ກອງປະຊຸມສໍາມະນາບັນຫາ ແລະ ກາລະໂອກາດຢາງພາລາລາວ
ໃນວັນທີ 26 ທັນວາ 2016 ຜ່ານມາ, ກະຊວງກະສິກໍາ ແລະປ່າໄມ້ ຮ່ວມກັບ ກຸ່ມບໍລິສັດ ພັດທະນາກະສິກໍາ ຢູນນານ ຈໍາກັດ (ສປຈີນ) ໄດ້ຈັດກອງປະຊຸມສໍາມະນາບັນຫາ ແລະ ກາລະໂອກາດຢາງພາລາລາວ ຂື້ນທີ່ສູນຝຶກອົບຮົມການຮ່ວມມືສາກົນ (ITCT) ນະຄອນຫຼວງວຽງຈັນ, ໃຫ້ກຽດເປັນປະທານໂດຍ ທ່ານ ປະລິນຍາເອກ ລຽນ ທີແກ້ວ ກໍາມະການສູນກາງພັກ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້, ທ່ານ ວິໄລວັນ ພົມເຂ ປະທານຄະນະຂົນຂວາຍສ້າງຕັ້ງສາມະຄົມຢາງພາລາ ຢູ່ ສປປລາວ, ທ່ານ ຊື ຊົງຮົວ ອໍານວຍການໃຫຍ່ກຸ່ມບໍລິສັດ ພັດທະນາກະສິກໍາ ຢູນນານ ຈໍາກັດ. ມີທ່ານ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້, ເອກຄະລັດຖະທູດ ສປຈີນ ປະຈໍາລາວ, ພ້ອມນີ້, ມີບັນດາເຈົ້າແຂວງ-ຮອງເຈົ້າແຂວງ, ຫົວໜ້າກົມ, ຫົວໜ້າຫ້ອງການ,ຫົວໜ້າພະແນກກສິກໍາ ແລະປ່າໄມ້ແຂວງ, ຄະນະທີມງາມວິຊາການ ແລະພ້ອມດ້ວຍນັກວິທະຍາກອນ ຈາກແຂວງຢູນນານ ສປ ຈີນ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຄາດໝາຍຂອງກອງປະຊຸມໃນຄັ້ງນີ້ ເພື່ອເປັນການຕອບໂຈດບັນຫາທີ່ຜູ້ປະກອບການ ແລະຊາວສວນຢາງພາລາທີ່ກໍາລັງປະເຊີນຢູ່ປັດຈຸບັນຄື: ລາຄາຢາງພາລາຕົກຕໍາ, ກີດມາແລ້ວຂາຍບໍ່ອອກ, ບັນຫາຕະລາດບໍ່ໝັ້ນທ່ຽງ ຊາວສວນເກີດມີຄວາມຄິດຄອນແຄນມີທ່າອ່ຽງຫັນປ່ຽນເນື້ອທີ່ດິນສວນໄປປູກພືດອື່ນຫຼາຍຂື້ນ ເປັນຕົ້ນແມ່ນການປູກກ້ວຍ,ໝາກໜອດ ແລະພືດອື່ນໆ. ພ້ອມດ້ວຍກັນນີ້, ກອງປະຊຸມຫຍັງໄດ້ພ້ອມກັນປຶກສາຫາລືກ່ຽວກັບທ່າອ່ຽງລວມຂອງຕະຫຼາດ ແລະ ລາຄາຢາງພາລາ ໃນພາກພື້ນ ແລະສາກົນ ລວມທັງວິທີການແກ້ໄຂໃນສະເພາະໜ້າ ແລະຍາວນານ. ນອກນັ້ນ, ບັນດາຜູ້ແທນກອງປະຊຸມຍັງໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນຢ່າງມີຈຸດສຸມ ໂດຍຖືເອົາການສໍາມະນາໃນຄັ້ງນີ້ ເປັນເວທີແລກປ່ຽນປະສົບການຮ່ວມກັນ ເພື່ອສະຫຼຸບເປັນບົດຮຽນ ແລະນໍາໄປຜັນຂະຫຍາຍເປັນທິດທາງແກ້ໄຂວຽກງານໃນຕໍ່ໜ້າ. ກອງປະຊຸມໃນຄັ້ງນີ້, ຍັງໄດ້ມີການເຊັນສັນຍາການຮ່ວມມື ລະຫວ່າງ ສປປ ລາວ ແລະ ບໍລິສັດ ພັດທະນາກະສິກໍາ ຢູນນານ ຈໍາກັດ (ສປຈີນ) ຕາງໜ້າຝ່າຍລາວໂດຍ ທ່ານ ຄໍາພັນ ເໝືອນສິດທິດາ ຫົວໜ້າຫ້ອງການກະຊວງກະສິກໍາ ແລະປ່າໄມ້ ຝ່າຍຈີນໂດຍທ່ານ ກວນ ຮົວປິງ ເອກຄະລັດຖະທູດ ສປຈີນ ປະຈໍາລາວ ໂດຍຊ່ອງໜ້າຜູ້ແທນທັງສອງຝ່າຍເປັນສັກຂີພະຍານ.
ຂຽນຂ່າວໂດຍ ສອນເພັດ ສຸລິພອນ
27 ທັນວາ 2016
ກວດແກ້ໂດຍ ທ່ານ ເຂັມພອນ ທິພົມມະຈັນ