປັນວັນດິນໂລກ.
ໃນວັນທີ 24 ພະຈິກ 2017 ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໄດ້ຈັດພິທີສະເຫຼີມສະຫຼອງວັນດິນໂລກ ແລະ ວັນສ້າງຕັ້ງກົມຄົບ ຮອບ 5 ປີ (19 ກັນຍາ 2012 – 19 ກັນຍາ 2017) ຂຶ້ນທີ່ກົມດັ່ງກ່າວ.
ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ປອ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານຜູ້ຕາງໜ້າຈາກອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ ປະຈຳ ສປປ ລາວ, ມີທ່ານຫົວໜ້າ/ຮອງຫົວໜ້າກົມ, ຜູ້ຊ່ຽວຊານ, ພະນັກງານວິຊາການທັງພາຍໃນ ແລະ ຕ່າງປະເທດ, ຕົວແທນນັກສຶກສາ, ຜູ້ປະ ກອບການ ແລະ ຊາວກະສິກອນ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງໃນການສະເຫຼີມສະຫຼອງຄັ້ງນີ້ ແມ່ນເພື່ອເປັນການສະແດງໃຫ້ມວນຊົນ/ສັງຄົມເຫັນໄດ້ຄວາມສຳຄັນຂອງດິນ ແລະ ເພີ່ມຄວາມເອົາໃຈໃສ່ຕໍ່ດິນໃຫ້ຫຼາຍຂຶ້ນ ຍ້ອນດິນມີຄວາມສຳຄັນຕໍ່ກັບການຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ໂພຊະນາການ.
ພາຍໃນພິທີທ່ານ ຄຳພອນ ຣາຊາຈັກ ຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໄດ້ລາຍງານປະຫວັດຄວາມເປັນມາ ແລະ ຜົນສຳເລັດຂອງກົມໃນໄລຍະ 5 ປີທີ່ຜ່ານມາ. ທ່ານ ສະຕີເຟັ້ນ ຣຸດກາດ ຜູ້ຕາງໜ້າອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ ປະຈຳ ສປປ ລາວ ກໍ່ໄດ້ມີຄຳເຫັນຕໍ່ພິທີດັ່ງກ່າວ. ຫຼັງຈາກນັ້ນທ່ານລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ກຽດຕັດແຖບຜ້າ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນໃນພິທີ, ພ້ອມດຽວກັນນີ້ທ່ານລັດຖະມົນຕີ, ທ່ານຮອງລັດຖະມົນຕີ ແລະ ແຂກທີ່ເຂົ້າຮ່ວມກໍ່ໄດ້ຮັບຊົມການສະແດງສິນລະປະ, ການສາທິດການນຳໃຊ້ເຄື່ອງບິນບັງຄັບ ຖ່າຍພາບທາງອາກາດ (Dron) ແລະ ຢ້ຽມຊົມການວາງສະແດງນໍາອີກ.
ໂດຍ: ເຂັມມະໄລ ສົນດາວັນ.
ກວດແກ້: ທ່ານ ຂັນຄຳ ອ້ອນອຸດົມ.