ເມນູຫຼັກ
| ຫນ້າທຳອິດ |
| ກ່ຽວກັບກະຊວງ |
| ການຮ່ວມມື |
| ຂ່າວທັງຫມົດ |
| ເວັບລິ້ງທີ່ກ່ຽວຂ້ອງ |
| ຄັງຮູບພາບ |
| ຄົ້ນຫາຂໍ້ມູນ |
| ຕິດຕໍ່ຫາທຸກພາກສ່ວນ |
ປ້ອງກັນພືດ
![]() ດາວໂຫຼດເອກະສານຕ່າງ ຂອງວຽກງານ ປ້ອງກັນພືດ |
ຈຳນວນຄົນເຊົ້າຍ່ຽມຊົມ






![]() | Today | 202 |
![]() | Yesterday | 499 |
![]() | This week | 1605 |
![]() | This month | 3726 |
![]() | All | 69600 |
LAo ForeCast
Vienatiane ( ນະຄອນຫລວງ )![]() Luangprabang (ຫລວງພຣະບາງ) ![]() Savannakhet (ສະຫວັນນະເຂດ) ![]() Champasak (ຈຳປາສັກ) ![]() |
|
|
|
| ຄຳມ່ວນ-ບໍລິຄຳໄຊ-ນະຄອນພະນົມສົ່ງເສີມການຜະລິດ ສິນຄ້າກະສິກຳແບບມີສັນຍາ |
|
|
|
|
ຕົວແທນກຸ່ມຜະລິດກະສິກຳແຂວງຄຳມ່ວນ ແຂວງບໍລິຄຳໄຊ ແລະ ຕົວແທນຫ້າງຮຸ້ນສ່ວນຈຳກັດນະຄອນພະນົມ ຣາຊະອານາ ຈັກໄທ ໄດ້ຮ່ວມລົງນາມໃນບົດບັນທຶກ ຂໍ້ຕົກລົງການຮ່ວມມືວ່າດ້ວຍການສົ່ງເສີມການຜະລິດສາລີອາຫານສັດແບບມີສັນຍາ ພາຍໃຕ້ໂຄງການສົ່ງເສີມຄວາມຮ່ວມມືທາງດ້ານກະສິກຳກັບປະເທດເພື່ອນບ້ານຕາມຂອບເຂດ ACMECS ໃນວັນທີ 27 ເມ ສາຜ່ານມານີ້ ຢູ່ທີ່ຫ້ອງປະຊຸມຂອງພະແນກກະສິກຳ-ປ່າໄມ້ແຂວງຄຳມ່ວນ ໂດຍມີທ່ານ ສົມໃຈ ເພັດສີນວນ ຮອງເຈົ້າແຂວງ ໆຄຳມ່ວນ ທ່ານ ປະຈັກຈິດ ອະພິວາດ ຮອງຜູ້ວ່າຣາຊະການຈັງຫວັດນະຄອນພະນົມ ທ່ານຄຳສິງ ສຸວັນຄຳ ຫົວໜ້າຫ້ອງ ການສັງລວມຫ້ອງວ່າການປົກຄອງແຂວງບໍລິຄຳໄຊ ມີພະນັກງານວິຊາການທັງພາກລັດ ແລະ ເອກະຊົນຜູ້ທີ່ມີສ່ວນກ່ຽວຂ້ອງ ທັງສອງຝ່າຍເຂົ້າຮ່ວມ.ການສົ່ງເສີມກະສິກຳສິນຄ້າກະສິກຳແບບມີສັນຍາທັງສາມແຂວງຄັ້ງນີ້ຈັງຫວັດນະຄອນພະນົມໂດຍ ສຳນັກງານກະສິກຳ ແລະ ສະຫະກອນໄດ້ກຳນົດການເຮັດໜານທົດລອງການຜະລິດສາລີ ອາຫານສັດຈຳນວນ 100 ໄລ່ຫຼື 16 ເຮັກຕາ ແລະ ສະໜັບສະໜູນການໃຫ້ຄວາມຮູ້ດ້ານວິຊາການໃນການຜະລິດສາລີອາຫານສັດທີ່ເໝາະສົມກັບຊາວກະສິ ກອນເຊີ່ງມີຊາວກະສິກອນເມືອງໜອງບົກແຂວງຄຳມ່ວນຈຳນວນ 30 ຄົນຮ່ວມເຮັດການທົດລອງສ່ວນພາກເອກະຊົນໄທຄື: ຫ້າງຮຸ້ນສ່ວນຈຳກັດນະຄອນພະນົມ ຮຸ່ງເຮືອງການຊ່າງເປັນຜູ້ຮັບຊື້ຜົນຜະລິດຂອງການທົດລອງທັງໝົດ ແລະ ທັງສອງຝ່າຍ ມີຂໍ້ຕົກລົງຄວາມຮ່ວມມືທີ່ຕ້ອງດຳເນີນການເພືອໃຫ້ການດຳເນີນງານໄປຢ່າງມີປະສິດທິພາບ ໂດຍຄວາມຊຸ່ມບໍ່ເກີນ 14,5% ແລະ ຈ່າຍເງີນຄ່າຜົນຜະລິດຈຸດຮັບຊື້ຜົນຜະລິດເປັນສະກຸນເງິນກີບມູນຄ່າຕາມອັດຕາແລກປ່ຽນໃນວັນຮັບຊື້ ນອກນີ້ທາງຫ້າງ ຮຸ້ນສ່ວນຈະອຳນວຍຄວາມສະດວກໃນການແກະເມັດສາລີອາຫານສັດເພື່ອຈຳໜ່າຍທັງສອງຝ່າຍຈະອຳນວຍຄວາມສະດວກ ແກ່ເຈົ້າໜ້າທີ່ຂອງຈັງຫວັດນະຄອນພະນົມ ແລະ ແຂວງຄຳມ່ວນໃນການຕິດຕາມກວດກາເພື່ອເຮັດລາຍງານຜົນການດຳເນີນ ໂຄງການຫາກມີບັນຫາໃນການຜະລິດ ແລະ ການຕະຫຼາດຕ້ອງແຈ້ງໃຫ້ນັກວິຊາການສອງແຂວງຊາບຢ່າງດ່ວນເພື່ອໃຫ້ຄຳ ແນະຊ່ວຍເຫຼືອ ແລະປ້ອງກັນຄວາມເສຍຫາຍຂອງຜົນຜະລິດນອກຈາກຈະມີການຊື້ຂາຍຕາມລາຄາທີ່ຕົກລົງກັນຖ້າຫາກມີ ຄ່າໃຊ້ຈ່າຍອື່ນໆທີ່ເກີດຂຶ້ນນອກຈາກການສະໜັບສະໜູນຂອງຈັງຫວັດນະຄອນພະນົມແລ້ວ ແຂວງຄຳມ່ວນຍິນດີຮັບຜິດ ຊອບຄ່າໃຊ້ຈ່າຍທີ່ເພີ່ມຂຶ້ນແຕ່ໃນກໍລະນີເກີດໄພພິບັດທີ່ບໍສາມາດຄວບຄຸມປ້ອງກັນໄດ້ຈົນເຮັດໃຫ້ຜົນຜະລິດເສຍຫາຍຝ່າຍ ສະໜັບສະໜູນຈະບໍ່ຮຽກຮ້ອງຄ່າເສຍຫາຍໃດໆຈາກຜູ້ຮ່ວມດຳເນີນວຽກນຳໂຄງການ.ການສົ່ງເສີມການຜະລິດສາລີອາຫານ ສັດແບບມີສັນຍາຢູ່ແຂວງຄຳມ່ວນແມ່ນໄດ້ຈັດຕັ້ງປະຕິບັດມາໄດ້ 3 ປີແລ້ວ ສ່ວນແຂວງບໍລິຄຳໄຊແມ່ນຈະໄດ້ລົງມືຈັດຕັ້ງປະ ຕິບັດເປັນປີທຳອິດ ໂດຍການປູກໝາກຖົ່ວດິນເພື່ອສົ່ງໂຮງງານຜະລິດເຂົ້າໜົມໂກແກັດຂອງໄທໃນເນື້ອທີ່ການຜະລິດ 40 ໄລ່ ຫຼື 6,4 ເຮັກຕາ ໃນລາຄາກິໂລລະ 20 ບາດ. ຂໍ້ມູນຈາກໜັງສືພິມ ລາຍວັນປະເທດລາວ ສະບັບທີ 2.398 ລົງວັນທີ 04 ພຶດສະພາ 2010
|

















