ກອງປະຊຸມສະຫຼຸບ 09 ເດືອນ ແລະ ຜ່ານແຜນການ ປີ 2019
ໂຄງການກະສິກຳເພື່ອໂພຊະນາການ ໄດ້ຈັດກອງປະຊຸມສະຫຼຸບ 09 ເດືອນ ແລະ ຜ່ານແຜນປີ 2019 ຂຶ້ນ ໃນວັນທີ 08 ພະຈິກ 2018 ທີ່ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້ແຂວງ ບໍລິຄຳໄຊ. ໂດຍການເປັນປະທານຂອງ ທ່ານ ສະຫວັນ ຫານພົມ ຮອງຫົວໜ້າກົມແຜນການ ແລະ ການເງິນ, ກະຊວງກະສິກຳ ແລະ ປ່າໄມ້, ມີຜູ້ປະສານງານຂັ້ນສູນກາງ, ແຂວງ, ເມືອງ, ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ, ສະຖາບັນຄົນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ອົງການອາຫານໂລກ ແລະ ອົງການອາຫານ ແລະ ການກະເສດ.
ທ່ານ ສີໂສວັດ ພັນດານຸວົງ ຜູ້ປະສານງານຂັ້ນສູນກາງ ໃຫ້ຮູ້ວ່າ: ຜ່ານການຈັດຕັ້ງປະຕິບັດວຽກງານໃນ 09 ເດືອນທີ່ຜ່ານມາ ສາມາດຝຶກອົບຮົມຍົກລະດັບຂີດຄວາມສາມາດ ໃຫ້ພະນັກງານຫ້ອງການກະສິກຳ ແລະ ປ່າໄມ້ເມືອງ 1.545 ເທື່ອຄົນ, ຝຶກອົບຮົມເຕັກນິກຕ່າງໆໃຫ້ຊາວບ້ານ 4.340 ເທື່ອຄົນ, ຊາວກະສິກອນຕົ້ນແບບທີ່ໄດ້ຮັບ ການຄັດເລືອກ ແລະ ຝຶກອົບຮົມ ຈຳນວນ 166 ຄົນ, ມອບແນວພັນຫຍ້າ ຈຳນວນ 849 ກິໂລ, ສ້າງແຜນຍຸດທະສາດ 05 ປີ ຂອງສູນ (2018-2022) 12 ແຜນ, ສ້າງໂຮງຮຽນຊາວກະສິກອນ 32 ແຫ່ງ, ຊາວກະສິກອນໄດ້ຮັບການຝຶກອົບຮົມ 596 ຄົນ, ສຳເລັດການວາງແຜນພັດທະນາຂັ້ນບ້ານ, ກຳນົດບູລິມະສິດການພັດທະນາວຽກງານພື້ນຖານໂຄງລ່າງ 144 ບ້ານ, ຝຶກອົບຮົມໃຫ້ແກ່ຜູ້ອຳນວຍຄວາມສະດວກຂັ້ນບ້ານ 61 ບ້ານ, ສ້າງອາຄານຮຽນຮູ້ດ້ານໂພຊະນາການປະຈຳບ້ານ 32 ແຫ່ງ, ສຳເລັດການສ້າງຕັ້ງກຸ່ມຊາວກະສິກອນ 135 ກຸ່ມ, ສຳເລັດການກວດຜ່ານແຜນທຸລະກິດ ແລະ ມອບໂອນງົບປະມານໃຫ້ກຸ່ມການຜະລິດຊາວກະສິກອນ 24 ກຸ່ມ, ສຳເລັດການສຳຫຼວດອອກແບບ ແລະ ຂຽນບົດສະເໜີໂຄງການຍ່ອຍ 144 ໂຄງການ ແລະ ແຜນໂຄງລ່າງທີ່ອະນຸມັດແລ້ວ ຈຳນວນ 58 ໂຄງການ.
ເພື່ອບັນລຸຕາມຈຸດປະສົງ, ເປົ້າໝາຍ ແລະ ເພື່ອເຮັດໃຫ້ການຄຸ້ມຄອງ ແລະ ການຈັດຕັ້ງປະຕິບັດໂຄງການໄດ້ຮັບຜົນດີ ທ່ານປະທານກອງປະຊຸມໄດ້ເນັ້ນບາງບັນຫາດັ່ງນີ້: ການຂຶ້ນແຜນກິດຈະກຳແມ່ນຕ້ອງອີງຕາມເພດານງົບປະມານທີ່ໂຄງການວາງໄວ້, ປັບປຸງແຜນຄືນໃໝ່ໃຫ້ມີຄວາມແທດເໝາະກັບຄວາມຕ້ອງການຕົວຈິງ ແລະ ກອບງົບປະມານທີ່ຜູ້ໃຫ້ທຶນໄດ້ອະນຸມັດໃນສົກປີນີ້, ເອົາໃຈໃສ່ຕິດຕາມແຜນຕ່າງໆໂດຍສົມທົບກັບແຕ່ລະພາກສ່ວນ ກ່ອນຈະໃຫ້ການນຳແຕ່ລະຂັ້ນລົງລາຍເຊັນຮັບຮອງເອົາແຜນ.
ໂດຍ: ພະແນກໂຄສະນາ ແລະ ຂ່າວສານ.