ກອງປະຊຸມສະຫຼຸບການຮ່ວມມືໃນການຄົ້ນຄວ້າທົດລອງພັດທະນາ ການປູກມອນ-ລ້ຽງມ້ອນ ໃນໄລຍະ 01 ປີ
ກອງປະຊຸມສະຫຼຸບການຮ່ວມມືໃນການຄົ້ນຄວ້າທົດລອງພັດທະນາ ການປູກມອນ-ລ້ຽງມ້ອນ ໃນໄລຍະ 01 ປີ
ໂຄງການພັດທະນາການປູກມອນ-ລ້ຽງມ້ອນ ແມ່ນມີການຮ່ວມມືກັນລະຫວ່າງ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ກໍ່ຄື ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຮ່ວມກັບ ບໍລິສັດ EK Farm and Farm mulberry ຂອງ ສ.ເກົາຫລີ. ຊື່ງເປັນການຈັບມືຮ່ວມກັນ ໃນການຈັດຕັ້ງປະຕິບັດໂຄງການຄົ້ນຄວ້າ ແລະ ພັດທະນາ ການປູກມອນ ແລະ ລ້ຽງມ້ອນ, ໂດຍການສຶກສາລ້ຽງມ້ອນ ເພື່ອຈະນຳເອົາຜົນສຳເລັດ ແລະ ແນວພັນທີ່ເໝາະສົມກຽມລົງສູ່ຊາວກະສິກອນ ກຸ່ມຜູ້ຜະລິດໃນອານາຄົດ. ໂຄງການດັ່ງກ່າວນີ້ໄດ້ເລີ່ມຈັດຕັ້ງປະຕິບັດມາ ນັບແຕ່ເດືອນ ກໍລະກົດ 2022 ຫາ ເດືອນກໍລະກົດ 2023.
ໃນວັນທີ 10 ພະຈິກ 2023 ທີ່ສູນຄົ້ນຄ້ວາພືດຜັກ ແລະ ໄມ້ໃຫ້ໝາກ, ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດ ທະນາຊົນນະບົດ, ກະຊວງກະສິກໍາ ແລະ ປ່າໄມ້. ໄດ້ຈັດກອງປະຊຸມສະຫຼຸບການຮ່ວມມືໃນການຄົ້ນຄວ້າທົດລອງພັດທະນາ ການປູກມອນ-ລ້ຽງມ້ອນ ໃນໄລຍະ 01 ປີ ຂອງໂຄງການຄົ້ນຄວ້າທົດລອງ ແລະ ພັດທະນາ ການປູກມອນ-ລ້ຽງມ້ອນ ແລະ ທິດທາງແຜນການໃນຕໍ່ໜ້າຂຶ້ນ, ທີ່ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ (ຫາດດອກແກ້ວ) ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ຈັນທະຄອນ ບົວລະພັນ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດ ທະນາຊົນນະບົດ, ທ່ານ ຂັນຄໍາ ອ້ວນອຸດົມ ຕາງໜ້າຫ້ອງການກະຊວງ, ຮອງຫົວໜ້າກອງເລຂາສະພາວິທະຍາສາດ ເຕັກ ນິກກະສິກໍາ ແລະ ປ່າໄມ້, ທ່ານ ຊາຊືງຢອນ ປະທານ ບໍລິສັດ EK farm and farm; ທ່ານ ຢູນ ຢ່ອງຮ່ອນ ຮອງປະທານ ບໍລິສັດ EK farm and farm. ຊຶ່ງມີພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໃນທີ່ປະຊຸມ ທ່ານ ປອ ທອງຄູນ ສີສະໄພທອງ ຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ຂຶ້ນລາຍງານ ກ່ຽວກັບ: ພາລະບົດບາດ, ສະພາບຄວາມເປັນມາ, ຍຸດທະສາດ ແລະ ນະໂຍບາຍລວມ ຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ. ຫຼັງຈາກນັ້ນ, ທ່ານ ໄພພູນ ມູນເສນາ ຮອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຂຶ້ນລາຍງານກ່ຽວກັບ ການຈັດຕັ້ງປະຕິບັດໂຄງການ ປູກມອນ-ລ້ຽງມ້ອນ ໃນໄລຍະ 01 ປີ ແລະ ທິດທາງແຜນການໃນຕໍ່ໜ້າ ເຊິ່ງໄດ້ໃຫ້ຮູ້ວ່າ: ໂຄງການຄົ້ນຄວ້າທົດລອງ ແລະ ພັດທະນາ ການປູກມອນ-ລ້ຽງມ້ອນ ມີຈຸດປະສົງ ເພື່ອສຶກສາການຈະເລີນເຕີບໂຕຂອງແນວພັນມ້ອນເກົາຫລີ ໃນເງື່ອນໄຂສະພາບແວດລ້ອມ ຫຼື ສະພາບອາກາດໃນ ສປປ ລາວ ເພື່ອຄັດເລືອກ, ເຕົ້າໂຮມແນວພັນ ແລະ ຂະຫຍາຍເປັນແນວພັນ ນໍາໄປສົ່ງເສີມໃຫ້ແກ່ກຸ່ມຊາວກະສິກອນ ທີ່ປູກມອນ-ລ້ຽງມ້ອນ ໃນເຂດກຸ່ມເປົ້າໝາຍ; ເພື່ອເປັນການປຶກສາຫາລື, ແລກປ່ຽນບົດຮຽນ ແລະ ປະສົບການໃນການ ຈັດຕັ້ງປະຕິບັດຜ່າມມາ ເພື່ອເສີມຂະ ຫຍາຍຈຸດດີ ແລະ ຊອກຫາວິທີທາງແກ້ໄຂຈຸດບົກຜອ່ງ ເພື່ອການປັບປຸງແກ້ໄຂໃນອານາຄົດ.
ຜ່ານການຈັດຕັ້ງປະຕິບັດໂຄງການໃນໄລຍະ 01 ປີ ຜ່ານມາ ໄດ້ປັບປຸງ-ຕິດຕັ້ງລະບົບໄຟ ແລະ ນໍ້າ ໃສ່ສວນມອນ; ປັບປຸງຄືນສວນມອນ; ການບຸກເບີກພື້ນທີ່ ເພື່ອປັບປຸງສວນປູກຕົ້ນມອນຄືນໄໝ່; ການຕັດແຕ່ງປັບປຸງຄືນໃໝ່ສວນມອນ; ຂະຫຍາຍແນວພັນມອນ ເພື່ອອະນຸລັກພັນ; ການປູກຂະຫຍາຍສວນມອນ (ຮອງຮັບການລ້ຽງ) ຊຶ່ງແນວພັນທີ່ນໍາມາປູກ ມີ 2 ຊະນິດຄື: ແນວພັນມອນ ທີ່ນໍາມາຈາກ ສ.ເກົາຫລີ ຈໍານວນ 290 ຕົ້ນ ແລະ ແນວພັນມອນທີ່ມີຢູ່ໃນສູນ ຄື: ແນວພັນທີ່ເໝາະສໍາລັບເກືອໂຕມ້ອນ ທີ່ມີລັກສະນະທີ່ເດັ່ນ ເຊັ່ນ: ແນວພັນມອນແກ້ວ, ມອນປາງຍອດດຳ, ປາງຍອດຂາວ, ບລ 60 ແລະ ພັນສະກົນນະຄອນ ຈໍານວນ 1,200 ຕົ້ນ ໃນເນື້ອທີ່ 3,200 ຕາແມັດ. ຜ່ານການທົດລອງ ການປູກມອນ-ລ້ຽງມ້ອນ ໃນຄັ້ງນີ້ເຫັນວ່າສະພາບພື້ນທີ່ ແລະ ສະ ພາບອາກາດໃນ ສປປ ລາວ ເໝາະສົມສຳລັບການຈະ ເລີນໂຕຂອງແນວພັນມອນ ແລະ ແນວພັນມ້ອນ ສ.ເກົາຫຼີ ທີ່ນໍາມາທົດລອງໃນຄັ້ງນີ້.
ສໍາລັບ ທິດທາງແຜນການສືບຕໍ່ການຮ່ວມມືໃນຕໍ່ໜ້າ ຈະຂະຫຍາຍສວນມອນພາຍໃນສູນ ແລະ ກຸ່ມຊາວກະສິ ກອນໃຫ້ຫຼາຍຂຶ້ນ; ສືບຕໍ່ອະນາໄມບົວລະບັດຮັກສາສວນມອນ; ຂະຫຍາຍເບັ້ຍມອນແນວພັນພື້ນເມືອງຂອງລາວ, ພັນ ບລ 60, ພັນສະກົນນະຄອນ ແລະ ແນວພັນພັນ EK ທີ່ນໍາມາຈາກປະເທດເກົາຫຼີ ໃຫ້ໄດ້ 5,000 ກວ່າເບັ້ຍ ໂດຍລວມ 15,000 ເບັ້ຍ; ສ້າງແຜນຮ່ວມກັບ ບໍລິສັດ EK ຟາມແອນຟາມ ແລະ ບໍລິສັດ ຊິວວອມ ວິດ ເມົາສ໌ເບີຣີ ສ. ເກົາຫຼີ ເພື່ອຮ່ວມມືກັນ ຈັດຕັ້ງໂຄງການຄົ້ນຄ້ວາພັດ ທະນາວຽກງານ ການປູກມອນ-ລ້ຽງມ້ອນ ໃນການເພີ່ມມູນຄ່າທາງດ້ານຜະລິດ ຕະພັນ.
News by: MAF Media Team
####📷📹🎥📽🎞📞☎️📟📠📺📻🎙#####
ທ່ານສາມາດ ຕິດຕາມຂ່າວສານຜ່ານທາງ
#Follow us at: https://web.facebook.com/ຂ່າວສານກະສິກຳປ່າໄມ້-ແລະ-ພັດທະນາ-ຊົນນະບົດ-103875801434608
#SubCribe us at: https://www.youtube.com/channel/UCvv_AnV6UyRl8-yYbptrifg
Official Website :www.maf.gov.la
#ໂທລະພາບແຫ່ງຊາດລາວຊ່ອງ1 ແລະ ຊ່ອງ 3
📺ອອກອາກາດທາງໂທລະພາບແຫ່ງຊາດ ຊ່ອງ 1:
– ວັນພະຫັດ ພາກຄໍ່າ ເວລາ 17:45-18:15 ໂມງ;
– ວັນສຸກ ພາກເຊົ້າ ເວລາ 10:25-10:55 ໂມງ;
– ວັນອາທິດ ພາກເຊົ້າ ເວລາ 09:15-09:45 ໂມງ.
📺ອອກອາກາດທາງໂທລະພາບແຫ່ງຊາດ ຊ່ອງ 1:
– ວັນອາທິດ ພາກເຊົ້າ ເວລາ 06:30-07:00 ໂມງ,ພາກແລງ ເວລາ 13:10-13:40 ໂມງ ແລະ
ພາກເດິກ ເວລາ 21:25-21:55 ໂມງ.