ປາຖະກະຖາວັນສະຖາປະນາ ສາທາລະນະລັດຮົງກາລີ ຄົບຮອບ 29 ປີ
ໃນທາມກາງບັນຍາກາດທີ່ລັດຖະບານກໍຄືປະຊາຊົນຮົງກາລີພວມສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດຮົງກາລີ ຄົບຮອບ 29 ປີ ຢ່າງເປັນຂະບວນຟົດຟື້ນ, ສະມາຄົມມິດຕະພາບ ລາວ-ຮົງກາລີ ແລະ ສະຖານ ທູດຮົງກາລີປະຈໍາລາວກໍ່ໄດ້ ຈັດພິທີປາຖະກະຖາຂື້ນເພື່ອສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວ ໃນວັນທີ 5 ພະຈິກ 2018 ທີ່ພັດທະຄານແມ່ຂອງ, ນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມໂດຍທ່ານ ປອ ພວງປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້ ພ້ອມທັງເປັນປະທານສະມາ ຄົມມິດຕະພາບ ລາວ-ຮົງກາລີ, ທ່ານເອກອັກຄະລັດຖະທູດຮົງກາລີ ປະຈໍາລາວ, ມີທ່ານຮອງຫົວໜ້າກົມພົວພັນສາ ກົນອົງການ ຈັດຕັ້ງມະຫາຊົນຄະນະພົວພັນຕ່າງປະເທດສູນກາງພັກ, ກໍາມະການສະມາຄົມມິດຕະພາບຮົງກາລີ-ລາວ ພ້ອມ ດ້ວຍບັນດາອາດີດນັກສຶກສາລາວຈາກຮົງກາລີ ແລະ ບັນດາຜູ້ຕາງໜ້າໂຄງການຮົງກາລີປະຈໍາລາວ ເຂົ້າຮ່ວມ ຢ່າງພ້ອມພຽງ. ໃນໂອກາດນີ້ທ່ານ ຊີນແວສເຕີ ບູສ ເອກອັກຄະລັດຖະທູດຮົງກາລີປະຈໍາລາວ ໄດ້ເລົ່າ ຄືນປະຫວັດຄວາມເປັນມາ ແລະ ການພັດທະນາເສດຖະກິດ-ສັງຄົມຂອງ ຮົງກາລີ ຕະຫຼອດໄລຍະ 29 ປີ ພ້ອມທັງໄດ້ຍົກໃຫ້ເຫັນເຖີງ ການຮ່ວມມື ແລະ ສາຍພົວພັນ ມິດຕະພາບອັນສະໜິດແໜ້ນ ແລະ ເປັນມູນ ເຊື້ອລະຫວ່າງ ລາວ-ຮົງກາລີ-ລາວ ແລະ ປະຊາຊົນຂອງ ທັງສອງຊາດລາວ-ຮົງກາລີ.
ໃນຕອນທ້າຍທ່ານປະທານສະມາຄົມຍັງໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ການໃຫ້ກຽດເຂົ້າຮ່ວມພິທີ ແລະ ຂື້ນປາຖະກະ ຖາກ່ຽວກັບວັນປະກາດເອກະລາດສະຖາປະນາ ສາທາລະນະລັດ ຮົງກາລີວັນທີ 23 ຕຸລາ 2018 ຄົບຮອບ 29 ປີ ຂອງທ່ານເອກອັກຄະລັດຖະທູດພ້ອມທັງກ່າວຕື່ມອີກ ວ່າການສະເຫຼີມສະຫຼອງວັນສໍາຄັນ ທາງປະຫວັດ ສາດດັ່ງກ່າວນີ້ ຖືວ່າເປັນຄັ້ງທໍາອິດສໍາລັບຢູ່ປະເທດລາວເຊິ່ງເປັນການເສີມຂະຫຍາຍຮັດແໜ້ນ ສາຍພົວພັນ ຮ່ວມມືທີ່ດີລະຫວ່າງສອງປະເທດ ແລະ ທັງເປັນການສ້າງກາລະໂອກາດທີ່ດີໃຫ້ແກ່ຜູ້ປະກອບການ ຂອງສອງ ປະເທດໄດ້ພົບປະແລກປ່ຽນຂໍ້ມູນທາງດ້ານການຄ້າ ແລະ ເຮັດທຸລະກິດຮ່ວມກັນ.
ພາບ ແລະ ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ