ການຮ່ວມມື ໃນຂະແຫນງກະສິກຳ ແລະ ປ່າໄມ້ 1.ສະພາບລວມ ການຮ່ວມມື ແລະ ຊ່ວຍເຫຼືອ ຈາກສາກົນ ໄດ້ມີບົດບາດໃນການເຂົ້າຮ່ວມ ຈັດຕັ້ງຜັນຊະຫຍາຍ ທຸກແຜນງານບູລິມະສິດ ຂອງລັດຖະບານ ກໍຄືຂອງ ກະຊວງ ກະສິກຳ ແລະ ປ່າໄມ້, ເປັນຕົ້ນ ແມ່ນ ແຜນງານ ການຜະລິດສະບຽງອາຫານ, ແຜນງານ ການຜະລິດເປັນສີນຄ້າ, ແຜນງານ ການຍຸດຕິ ການຖ່າງປ່າເຮັດ ໄຮ່ ແລະ ຈັດສັນອາຊີບຄົງທີ່, ແຜນງານກໍ່ສ້າງໂຄງລາງຊົນລະປະ ທານ, ແຜນຄົ້ນຄວ້າທົດລອງ, ແຜນງານພັດທະນາຊັບພະຍາກອນມະນຸດ ແລະ ແຜນ ງານພັດທະ ນາຊົນນະບົດ ແຕ່ລະດັບສູນກາງ ລົງຮອດທ້ອງຖີ່ນ. ປະຈຸບັນ ຈຳນວນ ໂຄງການຮ່ວມມື ທີ່ກຳ ລັງຈັດຕັ້ງປະຕິບັດ ມີທັງຫມົດ 87 ໂຄງການ (ຂໍ້ມູນປັບປຸງ ສຸດທ້າຍ ຄັ້ງວັນທີ 20 ເມສາ 2006) ນອກຈາກນັ້ນ ຍັງມີໂຄງການຊ່ວຍເຫລືອລ້າ ແລະ ກູ້ຢືມຈຳນວນທັງຫມົດ 87 ໂຄງການ ໃນນັ້ນມີໂຄງ ການຊ່ວຍເຫລືອລ້າ ມີ 74 ໂຄງການ, ໂຄງການກູ້ຢືມມີ 13 ໂຄງການ ຈຳນວນແຜນການຕາມແຜນງານບຸລິມະສິດ ຂອງໂຄງການ ບັນດາແຫລ່ງທືນດັ່ງກ່າວ ຖ້າຕາມແປນງານ, ມີໂຄງປະກອບການຈັດຕັ້ງທືນດັ່ງນີ້: | ລ/ດ | ແຜນງານ | ຈຳນວນ ໂຄງການ | ກວມ% | | 1 | ແຜນງານຜະລິດສະບຽງອາຫານ | 8 | 6.5 | | 2 | ແຜນງານຜະລິດເປັນສິນຄ້າ | 15 | 17 | | 3 | ແຜນງານຢຸດຕິການຖາງປ່າເຮັດໄຮ່ | 2 | 2 | | 4 | ແຜນງານຄົ້ນຄ້ວາທົດລອງ ກປ | 13 | 7 | | 5 | ແຜນງານການກໍ່ສ້າງໂຄງລ່າງ ຊົນລະປະທານ | 7 | 35 | | 6 | ແຜນງານພັດທະນາຊັບພະຍາກອນມະນຸດ | 3 | 0.5 | | 7 | ແຜນງານພັດທະນາຊົນນະບົດ | 41 | 42 | | ລວມທັງຫມົດ |
|
| ເປີເຊັນຂອງມູນຄ່າທັງຫມົດທີ່ໃຊ້ໃນແຜນງານກະຊວງຂອງກະຊວງ 2 ການຮ່ວມມື 2 ຝ່າຍ ການຮ່ວມມືສອງຝ່າຍ ມີ 21 ໂຄງການ ມູນຄ່າ 96 ລ້ານໂດລາ ສະຫະລັດ ຊຶ່ງແມ່ນມູນຄ່າ ໂຄງການທີ່ກຳລັງຈັດຕັ້ງປະຕິບັດ ໃນປະຈຸບັນ. ໂຄງການສ່ວນໃຫບ່ທີ່ກຳ ລັງຈັດຕັ້ງປະຕິບັດ ຢູ່ທ້ອງຖິ່ນແມ່ນກອງສົ່ງເສີມ ກະສິກຳ ແລະ ປ່າໄມ້ ( NAFES ) ແລະ ສະຖາບັນຄົ້ນຄ້ວາກະ ສິກຳ ແລະ ປ່າໄມ້( NAFRI ) ເປັນໃຈກາງໃນການປະສານ ໂຄງການເຫລົ່ານີ້, ນອກນັ້ນ ບັງມີໂຄງການຈຳນວນຫນື່ງ ທີ່ກົມແຜນການ,ກົມປູງຝັງ, ກົມລ້ຽງສັດ ແລະ ການປະມົງ, ກົມປ່າໄມ້, ກົມອຸຕຸນິຍົມ ແລະ ອຸທົກກະສາດ ແລະ ກົມຈັດຕັ້ງ ແລະ ພະນັກງານ ເປັນເຈົາການໃນການປະສານ ງານໂຄງການ. ໃນນັ້ນ ພາກສ່ວນທີ່ປະຕິບັດຕົວຈີງແມ່ນທ້ອງຖິ່ນ(ຂັ້ນເມືອງ) ໂດຍມີພະນັກງານວິຊາການຈາກ ແຂວງ, ເມືອງ ແລະ ບ້ານ ຈຸດສຸມ ເຂົ້າຮ່ວມການຮ່ວມມືຕົ້ນຕໍ ແມ່ນກັບປະເທດຫວຽດນາມ, ຝຣັ່ງ, ຍີ່ປຸ່ນ, ຊູແອັດ, ອົດສຕາລີ, ແລະ ສະຫວິດເຊີແລນ ຕາມລຳດັບ. 3 ການຮ່ວມມືຫລາຍຝ່າຍ ການຮ່ວມມືຫລາຍຝ່າຍ ລະຫວ່າງ ສປປ ລາວ ແລະ FAO and ASEAN+3 ມີ 23 ໂຄງການ. ໃນນັ້ນ FAO ໄດ້ໃຫ້ການຊ່ວຍເຫລືອຫລາຍ ກວ່າເຄິ່ງຫນື່ງ ຂອງການຮ່ວມື ຫລາຍຝ່າຍທັງຫມົດ. ໂຄງການຮ່ວມມືກັບ FAO ແມ່ນຊ່ວຍເຫລືອທາງດ້ານເຕັກນິກວິຊາ ການ, ການກໍ່ສ້າງບຸກ ຄະລະກອນ ໃນຫົວຂໍ້ທີ່ມີລັກສະນະ ພົ້ຍເດັ່ນເຊັ່ນ: ໄຂ້ຫວັດສັດປີກ, ການສະຫນອງອຸປະກອນຫ້ອງວິໃຈ ດ້ານສຸຂະອະນາໄມ, ດ້ານພັນຕຸກຳ ແລະ ສິ່ງແວດລ້ອມ, ການຕະຫລາດເຄື່ອງປ່າຂອງດົງ, ກາເຟ ແລະອື່ນໆ. ອົງການ UNDP ໄດ້ໃຫ້ການສະຫນັບສະຫນູນຂະແຫນງ ກະສິກຳ ແລະ ປ່າ ໄມ້ ໃນາການພັດທະນາ ຊັບ ພະຍາກອນມະນຸດ ແລະ ຊ່ວຍວາງແຜນຍຸດທະສາດ ແລະ ແຜນດຳເນີນງານ ເພື່ອຄຸ້ມ ຄອງຊີວະນາໆພັນ ໂດຍ ສະເພາະແມ່ນຊີວະນາໆພັນ ດິນບໍລິເວນນ້ຳ ຊິ່ງເປັນໂຄງການ ທີ່ກຳລັງລິເລີ້ມ ປະຕິບັດໃຫມ່ ASEAN+3 ຄື: ປະເທດສະມາຊິກ ອາຊຽນຮ່ວມກັບ ສປ ຈີນ, ຍີ່ປຸ່ນ ແລະ ເກົາຫລີ ໄດ້ເລິ້ມໃຫ້ການສະຫນັບສະຫນູນ ປະເທດສະມາຊິກ ອາຊຽນ ໂດຍສະເພາະປະເທດທີ່ເປັນສາມາຊິກ ໃຫມ່ຂອງອາຊຽນ ໃນການກໍ່ສ້າງບຸກຄະລະກອນ ແລະ ຄົ້ນຄ້ວາທົດລອງ. 4 ການຮ່ວມມືກັບສະຖາບັນສາກົນ ການຮ່ວມມືກັບສະຖາບັນການເງິນປະກອບມີ ADB, WORLD BANK,IFAD.ໃນປີ 2006 ມາຮອດປະຈຸບັນນີ້ ADB ໄດ້ໃຫ້ການສະຫນັບ ສະຫມຸນ 10 ໂຄງການ ເຊີ່ງປະກອບມີ: ໂຄງການກໍ່ສ້າງ ແລະ ສ້ອມແປງຊົນລະປານຊຸມຊົນ; ໂຄງການປູກໄມ້, ໂຄງການສົ່ງເສີມການຜລິດ ກະສິກຳ ເປັນສິນຄ້າ ແລະ ໂຄງການສົ່ງເສີມການລ້ຽງສັດ. ນອກນັ້ນ, ຍັງມີໂຄງການ ທະນາຄານໂລກ (WB) ແລະ ກອງທືນ ເພື່ອການພັດ ທະນາ ກະສິກຳສາກົນ ( IFAD ) ເຊິ່ງເປັນໂຄງການທີ່ມີລັກສະນະ ພັດທະນາ ຊົນນະບົດ ແບບຮອບດ້ານ ແລະ ການຄຸ້ມຄອງປ່າໄມ້ແບບ ຍາວນານ. ສ່ວນໃຫຍ່ຂອງ ໂຄງການເງິນກູ້ ແມ່ນຈະຢູ້ໃນຄວາມຮັບຜິດຊອຍຂອງຂົງເຂດວຽກງານການສົ່ງເສີມ. ບັນດາໂຄງການ ADB, WORLD BANKແລະ IFAD ມີຈຸປະສົງທີ່ຕັ້ງ ຢູ່ໃນຂອບ ເຂດທົ່ວປະເທດ, ນອກຈາກບາງແຂວງພາກເຫນືອ. 5 ການຮ່ວມມືກັບ NGOs ປະຈຸບັນອົງການຈັດຕັ້ງ ທີ່ບໍ່ຂື້ນກັບລັດຖະບານ (NGOs) ທີ່່ມີໂຄງການຣ່ວມມືກັລຂະ ແຫນງກະສິກຳ ແລະ ປ່າໄມ້ ແລະ ພັດທະນາຊົນນະບົດ ລວທັງຫມົດມີ 29 ໂຄງການ ໂຄງການ NGOs ເປັນໂຄງການຊ່ວຍເຫລືອລ້າ ທີ່ຖືກຈັດຕັ້ງປະຕິບັດຢູ່ບັນດາແຂວງດ ເມືອງ ແລະ ທ້ອງຖິ່ນ ໃນທົ່ວປະເທດ ຊື່ງມີຈຸດປະສົງແລະ ເປົ້າຫມາຍ ເພື່ອປັບປຸງຊີວິດ ການເປັນຢູ່ຂອງປະຊາຊົນ ແລະ ຫລຸດຜ່ອນຄວາມທຸກຍາກ ເທື່ອລະກ້າວ ດ້ວຍການສະຫນອງເຕັກນິກ ແລະ ອຸປະກອນ ດ້ານກະກຳ ແລະ ປ່າໄມ້, ທືນພັດທະນາ, ກໍ່ສ້າງບຸກຄະລະກອນ, ຊ່ວຍເຫລືອຊ່ຽວຊານ, ການກໍ່ ສ້າງພື້ນຖານໂຄງລ່າງຈຳນວນຫນຶ່ງ ແລະ ສົ່ງເສີມ ການອະນຸລັກຊັບພະຍາກອນທຳມະຊາດ ອົງການ NGOs ສ່ວນໃຫຍ່ຈະຈັດຕັ້ງປະຕິບັດ ຮ່ວມກັນ ໃນແຕ່ລະທ້ອງຖິ່ນ.
|