ປະຫວັດຄວາມເປັນມາຂອງຖໍ້າກະສິກໍາ ແລະ ຜົນງານກະຊວງກະສິກໍາ ແລະ ປ່າໄມ້ ປີ ຄ.ສ 1965- ປີ ຄ.ສ2024

ປື້ມປະຫວັດຄວາມເປັນມາຂອງຖໍ້າກະສິກໍາ ແລະ ຜົນງານກະຊວງກະສິກໍາ ແລະ ປ່າໄມ້ ປີ ຄ.ສ 1965 – ປີ ຄ.ສ 2024

ດາວໂຫລດຟາຍ:ປະຫວັດຄວາມເປັນມາຂອງຖໍ້າກະສິກໍາ ແລະ ຜົນງານກະຊວງກະສິກໍາ ແລະ ປ່າໄມ້ ປີ ຄ.ສ 1965- ປີ ຄ.ສ 2024

ສາມາດເຂົ້າອ່ານປື້ມສະບັບເຕັມໄດ້ທີ່ລິ້ງດ້ານລຸ່ມນີ້https://www.maf.gov.la/%e0%ba%a7%e0%ba%b2%e0%ba%a5%e0%ba%b0%e0%ba%aa%e0%ba%b2%e0%ba%99/

 

ເມື່ອຫວນຄືນເຖິງຂະບວນວິວັດແຫ່ງການຂະຫຍາຍຕົວຂອງຂະແໜງການກະສິກຳ ແລະ ປ່າໄມ້ ໄລຍະ 59 ປີຜ່ານມາ ເຫັນວ່າ ໄດ້ມີການເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ ເຊິ່ງໄດ້ຕິດພັນກັບການດໍາລົງຊີວິດຂອງປະຊາຊົນລາວ, ຕິດພັນຢ່າງແໜ້ນແຟ້ນກັບຂະບວນ ການຕໍ່ສູ້ກູ້ຊາດໃນທຸກຍຸກທຸກສະໄໝ ໄດ້ປະກອບສ່ວນສໍາຄັນຕໍ່ຜົນ ສຳເລັດຂອງການປະຕິວັດໃນແຕ່ລະໄລຍະຕະຫຼອດມາ. ພາຍຫຼັງປະ ເທດຊາດໄດ້ຮັບການສະຖາປະນາເປັນ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ໃນວັນທີ 02 ທັນວາ 1975, ເປັນໄລຍະແຫ່ງ
ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂະແໜງການກະສິກຳ ແລະ ປ່າໄມ້ ໄດ້ຕອບສະໜອງຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ແນໃສ່ຮັບໃຊ້ແນວທາງນະໂຍບາຍຂອງພັກ ແລະ ລັດ, ຮັບໃຊ້ການສ້າງຕັ້ງອໍານາດການປົກຄອງໃໝ່, ຟື້ນຟູເສດຖະກິດ, ຮຳບາດແຜສົງຄາມ, ຂະແໜງຜະລິດກະສິກຳ, ປ່າໄມ້ ແລະ ຊົນລະປະທານ ໃນເວລານັ້ນໄດ້ກຳນົດໜ້າທີ່ການເມືອງ ແລະ ຈັດຕັ້ງປະຕິບັດການປະຕິວັດທັງ 3 ປະການໄປພ້ອມໆກັນຄື: 1) ການປະຕິວັດແຫ່ງການຜະລິດ, 2) ການປະຕິວັດທາງດ້ານວິທະຍາສາດ-ເຕັກນິກ, 3) ການປະຕິວັດທາງດ້ານແນວຄິດ-ວັດທະນະທໍາ, ອອກແຮງຟື້ນຟູ ແລະ ຂະຫຍາຍເສດຖະກິດ, ຈັດຕັ້ງການຜະລິດຄືນໃໝ່ໂດຍຖືເອົາກະສິກໍາ-ປ່າໄມ້ ເປັນພື້ນຖານເພື່ອຂະຫຍາຍອຸດສາຫະກໍາ, ເຊິ່ງໄດ້ຫັນເອົາການຜະລິດແບບທໍາມະຊາດກະແຈກກະຈາຍຫັນມາເປັນການຜະລິດຂະໜາດໃຫຍ່ ນໍາໃຊ້ເຕັກນິກວິຊາການທາງດ້ານກະເສດສຸມເທື່ອລະກ້າວ, ໂດຍຖືເອົາການຫັນເປັນອຸດສາຫະກໍາເປັນໜ້າທີ່ໃຈກາງຕະຫຼອດໄລຍະຂ້າມຜ່ານຂຶ້ນສູ່ສັງຄົມນິຍົມ, ກໍ່ສ້າງລະບອບເປັນເຈົ້າລວມໝູ່ສູ່ສັງຄົມນິຍົມ, ໄດ້ເອົາໃຈໃສ່ຜັນຂະຫຍາຍແນວທາງນະໂຍບາຍ, ມະຕິຄໍາສັ່ງຂອງພັກ ເຂົ້າສູ່ການເຄື່ອນໄຫວວຽກງານຕົວຈິງຂອງຂະແໜງການກະສິກຳ ແລະ ປ່າໄມ້, ສາມາດປະຕິບັດໜ້າທີ່ການເປັນເສນາທິການດ້ານການຜະລິດກະສິກຳ ພ້ອມທັງປະກອບສ່ວນໃນການຜະລິດສະບຽງອາຫານ, ວຽກງານຫຼຸດຜ່ອນຄວາມທຸກຍາກ, ວຽກງານຄຸ້ມຄອງປ່າໄມ້. ຕະຫຼອດໄລຍະຜ່ານມາ ສາມາດເວົ້າໄດ້ວ່າ ພວກເຮົາມີຄວາມເອກອ້າງຕໍ່ບັນດາຜົນສໍາເລັດແຫ່ງການເຄື່ອນໄຫວວຽກງານຂອງຂະແໜງການກະສິກຳ ແລະ ປ່າໄມ້ ທີ່ໄດ້ຮັບການພັດທະນາ ແລະ ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ.
ດັ່ງນັ້ນ, ໃນໂອກາດ ຮຽບຮຽງປະຫວັດຄວາມເປັນມາຂອງ ຖໍ້າກະສິກໍາ ແລະ ຜົນງານກະຊວງກະສິກຳ ແລະ ປ່າໄມ້, ພວກເຮົາຈຶ່ງໄດ້ຮຽບຮຽງຈັດພິມເຜີຍແຜ່ປື້ມຫົວນີ້ອອກມາເປັນຄັ້ງທໍາອິດເພື່ອເປັນການຫວນຄືນປະຫວັດສາດແຫ່ງການກຳເນີດ ແລະ ຂະຫຍາຍຕົວຂອງຂະແໜງການກະສິກຳ ແລະ ປ່າໄມ້ ເຊິ່ງແມ່ນຜົນງານການປະກອບສ່ວນຢ່າງໃຫຍ່ຫຼວງ ຂອງພະນັກງານການນໍາທຸກຂັ້ນ, ພະນັກງານລັດຖະກອນທັງໝົດໃນຂະແໜງການກະສິກຳ ແລະ ປ່າໄມ້ ແຕ່ອາດີດມາເຖິງປັດຈຸບັນ ແລະ ເພື່ອເປັນການສະແດງຄວາມຮູ້ບຸນຄຸນ ມາຍັງການນໍາຂັ້ນສູງຂອງພັກ-ລັດ ທີ່ຍາມໃດກໍໍ່ໄດ້ໃຫ້ ການຊີ້ນໍາຢ່າງໃກ້ຊິດແກ່ຂະແໜງການກະສິກຳ ແລະ ປ່າໄມ້ ຂອງພວກເຮົາຕະຫຼອດມາ, ເຮັດໃຫ້ພວກເຮົາສາມາດປະຕິບັດໜ້າທີ່ການເມືອງຂອງຕົນໄດ້ຢ່າງມີຜົນສໍາເລັດອັນຈົບງາມ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມແນວທາງນະໂຍບາຍຂອງພັກ-ລັດ ທີ່ກຳນົດໄວ້. ພວກເຮົາຂໍຢືນຢັນວ່າພາຍໃຕ້ການຊີ້ນໍາຂອງຄະນະພັກ-ຄະນະນໍາທຸກຂັ້ນ ແລະ ຄວາມບຸກບືນຫ້າວຫັນຂອງພະນັກງານຂະແໜງການກະສິກຳ ແລະ ປ່າໄມ້, ພວກເຮົາຈະສືບຕໍ່ເສີມຂະຫຍາຍບົດຮຽນ ແລະ ແບບຢ່າງອັນດີງາມ ຂອງບັນດາພະນັກງານການນໍາຫຼັກແຫຼ່ງຮຸ່ນກ່ອນທີ່ໄດ້ສ້າງໄວ້ໃຫ້ກາຍເປັນມູນເຊື້ອອັນດີງາມ ແລະ ກາຍເປັນມູນມໍລະດົກຕົກທອດແກ່ພະ ນັກງານຂອງຂະແໜງການກະສິກຳ ແລະ ປ່າໄມ້ ໃນຮຸ່ນຕໍ່ໄປ.
ພວກເຮົາເຊື່ອໝັ້ນວ່າ ປື້ມຫົວນີ້ຈະເປັນແຫຼ່ງຂໍ້ມູນທີ່ສໍາຄັນ ແລະ ເປັນຊັບສົມບັດທີ່ມີຄ່າ ໃຫ້ແກ່ການຮຽນຮູ້ ແລະ ສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບຂະບວນວິວັດແຫ່ງການກຳເນີດ ແລະ ການຂະຫຍາຍຕົວຂອງຂະແໜງການກະສິກຳ ແລະ ປ່າໄມ້ ໂດຍສະເພາະພະນັກງານ ໃນຂົງເຂດກະສິກຳ ແລະ ປ່າໄມ້ ກໍ່ຄືປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ເພື່ອເປັນບົດຮຽນໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ເກີດປະໂຫຍດສູງສຸດ. ພ້ອມນີ້, ກ່ໍຫວັງວ່າປື້ມຫົວນີ້ຈະເປັນແຮງກະຕຸກຊຸກຍູ້ໜຶ່ງເຮັດໃຫ້ພະນັກງານຮຸ່ນປັດຈຸບັນ ແລະ ຮຸ່ນສືບທອດສືບຕໍ່ພາລະກິດໃນການພັດທະນາຂະແໜງການກະສິກຳ ແລະ ປ່າໄມ້ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນໄດ້ດີຍິ່ງຂຶ້ນໄປໃນອະນາຄົດ.
ປື້ມເຫຼັ້ມນີ້ ແມ່ນໝາກຜົນຂອງການລວມຍອດຂອງການຂຸດຄົ້ນ, ເກັບກໍາ, ຄົ້ນຄວ້າວິໄຈ ເລືອກເຟັ້ນ ແລະ ສັງລວມບັນດາຂໍ້ມູນຈາກຫຼາຍພາກສ່ວນ, ການຈັດຕັ້ງ ແລະ ລວມທັງຈາກບຸກ ຄົນທີ່ໄດ້ເຄື່ອນໄຫວວຽກງານດັ່ງກ່າວໃນເວລານັ້ນ ລວມທັງຄໍາເຫັນສໍາພາດຕ່າງໆ ແຕ່ກໍ່ຄົງປາສະ ຈາກບໍ່ໄດ້ຂໍ້ຜິດພາດຂາດຕົກບົກຜ່ອງ.
ດັ່ງນັ້ນ, ຄະນະຮຽບຮຽງ ແລະ ຈັດພິມປື້ມເຫຼັ້ມນີ້ຫວັງຢ່າງຍິ່ງວ່າ ຈະໄດ້ຮັບຄໍາຕໍານິຕິຊົມຈາກຜູ້ອ່ານເພື່ອຊ່ວຍປັບປຸງໃຫ້ມີຄວາມສົມບູນກວ່າເກົ່າ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ