ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລົງຊີ້ນຳວຽກງານການຜະລິດກະສິກໍາຢູ່ເມືອງສິງແຂວງຫຼວງນໍ້າທາ

IMG_2945

 

ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະກົມ, ພະແນກການທີ່ກ່ຽວຂ້ອງໄດ້ລົງຊຸກຍູ້ການຜະລິດກະສິກໍາ ແລະ ຢ້ຽມຢາມໂຄງການກໍ່ສ້າງຊົນລະປະທານ ນ້ຳຫຍ້າ ແລະ ໂຄງການກໍ່ສ້າງ ນໍ້າມະອຸ່ນ ຢູ່ເມືອງ ສີງ, ແຂວງ ຫຼວງນໍ້າທາ ໃນວັນທີ 22 ມັງກອນ 2018 ຜ່ານມາ ໂດຍການຕອ້ນຮັບຂອງທ່ານ ທວງ ນາມວົງສາ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງຫຼວງນໍ້າທາ.ທ່ານ ຄຳພູ ວໍລະສານ ຜູ້ຮັບຜິດຊອບໂຄງການໄດ້ລາຍງານໃຫ້ຮູ້ວ່າ: ໂຄງການດັ່ງກ່າວແມ່ນເລີ່ມລົງມືກໍ່ສ້າງແຕ່ປີ 2011 ເປັນຕົ້ນມາ ແລະ ມີຫົວງານຕັ້ງຢູ່ບ້ານສົມອິ ຫ່າງຈາກເທດສະບານເມືອງ ສິງໄປທາງທິດຕາເວັນອອກ 13 ກິໂລແມັດໂດຍຜູ້ໄດ້ຮັບຜົນປະໂຫຍດມີ 9 ບ້ານ 439 ຄອບຄົວ, ສາມາດສະໜອງນ້ຳລະດູຝົນໄດ້ 545 ເຮັກຕາ ແລະ ລະດູແລ້ງ 400 ເຮັກຕາ, ມີລະບົບຫົວງານ 2 ຫົວງານຄື: ຫົວງານເຂື່ອນດີນຍາວ120 ແມັດ, ສູງ 35 ແມັດ ສໍາເລັດແລ້ວ 22%, ຫົວງານຝາຍນ້ຳລົ້ນIMG_2961
IMG_2988 IMG_2971

ຄວາມຍາວ 27 ແມັດ, ສູງ 2 ແມັດ, ກວ້າງ 30 ແມັດ, ສຳເລັດ 100% ລວມມູນຄ່າການກໍ່ສ້າງທັງໝົດ 72 ຕື້ກວ່າກີບ. ໂຄງການກໍ່ສ້າງຊົນລະປະທານນໍ້າມະອຸ່ນ ມີຫົວງານຕັ້ງຢູ່ເຂດບ້ານປາງທອງ ຫ່າງຈາກເທດສະບານເມືອງສີງ ໄປທິດໃຕ້ 22 ກິໂລແມັດ ຕາມສາຍທາງເລກທີ 17Bຜູ້ໄດ້ຮັບຜົນປະໂຫຍດມີ 19 ບ້ານ, 730 ຄອບຄົວ, ສາມາດຫົດເນື້ອທີ່ໃນລະດູຝົນໄດ້ 2.400 ເຮັກຕາ (ສອງພັນສີ່ຮ້ອຍເຮັກຕາ) ແລະ ລະດູແລ້ງ 900 ເຮັກຕາ, ຫົວງານຝາຍນ້ຳລົ້ນ ກ້ວາງ 35 ແມັດ, ຍາວ 20 ແມັດ ແລະ ສູງ 3,5 ແມັດ ສຳເລັດຮ້ອຍສ່ວນຮ້ອຍ ລວມມູນຄ່າການກໍ່ສ້າງທັງໝົດ 195 ຕື້ກວ່າກີບ ໂດຍການຮັບເໝົາລົງທຶນກໍ່ສ້າງຂອງ ບໍລິສັດ ຮ່ວມມືສາກົນ 705 ສສ. ຫວຽດນາມ, ໂຄງການດັ່ງກ່າວເປັນເງີນກູ້ຢືມຈາກທະນາຄານ BIDV ສສ. ຫວຽດນາມ 30 ລ້ານໂດລາສະຫະລັດ, 2 ໂຄງການດັ່ງກ່າວຈະສຳເລັດ ແລະ ນໍາໃຊ້ໄດ້ໃນທ້າຍປີ 2018 ນີ້.ປັດຈຸບັນພະແນກກະສິກຳ ແລະ ປ່າໄມ້ ແຂວງ, ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ ແລະ ສູນບໍລີການເຕັກນິກກະສິກໍາໄດ້ລົງຊຸກຍູ້ສົ່ງເສີມປະຊາຊົນບັນດາເຜົ່າ ໃຫ້ຫັນມາເຮັດການປູກຝັງແລະລ້ຽງສັດ ເປັນຕົ້ນ: ການເຮັດນາແຊງ, ປູກພືດຜັກຕ່າງໆ ເພື່ອຮັບປະກັນການສະໜອງດ້ານສະບຽງອາຫານ ແລະ ເຮັດການຜະລິດໃຫ້ຫຼາຍກາຍເປັນສີນຄ້າ ໂດຍຕິດພັນກັບການຜະລິດກະສິກຳສະອາດ, ສີຂຽວ ແລະ ຍີນຍົງເປັນມິດກັບສິ່ງແວດລ້ອມເພື່ອຮອງຮັບໃຫ້ແກ່ນັກທ່ອງທ່ຽວທີ່ຈະເຂົ້າມາທ່ຽວຊົມແຂວງ ຫຼວງນໍ້າທາ ກໍ່ຄືປະເທດລາວຂອງພວກເຮົາໃນປີ 2018 ນີ້.

 

ພາບແລະຂ່າວໂດຍ: ພອນໄຊ ສີສົງຄາມ

ກວດແກ້ໂດຍ: ເຂັມພອນ ທິພົມມະຈັນ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ