ທ່ານ ຮອງນາຍົກລັດຖະມົນຕີລົງຊຸກຍູ້ວຽກງານຢູ່ສູນ, ສະຖານີບໍລິການເຕັກນິກກະສິກໍາ
ໃນວັນທີ 09 ພະຈິກ 2016 ທີ່ຜ່ານມາ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ລົງຊຸກຍູ້ວຽກງານຢູ່ສູນ ສະຖານີ ທີ່ສູນທົດລອງແນວພັນພືດທີ່ດີລາວ-ຈີນ ໃຫ້ກຽດຕ້ອນຮັບໂດຍ ທ່ານ ຄໍາບຸນນັດ ໄຊຍະນົນ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ເຫວີຍຊຽນເຫິງ ຫົວໜ້າສູນທົດລອງແນວພັນພືດທີ່ດີລາວ-ຈີນ ໄດ້ລາຍງານໃຫ້ຮູ້ກ່ຽວກັບປະຫວັດຄວາມເປັນມາ, ພາລະບົດບາດ ແລະການປະຕິບັດໜ້າທີ່ຂອງສູນດັ່ງກ່າວ.ຈາກນັ້ນ,ກໍໄດ້ທ່ຽວຊົມສວນແນວພັນພືດຢູ່ພາຍໃນສູນ ພ້ອມທັງປູກຕົ້ນໄມ້ ເພື່ອເປັນສິລິມຸງຄຸນໃຫ້ແກ່ສູນດັ່ງກ່າວນໍາອີກ.
ໂອກາດດຽວກັນນີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຍັງໄດ້ລົງຢ້ຽມຢາມສູນຄົ້ນຄວ້າກະສິກໍານາພອກ. ເປັນກຽດຕ້ອນຮັບໂດຍ ທ່ານ ບຸນຖອງ ບົວຫອມ ຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ ແລະປ່າໄມ້ ແຫ່ງຊາດ. ທ່ານ ສົມພອນ ແສງດາລາ ຮອງຫົວໜ້າສູນຄົ້ນຄວ້າກະສິກໍານາພອກ ໄດ້ລາຍງານໃຫ້ຮູ້ກ່ຽວກັບສະພາບລວມຂອງສູນ ຊື່ງມີໜ້າທີ່ຄົ້ນຄວ້າທາງດ້ານແນວພັນພືດ ເພື່ອສະໜອງໃຫ້ແກ່ຊາວກະສິກອນ ເປັນຕົ້ນ: ແນວພັນເຂົ້າ ແລະບັນດາແນວພັນພືດຕ່າງໆ, ພ້ອມທັງເຮັດໜ້າທີ່ໃນການວິໄຈດິນ ກະສິກໍາ. ນອກນີ້, ທ່ານຍັງໄດ້ລາຍງານກ່ຽວກັບ ລະບົບໂຄງຮ່າງການຈັດຕັ້ງ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະບາງບັນຫາທີ່ຍັງຄົງຄ້າງ. ຈາກນັ້ນ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ທິດຊີ້ນໍາໂດຍສະເໜີໃຫ້ການນໍາຂອງກະຊວງກະສິກໍາ ແລະປ່າໄມ້ ເວົ້າລວມ,ເວົ້າສະເພາະແມ່ນການນໍາຂອງສູນ ຈົ່ງໄດ້ສືບຕໍ່ແກ້ໄຂບັນຫາທີ່ເປັນຈຸດບົກຜ່ອງ ໃນການຈັດຕັ້ງປະຕິບັດວຽກງານໃຫ້ມີຄວາມເຂັ້ມແຂງ ໂດຍສະເພາະແມ່ນ ເອົາໃຈໃສ່ໃນການຄົ້ນຄວ້າແນວພັນພືດ ເປັນຕົ້ນແມ່ນແນວພັນເຂົ້າ ແລະສືບຕໍ່ຍົກລະດັບ ວິທີການການຄົ້ນຄວ້າຂື້ນຕື່ມ ເພື່ອໃຫ້ສາມາດຕອບສະໜອງດ້ານແນວພັນພືດຕ່າງໆ ໃຫ້ໄດ້ຫຼາຍຂື້ນ ແລະພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມ.
ຂຽນຂ່າວໂດຍ: ສອນເພັດ ສຸລິພອນ
15 / 11 / 2016
ກວດແກ້ໂດຍ: ທ່ານ ເຂັມພອນ ທິພົມມະຈັນ