• JoomlaWorks Simple Image Rotator
  • JoomlaWorks Simple Image Rotator
  • JoomlaWorks Simple Image Rotator
  • JoomlaWorks Simple Image Rotator

ລະບົບບໍລິການ

ຈຳນວນຄົນເຊົ້າຍ່ຽມຊົມ

mod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_counter
mod_vvisit_counterToday179
mod_vvisit_counterYesterday499
mod_vvisit_counterThis week1582
mod_vvisit_counterThis month3703
mod_vvisit_counterAll69577

ຄົນທີ່ກຳລັງເຂົ້າສູ່ລະບົບ

We have 220 guests online

LAo ForeCast

Vienatiane ( ນະຄອນຫລວງ )

Luangprabang (ຫລວງພຣະບາງ)

Savannakhet (ສະຫວັນນະເຂດ)

Champasak (ຈຳປາສັກ)

ຫຼາຍພາກສ່ວນສືບຕໍ່ການຊ່ວຍເຫຼືອ ຜູ້ປະສົບໄພນ້ຳຖ້ວມ
 ນັບຕັ້ງແຕ່ເດືອນກໍລະກົດ 2008 ເປັນຕົ້ນມາໄດ້ເກີດມີຝົນຕົກໜັກ
ຕິດຕໍ່ກັນຫຼາຍວັນຢູ່ທາງພາກເໜືອແລະພາກກາງຂອງ     ສປປ
ລາວ  ເຊິ່ງເຮັດໃຫ້ເກີດມີນ້ຳຖ້ວມກະທັນຫັນດິນເຈື່ອນ  ແລະ  ນ້ຳ
ໄຫຼແຮງໂດຍສະເພາະລະດັບນ້ຳຢູ່ໃນແມ່ນ້ຳຂອງ   ແລະ   ສາຂາ
ແມ່ນໄດ້ເພີ່ມຂຶ້ນກາຍເຂດອັນຕະລາຍເປັນສາເຫດ   ໃຫ້ເກີດນ້ຳ
ຖ້ວມຫຼາຍແຫ່ງຢູ່ຕາມເຂດທົ່ງພຽງ   ແລະ   ລຽບຕາມແຄມແມ່
ນ້ຳຂອງ ຈາກເຫດການດັ່ງກ່າວ ສ້າງຜົນເສຍຫາຍໃຫ້ປະຊາຊົນ
13  ແຂວງ ຈຳນວນ 155.383 ຄົນ 39.75 ຄອບຄົວ  685  ບ້ານ
48   ເມືອງ    ແລະ   ມີເນື້ອທີ່ການຜະລິດຖືກກະທົບຈຳນວນ 
46.980 ເຮັກຕາເສຍຫາຍ 23.142 ເຮັກຕາ.     
         ຍ້ອນຄວາມເປັນຫ່ວງເປັນໄຍຂອງລັດຖະບານກໍຄືບັນດາອົງການຈັດຕັ້ງສາກົນຕ່າງໆທັງພາຍໃນ ແລະ ຕ່າງປະເທດ ກໍ
ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອທາງດ້ານວັດຖຸດັ່ງນັ້ນອົງການໄຈກາ (JICA) ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ບັນດາຜູ້ປະ
ສົບເຄາະຮ້າຍຄັ້ງນີ້ ໂດຍໄດ້ມອບຜ້າຫົ່ມກະຕຸກນ້ຳ ເຄື່ອງກັ່ນຕອງນ້ຳ ຖົງນອນ ແລະຜ້າເຕັ້ນ ເຊິ່ງຕົກເປັນມູນຄ່າ 12.493.300
ເຢັນ (ສະກຸນເງິນຍີ່ປຸ່ນ) ເຊິ່ງເຄື່ອງດັ່ງກ່າວນີ້ ຈຳນວນໜຶ່ງແມ່ນຈະໄດ້ມອບໃຫ້ແຂວງວຽງຈັນບໍລິຄຳໄຊ ແລະນະຄອນຫຼວງວຽງ
ຈັນ.
         ພິທີມອບ-ຮັບເຄື່ອງດັ່ງກ່າວ   ແມ່ນໄດ້ຈັດຂຶ້ນທີ່ສະໜາມບິນສາກົນວັດໄຕ ໃນວັນທີ  29  ສິງຫາ 2008 ທີ່ຜ່ານມາ ໂດຍ
ແມ່ນທ່ານຮິລາວກິ ທາກາຊິມາ ຫົວໜ້າອົງການໄຈກາ ປະຈຳ ສປປ ລາວເປັນຜູ້ມອບ ແລະທ່ານ ລາວລີ ໄຟເພັງຢົວ ລັດຖະມົນ
ຕີຊ່ວຍວ່າການກະຊວງແຮງງານສະຫວັດດີການ-ສັງຄົມ ໂດຍມີພະນັກງານທັງສອງຝ່າຍ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
          ຂ່າວແຈ້ງຕື່ມວ່າ: ເພື່ອເປັນການຊ່ວຍເຫຼືອ ແລະ ສ້າງຂວັນກຳລັງໃຈແກ່ພໍ່ແມ່ປະຊາຊົນ ຜູ້ທີ່ປະສົບໄພນ້ຳຖ້ວມໃຫ້ທ່ວງ
ທັນແລະ ແທດເໝາະກັບສະພາບຕົວຈິງ ດັ່ງນັ້ນ  ເມື່ອບໍ່ດົນມານີ້  ຢູ່ທີ່ສຳນັກງານປົກຄອງເມືອງຫາດຊາຍຟອງ  ນະຄອນຫຼວງ
ວຽງຈັນ ໄດ້ມີການມອບ - ຮັບເຄື່ອງຊ່ວຍເຫຼືອຈາກໂຮງສີເຂົ້າ ອາດີສອນ ບ້ານໜອງແຫ້ວ ເມືອງຫາດຊາຍຟອງ ເຊິ່ງເຄື່ອງທີ່ນຳ
ມາມອບຄັ້ງນີ້ ປະກອບມີມີ່ສຳເລັດຮູບ ປາກະປ໋ອງ ນ້ຳດື່ມ ເຂົ້າໜຽວ ແລະ ອື່ນໆ ມູນຄ່າທັງໝົດ  12.038.500  ກີບ ກ່າວຮັບ
ໂດຍທ່ານ ບຸນທົງ ພິມມະເສນ ເຈົ້າເມືອງຫາດຊາຍຟອງ ເຊິ່ງມີພະນັກງານກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
          ໂອກາດດຽວກັນນີ້ ທ່ານ ຂັນທະລີ ພານິວົງຮອງເຈົ້າເມືອງຫາດຊາຍຟອງກໍໄດ້ຮັບເອົາການຊ່ວຍເຫຼືອຈາກໂຮງງານວຽງ
ຈັນອຸດສາຫະກຳເຫຼັກ  ບ້ານຊຽງຄວນ ເປັນເຊັກເງິນສົດຈຳນວນ  5.000.000  ກີບ ເພື່ອນຳເຂົ້າຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ
ຄັ້ງນີ້ເຊັ່ນດຽວກັນ.
         ຂ່າວແຈ້ງຕື່ມ: ເມື່ອບໍ່ດົນມານີ້ ອົງການແພຼນ ປະຈຳ ສປປ ລາວໄດ້ນຳເຄື່ອງມາມອບໃຫ້ອົງການກາແດງລາວເພື່ອນຳໄປ
ຊ່ວຍເຫຼືອປະຊາຊົນຜູ້ທີ່ຖືກເຄາະຮ້າຍ ຢູ່ໃນ 4 ບ້ານຂອງເມືອງຫາດຊາຍຟອງຄື ບ້ານນາລ້ອງ ຖິ່ນແທ່ນປາກເປັ່ງ ແລະບ້ານທ່າ
ພະທີ່ມີປະຊາຊົນໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຈຳນວນ 784 ຄອບຄົວ.
         ຕາງໜ້າອົງການແພຼນ ປະຈຳລາວ ມອບເຄື່ອງຄັ້ງນີ້ແມ່ນທ່ານ ເອັມເຄ ອາລີ ເຊິ່ງຜູ້ຮັບແມ່ນທ່ານ ສນິວູຣັຊສຣະມະນີ ປະ
ທານອົງການກາແດງລາວ ໂດຍມີພະນັກງານທັງສອງຝ່າຍ ເຂົ້າຮ່ວມຢ່າງພ້ອມພຽງ.
          ເຄື່ອງທີ່ນຳມາມອບຄັ້ງນີ້ ປະກອບມີເຄື່ອງໃຊ້ ເຊັ່ນ: ແຟບ ສະບູ ນອກນັ້ນຍັງມີຢາພ້ອມດ້ວຍນ້ຳດື່ມເຊິ່ງລວມມູນຄ່າທັງ
ໝົດ 45 ລ້ານກີບ.
  
                ຂໍ້ມູນຈາກ ໜັງສືພິມລາຍວັນ ວຽງຈັນໃໝ່ ສະບັບທີ 11608 ວັນທີ 02 ກັນຍາ 2008 
 
© 2010 Ministry Of Agriculture and Forestry
Joomla! is Free Software released under the GNU General Public License.