ເມນູຫຼັກ
| ຫນ້າທຳອິດ |
| ກ່ຽວກັບກະຊວງ |
| ການຮ່ວມມື |
| ຂ່າວທັງຫມົດ |
| ເວັບລິ້ງທີ່ກ່ຽວຂ້ອງ |
| ຄັງຮູບພາບ |
| ຄົ້ນຫາຂໍ້ມູນ |
| ຕິດຕໍ່ຫາທຸກພາກສ່ວນ |
ປ້ອງກັນພືດ
![]() ດາວໂຫຼດເອກະສານຕ່າງ ຂອງວຽກງານ ປ້ອງກັນພືດ |
ຈຳນວນຄົນເຊົ້າຍ່ຽມຊົມ






![]() | Today | 386 |
![]() | Yesterday | 446 |
![]() | This week | 2235 |
![]() | This month | 4356 |
![]() | All | 70231 |
LAo ForeCast
Vienatiane ( ນະຄອນຫລວງ )![]() Luangprabang (ຫລວງພຣະບາງ) ![]() Savannakhet (ສະຫວັນນະເຂດ) ![]() Champasak (ຈຳປາສັກ) ![]() |
|
|
|
| ປະຊາຊົນບ້ານນາປາ ເມືອງແບງເກັບກູ້ຖົ່ວເຫຼືອງສຳເລັດ 40% |
|
|
|
|
ບ້ານນາປາ ເມືອງແບງ ແຂວງອຸດົມໄຊ ແມ່ນບ້ານໜື່ງທີ່ມີມູນເຊື້ອປູກຖົ່ວເຫຼືອງເປັນສິນຄ້າຫຼາຍກວ່າໝູ່ຢູ່ໃນເມືອງແບງ ທ່ານ ຄຳສັງແສງທະວົງ ຮອງນາຍບ້ານໆນາປາ ໄດ້ໃຫ້ສຳພາດຕໍ່ຜູ້ສື່ຂ່າວໃນວັນທີ 25 ເມສານີ້ວ່າ ຊາວກະສິກອນບ້ານນາປາ ໄດ້ ຂຸ້ນຂ້ຽວເກັບກູ້ຜົນຜະລິດລະດູແລ້ງສົກປີ 2009-2010 ຢ່າງເປັນຂະບວຍຟົດຟື້ນປະຈຸບັນໄດ້ເກັບກູ້ຜັກບົ່ວ ຜັກທຽມ ແລະ ພືດຜັກຕ່າງໆໃນເນື້ອທີ່20 ກວ່າເຮັກຕາຜົນຜະລິດໄດ້ 1 ໂຕນ ຕໍ່ເຮັກຕາ ເດັ່ນກວ່າໝູ່ແມ່ນການປູກຖົ່ວເຫຼືອງສົກປີ 2009 -2010 ນີ້ມີເນື້ອທີ່ 115 ເຮັກຕາ ໝົດແນວປູກ 7.000 ກິໂລກຼາມ ມາຮອດກາງເດືອນເມສາ 2010 ນີ້ ໄດ້ເລີ່ມເກັບກູ້ສຳເລັດ ແລ້ວ 40% ຄາດວ່າກາງເດືອນພຶດສະພາຈະໃຫ້ສຳເລັດ 100% ໂດຍມີຈຳນວນ 190 ຄົວເຮືອນທີ່ປູກຖົ່ວເຫຼືອງສະມັດຕະ ພາບ 1 ໂຕນຕໍ່ເຮັກຕາ ຜົນຜະລິດຈະໄດ້ 120 ໂຕນໃນລາຄາ 3.500 ກີບ ຕໍ່ກິໂລກຼາມ ປະຊາຊົນຈະມີລາຍຮັບ 420 ລ້ານ ກີບ.ທ່ານ ຄຳສັງ ແສງທະວົງ ກ່າວຕື່ມວ່າ: ພາຍຫຼັງເກັບກູ້ຜົນຜະລິດລະດູແລ້ງແລ້ວ ປະຊາຊົນພາຍໃນບ້ານນາປາກໍໄດ້ເລີ່ມ ກະກຽມຜົນຜະລິດລະດູຝົນເປັນຕົ້ນແມ່ນປູກສາລີໃນເນື້ອທີ່ 100 ເຮັກຕາ ປູກຝ້າຍ 70 ເຣັກຕາ ແລະ ກະກຽມເຄື່ອງມືເຮັດ ນາປີໃນເນື້ອທີ່ 130 ເຮັກຕາ ຄາດວ່າເດືອນພຶດສະພານີ້ຈະເລີ່ມຕົກກ້າ ແລະ ໄຖຮຸດ. ຂໍ້ມູນຈາກໜັງສືພິມ ລາຍວັນ ເສດຖະກິດ-ສັງຄົມ ສະບັບທີ 846 ລົງວັນທີ 27 ເມສາ 2010
|

















