ຊາວກະສິກອນແຂວງອັດຕະປືໄດ້ຮັບລະບົບຊົນລະປະທານພະລັງງານແສງອາທິດເພື່ອສ້າງຄວາມທົນທານຕໍ່ສະພາບດິນຟ້າອາກາດ/Attapeu Farmers Receive Solar-Powered Irrigation Boost, Building Climate Resilience
ຊາວກະສິກອນແຂວງອັດຕະປືໄດ້ຮັບລະບົບຊົນລະປະທານພະລັງງານແສງອາທິດເພື່ອສ້າງຄວາມທົນທານຕໍ່ສະພາບດິນຟ້າອາກາດ
ແຂວງອັດຕະປື, ວັນທີ 27 ກຸມພາ 2024 – ພາຍໃຕ້ການຈັດຕັ້ງປະຕິບັດວຽກງານຮ່ວມກັນ, ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO) ແລະ ຫ້ອງການປົກຄອງແຂວງອັດຕະປື ໄດ້ຮ່ວມກັນຈັດພິທີມອບ-ຮັບລະບົບຊົນລະປະທານພະລັງງານແສງອາທິດ ໃຫ້ແກ່ຫ້ອງການກະສິກຳ ແລະ ປ່າໄມ້ ແຂວງອັດຕະປື, ກະຊວງກະສິກຳ ແລະ ປ່າໄມ້, ທີ່ບ້ານອິນທີ, ເມືອງສະໜາມໄຊ, ແຂວງອັດຕະປື.
ການມອບ-ຮັບດັ່ງກ່າວນີ້ແມ່ນໄດ້ຖືກຈັດຕັ້ງຂຶ້ນພາຍໃຕ້ໂຄງການ “ເສີມສ້າງຄວາມທົນທານ ຂອງລະບົບກະສິກໍາ ແລະ ຊີວິດການເປັນຢູ່ ຕໍ່ສະພາບດິນຟ້າອາກາດ ແລະ ທີ່ເປັນມິດກັບສິ່ງແວດລ້ອມ” (Climate REAL) ເຊິ່ງເປັນອົງປະກອບໜຶ່ງ ຂອງແຜນງານການສ້າງຄວາມເຂັ້ມແຂງ ເພື່ອຮັບມືກັບສະພາບດີິນຟ້າອາກາດ ແບບປະສົມປະສານ ຢູ່ແຂວງອັດຕະປື ເຊິ່ງໄດ້ຮັບທຶນຈາກອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA). ໂຄງການ Climate REAL ມີເປົ້າໝາຍແນໃສ່ການເສີມສ້າງ ຄວາມທົນທານຕໍ່ໄພພິບັດທີ່ຕິດພັນກັບດິນຟ້າອາກາດ ແລະ ການສົ່ງເສີມການກະສິກໍາແບບຍືນຍົງ.
ໂຄງການ Climate REAL ໄດ້ກຳນົດ 7 ບ້ານບຸລິມະສິດ, ລວມທັງບ້ານອິນທີ ຢ່າງມີຍຸດທະສາດ, ເພື່ອກໍ່ສ້າງລະບົບຊົນລະປະທານພະລັງງານແສງອາທິດ, ແນໃສ່ແກ້ໄຂຄວາມຕ້ອງການນ້ຳເພື່ອການກະສິກຳ ໂດຍສະເພາະ ໃນເຂດຊົນນະບົດທີ່ການເຂົ້າເຖິງໄຟຟ້າອາດຈະມີຂໍ້ຈໍາກັດ, ໂດຍການນໍາໃຊ້ແຫຼ່ງພະລັງງານທົດແທນ.
ທ່ານ ນາງ ຄະຢອງ ມີ ຄິມ, ຜູ້ຕາງໜ້າ ອົງການ FAO ປະຈຳ ສປປ ລາວ, ໄດ້ໃຫ້ກຽດເຂົ້າຢ້ຽມຂ່ຳນັບທ່ານ ວັນທອງ ກອງມະນີ, ເຈົ້າແຂວງອັດຕະປື, ເພື່ອປຶກສາຫາລືຄວາມຄືບໜ້າ ແລະ ຜົນສຳເລັດຂອງໂຄງການ Climate REAL ແລະ ບັນດາຂົງເຂດທີ່ສຳຄັນເພື່ອການຮ່ວມມືໃນຕໍ່ໜ້າ. ທ່ານ ນາງ ຄະຢອງ ມີ ຄິມ ໄດ້ຍົກໃຫ້ເຫັນເຖິງຂະບວນການຄັດເລືອກບ້ານເປົ້າໝາຍທີ່ລະອຽດຮອບຄອບ ໂດຍການຮ່ວມມືກັບໜ່ວຍງານທ້ອງຖິ່ນທີ່ກ່ຽວຂ້ອງ “ເຊິ່ງບ້ານດັ່ງກ່າວ ແມ່ນບ້ານທີ່ບໍ່ມີນ້ຳໃຊ້ເຂົ້າໃນການຜະລິດກະສິກຳລະດູແລ້ງ, ແຕ່ຊາວກະສິກອນມີທ່າແຮງແລະຄວາມດຸໝັ່ນມານະພະຍາຍາມ ທີ່ຈະເຮັດໃຫ້ເກີດການປ່ຽນແປງທີ່ມີຄວາມໝາຍສໍາຄັນ.”
ທ່ານ ນາງ ຄະຢອງ ມີ ຄິມ ຍັງໄດ້ກ່າວເພີ່ມຕື່ມວ່າກ່ຽວກັບຜົນກະທົບທີ່ດີທີ່ມີຕໍ່ກັບການປູກເຂົ້າ ໂດຍກ່າວວ່າ: “ກຸ່ມຜະລິດເຂົ້າ ແລະ ເມັດພັນເຂົ້າໄດ້ສະແດງໃຫ້ເຫັນໝາກຜົນອັນໃຫຍ່ຫຼວງຈາກຜົນຜະລິດຂອງພວກເຂົາໃນປີ 2023. ຂ້າພະເຈົ້າຫວັງວ່ານີ້ຈະເປັນບາດກ້າວທຳອິດສູ່ອະນາຄົດ ທີ່ແຂວງອັດຕະປືສາມາດສະໜອງເມັດພັນເຂົ້າທີ່ໄດ້ຮັບການປັບປຸງທີ່ມີຄຸນນະພາບດີໃຫ້ແກ່ແຂວງໄດ້.”
ທ່ານ ຄໍາບຸນ ດວງພະບາງ, ຮອງເຈົ້າແຂວງອັດຕະປື, ໄດ້ສະແດງຄວາມຂອບໃຈມາຍັງອົງການ FAO ແລະ ທີມງານໃນຄວາມພະຍາຍາມທີ່ໃຫ້ການຊ່ວຍເຫຼືອຢ່າງຕໍ່ເນື່ອງ ເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ໂພຊະນາການ ແລະ ການສົ່ງເສີມການກະສິກຳເປັນສິນຄ້າ. ທ່ານ ຄໍາບຸນ ດວງພະບາງ ຍັງໄດ້ກ່າວເຖິງຜົນກະທົບອັນກວ້າງວ່າ: “ຄວາມຮູ້ ແລະ ທັກສະຂອງຊາວບ້ານຫຼາຍພັນຄົນໃນບ້ານເປົ້າໝາຍ ເຂັ້ມແຂງຂຶ້ນຢ່າງຫຼວງຫຼາຍ. ດ້ວຍຊັບພະຍາກອນຕ່າງໆທີ່ສະໜອງໃຫ້, ປະຊາຊົນສາມາດເພີ່ມຜົນຜະລິດກະສິກຳສູງຂຶ້ນກວ່າເກົ່າ, ມີຊີວິດການເປັນຢູ່, ການພັດທະນາຊົນນະບົດ ແລະ ການຫຼຸດຜ່ອນຄວາມທຸກຍາກ ທີ່ດີຂຶ້ນ.”
Attapeu Farmers Receive Solar-Powered Irrigation Boost, Building Climate Resilience
Attapeu Province, Lao PDR – February 27, 2024 – In a collaborative effort, the Food and Agriculture Organization (FAO) and Attapeu Provincial Governor Office handed over a solar-powered irrigation system to the Attapeu Provincial Agriculture and Forestry Office (PAFO) during a ceremony held in Inthy Village, Sanamxay District.
This initiative falls under the “Building Climate-Resilient and Eco-friendly Agriculture Systems and Livelihoods” (Climate REAL) project, funded by the Korea International Cooperation Agency (KOICA). Climate REAL aims to strengthen Attapeu Province’s resilience to climate disasters and promote sustainable agricultural practices.
The project strategically identified seven villages, including Inthy, for these innovative irrigation systems. These systems address water scarcity, particularly in rural areas with limited access to electricity, by utilizing renewable energy sources.
FAO Representative, Ms. Kyung-Mee Kim, met with Attapeu Governor, Mr. Vanthong Kongmany, to discuss project progress and future collaboration. Ms. Kim highlighted the careful selection process, emphasizing collaboration with local authorities to choose villages “lacking water but with hardworking farmers, aiming to create meaningful change.”
She further emphasized the project’s positive impact on rice production, stating, “Rice and Seed Production Groups have shown excellent results in 2023 yields. This can be the first step towards Attapeu’s self-sufficiency in high-quality rice seeds.”
Attapeu Province Vice Governor, Mr. Khamboun Duangpabang, expressed his gratitude to FAO for its continued support in ensuring food security, improving nutrition, and promoting agribusiness. He acknowledged the project’s wider impact, stating, “The knowledge and skills of thousands in target villages have greatly improved. With provided resources, villagers can enjoy higher agricultural outputs, improved livelihoods, and reduced poverty.”