ທ່ານລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ຕ້ອນຮັບບໍລິສັດກິໂລສະກາປະເທດອິນເດຍ
ໃນວັນທີ 16 ພະຈິກ 2018 ນີ້, ກະຊວງກະສິກໍາແລະປ່າໄມ້, ທ່ານປອລຽນທີແກ້ວລັດຖະມົນຕີກະຊວງກະສິກໍາແລະປ່າໄມ້ພ້ອມດ້ວຍຮອງຫົວໜ້າຫ້ອງການ, ຮອງກົມແລະພະແນກການທີ່ກ່ຽວຂ້ອງໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະພົບປະຂອງທ່ານຜູ້ອຳນວຍການບໍລິສັດກິໂລສະກາປະເທດອິນເດຍພ້ອມດ້ວຍຄະນະ, ຈຸດປະສົງເພື່ອນໍາສະເໜີແລະປຶກສາຫາລືກ່ຽວກັບຄວາມສົນໃຈຂອງບໍລິສັດທີ່ຈະມາຕິດຕັ້ງເຄື່ອງສູບນໍ້າທີ່ນໍາໃຊ້ພະລັງ ງານນໍ້າແລະພະລັງງານແສງຕາເວັນຂະໜາດນ້ອຍເຊິ່ງເປັນເທັກໂນໂລຊີໃຫມ່ທີ່ໃນທົ່ວໂລກຍັງບໍ່ໄດ້ມີການນໍາໃຊ້ເທື່ອ ເຊິ່ງເປັນເຄື່ອງຈັກສະອາດແລະເປັນມິດຕໍ່ສິ່ງແວດລ້ອມ ໂດຍອາໃສພະລັງ ງານຈາກທໍາມະຊາດທັງໝົດ, ເພື່ອຊ່ວຍໃຫ້ປະຊາຊົນໃນເຂດທີ່ບໍ່ມີໄຟຟ້າ ສາມາດນໍາໃຊ້ນໍ້າເຂົ້າໃນຄົວເຮືອນແລະນໍາໃຊ້ເຂົ້າໃນການຜະລິດລະດູແລ້ງ ເພາະເຄື່ອງສູບນໍ້າດັ່ງກ່າວແມ່ນມີຄວາມທົນທານແລະໄລຍະນໍາໃຊ້ສູງເຖິງ 10 ປີ, ໂດຍບໍສັດມີເປົ້າໝາຍຢາກຈະສ້າງເປັນໂຄງການຕົວແບບ ຢູ່ແຂວງທາງພາກເໜືອຂອງສປປລາວເຊິ່ງຈະມີການທົດລອງນໍາໃຊ້ແລະປະເມີນຜົນກ່ອນຈະຂະຫຍາຍໄປສູ່ເຂດຕ່າງໆ, ໃນໂອກາດນີ້ທ່ານລັດຖະມົນຕີ ໄດ້ສະແດງຄວາມຍິນດີຢ່າງຫຍິ່ງຕໍ່ການຈະເຂົ້າມາເຮັດໂຄງການຕົວແບບໃນສປປລາວເນື່ອງຈາກເປັນສ່ວນໜື່ງທີ່ສໍາຄັນແລະດີໃນການພັດທະນາວຽກງານກະສິກໍາ, ປ່າໄມ້ແລະສຸມໃສ່ການພັດທະນາຊົນນະບົດເພື່ອແກ້ໄຂຄວາມທຸກຍາກຢູ່ໃນ ສປປລາວ.
ພາບ ແລະ ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ