ກອງປະຊຸມປະເມີນໂຄງການກະສິກຳສາກົນ ລາວ – ສ.ເກົາຫລີປະຈໍາປີ2020 ກ່ຽວກັບການສ້າງລາຍຮັບ ແລະ ການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນໃນເຂດຊົນນະບົດ.
ກອງປະຊຸມປະເມີນຜົນປະຈຳປີກ່ຽວກັບ 4 ໂຄງການຮ່ວມມື ດ້ານກະສິກໍາທີ່ໄດ້ຈັດຕັ້ງປະຕິບັດໂດຍ ສູນໂຄເປຍ(KOPIA) ປະຈໍາລາວ ແລະ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດຂື້ນໃນວັນທີ 25 ພະຈິກ ປີ 2020 ທີ່ຜ່ານມາ, ທີ່ສະໂມສອນໃຫຍ່ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ໂດຍການເປັນປະທ່ານຮ່ວມຂອງທ່ານ ປອ.ໃຈ ບຸນພານຸໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ຊິນ ຈາງໂຫ ຜູ້ອໍານວຍການສູນໂຄເປຍ. ເຊິ່ງມີນັກຄົ້ນຄວ້າໂຄງການ, ນັກຄົ້ນຄວ້າຂອງນາຟຣີ, ພະນັກງານໃນສູນໂຄເປຍ ແລະ ຄະນະກໍາມະການຊີ້ນໍາ ແລະ ກວດກາໂຄງການ, ເຂົ້າຮ່ວມທັງໝົດ 30 ທ່ານ.
ຈາກມຸມມອງດ້ານປະສິດທິຜົນ, ປະສິດທິຜົນ, ຜົນກະທົບ, ແລະ ຄວາມຍືນຍົງ. ກອງປະຊຸມຄັ້ງນີ້ມີສະມາຊິກຄະນະຊີ້ນຳໂຄງການ 10 ທ່ານ ເຊິ່ງໄດ້ຕີລາຄາຜົນສຳເລັດ 4 ໂຄງການຮ່ວມມືສໍາລັບໜຶ່ງປີທີ່ຜ່ານມາ ພ້ອມທັງກິດຈະກຳທີ່ວາງແຜນໄວ້ໃນອະນາຄົດ ເຊິ່ງສຸມໃສ່ການສ້າງລາຍຮັບ ແລະ ການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນໃນຂົງເຂດຊົນນະບົດດັ່ງຕໍ່ໄປນີ້: 1) ຍົກສະມັດຖະພາບຜົນຜະລິດ ແລະ ສ້າງຄວາມເຂັ້ມແຂງດ້ານປັບປຸງພັນພືດຕະກຸນຖົ່ວ ເພື່ອການຄໍ້າປະກັນສະບ່ຽງອາຫານ ແລະ ໂພຊະນາການໃນ ສປປ ລາວ; 2) ໂຄງການລ້ຽງໄກ່ພື້ນເມືອງເພື່ອເປັນສິນຄ້າໂດຍການປັບປຸງ ແລະ ພັດທະນາທາງດ້ານກຳມະພັນ; 3)ພັດທະນາເຕັກນິກເພື່ອເພີ່ມສະມັດຖະພາບຜົນຜະລິດ ແລະ ຄຸນນະພາບຂອງໝາກກ້ຽງນໍ້າບາກ ຢູ່ແຂວງ ຫລວງພະບາງ ແລະ 4) ການເພີ່ມລາຍຮັບໃຫ້ຊາວກະສິກອນຂະໜາດນ້ອຍ ໂດຍການນໍາໃຊ້ແນວພັນ ແລະ ການນໍາໃຊ້ເຕັກນິກວິທີການ-ການປູກທີ່ເໝາະສົມໃນການປູກພືດຜັກລະດູຝົນໃນ ສປປ ລາວ.
ທ່ານ ຊິນ ຈາງໂຫ ຜູ້ອໍານວຍການ ສູນໂຄເປຍ ປະຈໍາລາວ, ໄດ້ກ່າວວ່າ “ການແຈກຢາຍແນວພັນພືດ ພັນທີ່ມີຄຸນນະພາບສູງ ແລະ ການຖ່າຍທອດເຕັກນິກໃຫ້ຊາວກະສິກອນແມ່ນຈຸດປະສົງຕົ້ນຕໍຂອງໂຄງການ ແລະ ສິ່ງນີ້ບໍ່ພຽງແຕ່ຈະນໍາໄປສູ່ການເພີ່ມຜົນຜະລິດ ແລະ ການເພີ່ມຂື້ນດ້ານລາຍຮັບຂອງຊາວກະສິກອນ ແຕ່ຍັງເປັນການປະກອບສ່ວນເຂົ້າໃນການພັດທະນາກະສິກໍາຂອງລາວ”
ທ່ານ ປອ. ໃຈ ບຸນພານຸໄຊ, ຫົວໜ້າ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ໄດ້ກ່າວວ່າ “ເຖິງວ່າຈະມີການລະບາດຂອງ Covid-19, ທັງສີ່ໂຄງການແມ່ນໄດ້ປະສົບຜົນສໍາເລັດໃນການຈັດຕັ້ງປະຕິບັດຕາມຈຸດປະສົງຂອງໂຄງການ ແລະ ກິດຈະກຳທີ່ວາງແຜນໄວ້”. ນອກຈາກນີ້, ທ່ານ ປອ.ໃຈ ຍັງໄດ້ກ່າວແນະນໍາ ສອງ ໂຄງການຮ່ວມມືໃໝ່ ເຊິ່ງໄດ້ແກ່: 1) ການພັດທະນາ ຜະລິດຕະພັນ ແປຮູບ ຖົ່ວເຫຼືອງ ແລະ 2) ການເຜີຍແຜ່ແນວພັນເຂົ້າໃໝ່ທີ່ມີຄວາມທົນທານຕໍ່ຫຼາຍສະພາບອາກາດ ເຊິ່ງຈະເລີ່ມຈັດຕັ້ງປະຕິບັດໃນປີ 2021.
ຂຽນໂດຍ KOPIA Center