• JoomlaWorks Simple Image Rotator
  • JoomlaWorks Simple Image Rotator
  • JoomlaWorks Simple Image Rotator
  • JoomlaWorks Simple Image Rotator

ລະບົບບໍລິການ

ຈຳນວນຄົນເຊົ້າຍ່ຽມຊົມ

mod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_counter
mod_vvisit_counterToday382
mod_vvisit_counterYesterday446
mod_vvisit_counterThis week2231
mod_vvisit_counterThis month4352
mod_vvisit_counterAll70226

LAo ForeCast

Vienatiane ( ນະຄອນຫລວງ )

Luangprabang (ຫລວງພຣະບາງ)

Savannakhet (ສະຫວັນນະເຂດ)

Champasak (ຈຳປາສັກ)

ເມືອງໄຊເສດຖາແຂວງອັດຕະປືເກັບກ່ຽວເຂົ້ານາແຊງ ສຳເລັດແລ້ວ 62% PDF Print E-mail

ເພື່ອຫຼີກລຽງການຕົກເຮ່ຍເສຍຫາຍຜົນຜະລິດເຂົ້ານາແຊງ ແລະ ທັງເປັນການກະຫ້າງຫາກະກຽມຕໍ່ການຜະລິດນາປີໃຫ້ທ່ວງ
ທັນກັບລະດູການເລີ່ມແຕ່ຕົ້ນເດືອນເມສາ 2010 ເປັນຕົ້ນມາ ຊາວກະສິກອນເມືອງໄຊເສດຖາໄດ້ຂຸ້ນຂ້ຽວເກັບກ່ຽວເຂົ້ານາແຊງ
ຂອງຕົນຢ່າງເຄັ່ງຮ້ອນມາຮອດປະຈຸບັນເກັບກ່ຽວສຳເລັດໄປແລ້ວ 62% ຂອງເນື້ອທີ່ນາທັງໝົດ 373 ເຮັກຕາ ສະມັດຕະພາບ

ຜົນຜະລິດໄດ້ສະເລ່ຍສາມໂຕນເຄີ່ງຕໍ່ເຮັກຕາ.ໃນນັ້ນເດັ່ນກວ່າໝູ່ແມ່ນຂະບວນການເກັບກ່ຽວຂອງຊາວກະສິກອນໂຄງການຊົນ
ລະປະທານສະເຄາະ ສຳເລັດໄປແລ້ວ 90%ຂອງເນື້ອທີ່ນາ 83 ເຮັກຕາເຄີ່ງ ສະມັດຖະພາບຜົນຜະລິດໄດ້ 3 ໂຕນເຄີ່ງຕໍ່ເຮັກ
ຕາຖັດມາແມ່ນຂະບວນການເກັບກ່ຽວຂອງຊາວກະສິກອນໂຄງການຊົນລະປະທານບ້ານຫາດສະຕີສຳເລັດໄປແລ້ວ 70% ຂອງ
ເນື້ອທີ່ນາ 38 ເຮັກຕາ ສະມັດຖະພາບຜົນຜະລິດ 2 ໂຕນກວ່າຕໍ່ເຮັກຕາ ສ່ວນຂະບວນການເກັບກ່ຽວຂອງຊາວກະສິກອນໂຄງ
ການຊົນລະປະທານບ້ານວັດທາດສຳເລັດໄປແລ້ວ 50% ຂອງເນື້ອທີ່ນາ 136 ເຮັກຕາສະມັດຖະພາບຜົນຜະລິດ ໄດ້ 4 ໂຕນ
ກວ່າຕໍ່ເຮັກຕາ. ນອກນັ້ນຊາວກະສິກອນໃນເຂດໂຄງການຊົນລະປະທານບ້ານໄຊສີກໍເກັບກ່ຽວສຳເລັດໄປແລ້ວ 50% ຂອງເນື້ອ
ທີ່ນາ 45 ເຮັກຕາເຄີ່ງສະມັດຖະພາບຜົນຜະລິດໄດ້ 3 ໂຕນເຄີ່ງຕໍ່ເຮັກຕາ ແລະ ການເກັບກ່ຽວຂອງຊາວກະສິກອນໂຄງການສີ
ເຊົາສຳເລັດໄປແລ້ວ 50% ຂອງເນື້ອທີ່ນາ 70 ເຮັກຕາສະມັດຖະພາບຜົນຜະລິດໄດ້ເກືອບ 4 ໂຕນຕໍ່ເຮັກຕາ.ການເກັບກ່ຽວ
ມ້ຽນມັດເຂົ້ານາແຊງຂອງຊາວກະສິກອນເມືອງໄຊເສດຖາຄາດວ່າຈະໃຫ້ສຳເລັດ 100% ໃນຕົ້ນເດືອນພຶດສະພາທີ່ຈະມາເຖິງນີ້.

ຂໍ້ມູນຈາກໜັງສືພິມ ລາຍວັນ ປະຊາຊົນ ສະບັບທີ 10.903 ລົງວັນທີ 04 ພຶດສະພາ 2010

 

 
© 2010 Ministry Of Agriculture and Forestry
Joomla! is Free Software released under the GNU General Public License.