• JoomlaWorks Simple Image Rotator
  • JoomlaWorks Simple Image Rotator
  • JoomlaWorks Simple Image Rotator
  • JoomlaWorks Simple Image Rotator

ລະບົບບໍລິການ

ຈຳນວນຄົນເຊົ້າຍ່ຽມຊົມ

mod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_counter
mod_vvisit_counterToday378
mod_vvisit_counterYesterday446
mod_vvisit_counterThis week2227
mod_vvisit_counterThis month4348
mod_vvisit_counterAll70222

LAo ForeCast

Vienatiane ( ນະຄອນຫລວງ )

Luangprabang (ຫລວງພຣະບາງ)

Savannakhet (ສະຫວັນນະເຂດ)

Champasak (ຈຳປາສັກ)

ອະນຸລັກຊັບພະຍາກອນທຳມະຊາດໃຫ້ຍືນຍົງ PDF Print E-mail

ສະຖາບັນຄົ້ນຄວ້າກະສິກຳແຫ່ງຊາດໃຫ້ຮູ້ວ່າແນວພັນສາລີເຂົ້າໜຽວ ແລະ ທຳມະດາໄດ້ສຶກສາຈຳແນກໂດຍອີງໃສ່ການທົດລອງ
ປຽບທຽບແນວພັນທີ່ໄດ້ເຕົ້າໂຮມຢູ່ສູນຄົ້ນຄວ້າກະສິກຳໂຄງການປັບປຸງພັນສາລີມີເປົ້າໝາຍເລັງໃສ່ປັບປຸງພັນສາລີມີເປົ້າໝາຍ
ເລັງໃສ່ປັບປຸງຜະລິດຕະພາບ ແລະ ຄຸນລັກສະນະພິເສດທາງດ້ານການປູກສາລີລ້ຽງສັດເພື່ອໃຊ້ເຂົ້າໃນການປຸງແຕ່ງອາຫານສັດ. ປີມໍ່ໆມານີ້ໂຄງການດັ່ງກ່າວໄດ້ມີການຄັດເລືອກສາຍພັນບໍລິສຸດສຳລັບສາລີອາຫານສັດສູນຄົ້ນຄວ້າກະສິກຳໄດ້ຮັບແນວພັນສາລີ
ເອັບ 1 (F) ຈາກການປັບປຸງເຂົ້າເບຣ ແລະ ສາລີສາກົນ ແລະ ແນວພັນມັນຕົ້ນເອັບ 2 ຈາກສູນສາກົນເພື່ອພັດທະນາກະສິກຳເຂດ
ຮ້ອນ ເພື່ອພັດທະນາແນວພັນສາລີ ແລະ ມັນຕົ້ນ. ນອກນັ້ນສູນການຄົ້ນຄວ້າກະສິກຳກໍຍັງມີໂຄງການປັບປຸງພັນຖົ່ວເຫຼືອງ ເຊີ່ງ
ໄດ້ມີການປະສົມພັນລະຫວ່າງແນວພັນພາຍໃນ ແລະ ແນວພັນນຳເຂົ້າໂຄງການພັດທະນາແນວພັນຜັກທີ່ສູນຄົ້ນຄວ້າພືດຜັກ
ແລະ ໄມ້ໃຫ້ໝາກຫາດດອກແກ້ວ (ຕັ້ງຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ) ກໍໄດ້ສຸມໃສ່ຜັກກິນໃບຕົ້ນຕໍ ແລະ ຈຳ
ພວກໝາກເຂືອ, ໝາກເຜັດ, ໝາກເລັ່ນ ແລະ ອື່ນໆ ໂຄງການຄັດເລືອກສາຍພັນບໍລິສຸດສຳລັບຜັກລະດູຝົນ ແລະ ລະດູແລ້ງກ
ໍໄດ້ຮັບຜົນສຳເລັດດ້ວຍດີ.ຂະແໜງການກ່ຽວຂ້ອງໄດ້ຕີລາຄາວ່າຍ້ອນຄວາມເອົາໃຈໃສ່ໃນວຽກງານການນຳໃຊ້ຊັບພະຍາກອນ
ພັນທຸກຳພືດສຳລັບອາຫານ ແລະ ການກະສິກຳຈຳນວນນັກຄົ້ນຄວ້າດ້ານການປັບປຸງພັນພືດຂອງສະຖາບັນຄົ້ນຄວ້າກະສິກຳ
ແລະ ປ່າໄມ້ໄດ້ເພີ່ມຂຶ້ນເກືອບສອງເທົ່າໃນທົດສະວັດທີ່ຜ່ານມາລະດັບການສຶກສາຂອງເຂົາເຈົ້າກໍໄດ້ມີການປັບປຸງໃຫ້ດີຂຶ້ນເຖິງ
ປານນັ້ນກໍຕາມຖ້າທຽບກັບຄວາມຮຽກຮ້ອງຕ້ອງການຕົວຈິງໃນປະຈຸບັນນັ້ນ ກໍຍັງເຫັນວ່າບໍ່ທັນພຽງພໍສຳລັບປະເທດທີ່ມີເງື່ອນ
ໄຂນີເວດກະສິກຳຫຼາກຫຼາຍ, ມີຄວາມຫຼາກຫຼາຍດ້ານພັນທຸກຳພືດພື້ນເມືອງ ແລະ ມີຂະແໜງກະສິກຳທີ່ສຳຄັນຫຼາຍຕໍ່ເສດຖະ
ກິດຂອງຊາດ ແລະ ການດຳລົງຊີວິດຂອງປະຊາຊົນເຊີ່ງຄວາມຮຽກຮ້ອງຕ້ອງການອັນຮີບດ່ວນແມ່ນການລົງທຶນທີ່ເຂັ້ມແຂງເຂົ້າ
ໃນວຽກງານດັ່ງກ່າວນັບທັງການເພີ່ມຈຳນວນນັກຄົ້ນຄວ້າທີ່ເຮັດວຽກການປັບປຸງພືດ ແລະ ປັບປຸງລະດັບການສຶກສາຂອງເຂົາ
ເຂົ້າ.

ຂໍ້ມູນຈາກໜັງສືພິມ ລາຍວັນ ປະເທດລາວ ສະບັບທີ 2.396 ລົງວັນທີ 29 ເມສາ 2010

 
© 2010 Ministry Of Agriculture and Forestry
Joomla! is Free Software released under the GNU General Public License.