• JoomlaWorks Simple Image Rotator
  • JoomlaWorks Simple Image Rotator
  • JoomlaWorks Simple Image Rotator
  • JoomlaWorks Simple Image Rotator

ລະບົບບໍລິການ

ຈຳນວນຄົນເຊົ້າຍ່ຽມຊົມ

mod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_counter
mod_vvisit_counterToday385
mod_vvisit_counterYesterday446
mod_vvisit_counterThis week2234
mod_vvisit_counterThis month4355
mod_vvisit_counterAll70230

ຄົນທີ່ກຳລັງເຂົ້າສູ່ລະບົບ

We have 286 guests online

LAo ForeCast

Vienatiane ( ນະຄອນຫລວງ )

Luangprabang (ຫລວງພຣະບາງ)

Savannakhet (ສະຫວັນນະເຂດ)

Champasak (ຈຳປາສັກ)

ຄຳມ່ວນ-ບໍລິຄຳໄຊ-ນະຄອນພະນົມສົ່ງເສີມການຜະລິດ ສິນຄ້າກະສິກຳແບບມີສັນຍາ

ຕົວແທນກຸ່ມຜະລິດກະສິກຳແຂວງຄຳມ່ວນ ແຂວງບໍລິຄຳໄຊ ແລະ ຕົວແທນຫ້າງຮຸ້ນສ່ວນຈຳກັດນະຄອນພະນົມ ຣາຊະອານາ
ຈັກໄທ ໄດ້ຮ່ວມລົງນາມໃນບົດບັນທຶກ ຂໍ້ຕົກລົງການຮ່ວມມືວ່າດ້ວຍການສົ່ງເສີມການຜະລິດສາລີອາຫານສັດແບບມີສັນຍາ
ພາຍໃຕ້ໂຄງການສົ່ງເສີມຄວາມຮ່ວມມືທາງດ້ານກະສິກຳກັບປະເທດເພື່ອນບ້ານຕາມຂອບເຂດ ACMECS ໃນວັນທີ 27 ເມ ສາຜ່ານມານີ້ ຢູ່ທີ່ຫ້ອງປະຊຸມຂອງພະແນກກະສິກຳ-ປ່າໄມ້ແຂວງຄຳມ່ວນ ໂດຍມີທ່ານ ສົມໃຈ ເພັດສີນວນ ຮອງເຈົ້າແຂວງ
ໆຄຳມ່ວນ ທ່ານ ປະຈັກຈິດ ອະພິວາດ ຮອງຜູ້ວ່າຣາຊະການຈັງຫວັດນະຄອນພະນົມ ທ່ານຄຳສິງ ສຸວັນຄຳ ຫົວໜ້າຫ້ອງ
ການສັງລວມຫ້ອງວ່າການປົກຄອງແຂວງບໍລິຄຳໄຊ ມີພະນັກງານວິຊາການທັງພາກລັດ ແລະ ເອກະຊົນຜູ້ທີ່ມີສ່ວນກ່ຽວຂ້ອງ
ທັງສອງຝ່າຍເຂົ້າຮ່ວມ.ການສົ່ງເສີມກະສິກຳສິນຄ້າກະສິກຳແບບມີສັນຍາທັງສາມແຂວງຄັ້ງນີ້ຈັງຫວັດນະຄອນພະນົມໂດຍ
ສຳນັກງານກະສິກຳ ແລະ ສະຫະກອນໄດ້ກຳນົດການເຮັດໜານທົດລອງການຜະລິດສາລີ ອາຫານສັດຈຳນວນ 100 ໄລ່ຫຼື
16 ເຮັກຕາ ແລະ ສະໜັບສະໜູນການໃຫ້ຄວາມຮູ້ດ້ານວິຊາການໃນການຜະລິດສາລີອາຫານສັດທີ່ເໝາະສົມກັບຊາວກະສິ
ກອນເຊີ່ງມີຊາວກະສິກອນເມືອງໜອງບົກແຂວງຄຳມ່ວນຈຳນວນ 30 ຄົນຮ່ວມເຮັດການທົດລອງສ່ວນພາກເອກະຊົນໄທຄື:
ຫ້າງຮຸ້ນສ່ວນຈຳກັດນະຄອນພະນົມ ຮຸ່ງເຮືອງການຊ່າງເປັນຜູ້ຮັບຊື້ຜົນຜະລິດຂອງການທົດລອງທັງໝົດ ແລະ ທັງສອງຝ່າຍ
ມີຂໍ້ຕົກລົງຄວາມຮ່ວມມືທີ່ຕ້ອງດຳເນີນການເພືອໃຫ້ການດຳເນີນງານໄປຢ່າງມີປະສິດທິພາບ ໂດຍຄວາມຊຸ່ມບໍ່ເກີນ 14,5%
ແລະ ຈ່າຍເງີນຄ່າຜົນຜະລິດຈຸດຮັບຊື້ຜົນຜະລິດເປັນສະກຸນເງິນກີບມູນຄ່າຕາມອັດຕາແລກປ່ຽນໃນວັນຮັບຊື້ ນອກນີ້ທາງຫ້າງ
ຮຸ້ນສ່ວນຈະອຳນວຍຄວາມສະດວກໃນການແກະເມັດສາລີອາຫານສັດເພື່ອຈຳໜ່າຍທັງສອງຝ່າຍຈະອຳນວຍຄວາມສະດວກ
ແກ່ເຈົ້າໜ້າທີ່ຂອງຈັງຫວັດນະຄອນພະນົມ ແລະ ແຂວງຄຳມ່ວນໃນການຕິດຕາມກວດກາເພື່ອເຮັດລາຍງານຜົນການດຳເນີນ
ໂຄງການຫາກມີບັນຫາໃນການຜະລິດ ແລະ ການຕະຫຼາດຕ້ອງແຈ້ງໃຫ້ນັກວິຊາການສອງແຂວງຊາບຢ່າງດ່ວນເພື່ອໃຫ້ຄຳ
ແນະຊ່ວຍເຫຼືອ ແລະປ້ອງກັນຄວາມເສຍຫາຍຂອງຜົນຜະລິດນອກຈາກຈະມີການຊື້ຂາຍຕາມລາຄາທີ່ຕົກລົງກັນຖ້າຫາກມີ
ຄ່າໃຊ້ຈ່າຍອື່ນໆທີ່ເກີດຂຶ້ນນອກຈາກການສະໜັບສະໜູນຂອງຈັງຫວັດນະຄອນພະນົມແລ້ວ ແຂວງຄຳມ່ວນຍິນດີຮັບຜິດ
ຊອບຄ່າໃຊ້ຈ່າຍທີ່ເພີ່ມຂຶ້ນແຕ່ໃນກໍລະນີເກີດໄພພິບັດທີ່ບໍສາມາດຄວບຄຸມປ້ອງກັນໄດ້ຈົນເຮັດໃຫ້ຜົນຜະລິດເສຍຫາຍຝ່າຍ
ສະໜັບສະໜູນຈະບໍ່ຮຽກຮ້ອງຄ່າເສຍຫາຍໃດໆຈາກຜູ້ຮ່ວມດຳເນີນວຽກນຳໂຄງການ.ການສົ່ງເສີມການຜະລິດສາລີອາຫານ
ສັດແບບມີສັນຍາຢູ່ແຂວງຄຳມ່ວນແມ່ນໄດ້ຈັດຕັ້ງປະຕິບັດມາໄດ້ 3 ປີແລ້ວ ສ່ວນແຂວງບໍລິຄຳໄຊແມ່ນຈະໄດ້ລົງມືຈັດຕັ້ງປະ
ຕິບັດເປັນປີທຳອິດ ໂດຍການປູກໝາກຖົ່ວດິນເພື່ອສົ່ງໂຮງງານຜະລິດເຂົ້າໜົມໂກແກັດຂອງໄທໃນເນື້ອທີ່ການຜະລິດ 40 ໄລ່
ຫຼື 6,4 ເຮັກຕາ ໃນລາຄາກິໂລລະ 20 ບາດ.

ຂໍ້ມູນຈາກໜັງສືພິມ ລາຍວັນປະເທດລາວ ສະບັບທີ 2.398 ລົງວັນທີ 04 ພຶດສະພາ 2010

 
© 2010 Ministry Of Agriculture and Forestry
Joomla! is Free Software released under the GNU General Public License.