ເມນູຫຼັກ
| ຫນ້າທຳອິດ |
| ກ່ຽວກັບກະຊວງ |
| ການຮ່ວມມື |
| ຂ່າວທັງຫມົດ |
| ເວັບລິ້ງທີ່ກ່ຽວຂ້ອງ |
| ຄັງຮູບພາບ |
| ຄົ້ນຫາຂໍ້ມູນ |
| ຕິດຕໍ່ຫາທຸກພາກສ່ວນ |
ປ້ອງກັນພືດ
![]() ດາວໂຫຼດເອກະສານຕ່າງ ຂອງວຽກງານ ປ້ອງກັນພືດ |
ຈຳນວນຄົນເຊົ້າຍ່ຽມຊົມ






![]() | Today | 384 |
![]() | Yesterday | 446 |
![]() | This week | 2233 |
![]() | This month | 4354 |
![]() | All | 70229 |
LAo ForeCast
Vienatiane ( ນະຄອນຫລວງ )![]() Luangprabang (ຫລວງພຣະບາງ) ![]() Savannakhet (ສະຫວັນນະເຂດ) ![]() Champasak (ຈຳປາສັກ) ![]() |
|
|
|
| ເມືອງສັງທອງເອົາໃຈໃສ່ສົ່ງເສີມການປົກປັກຮັກສາປ່າໄມ້ |
|
|
|
|
ເມືອງສັງທອງເປັນເມືອງໜື່ງທີ່ຖືວ່າມີຊັບພະຍາກອນທຳມະຊາດທີ່ອຸດົມສົມບູນເຊັ່ນ: ດິນ ປ່າໄມ້ ອາກາດ ຊັບພະຍາກອນບໍ່ແຮ່ ແມ່ນ້ຳລຳເຊ ແລະ ອື່ນໆ ເຊີ່ງເປັນທ່າແຮງ ແລະ ເງື່ອນໄຂສະດວກໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງເມືອງ.ຕາມ ການຕີລາຄາສະມັດຕະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ II ປີ 2006-2010 ຂອງເມືອງ ສັງທອງ ສະເພາະວຽກງານປ່າໄມ້ເຫັນວ່າ: ເມືອງດັ່ງກ່າວໄດ້ເອົາໃຈໃສ່ສົ່ງເສີມການປົກປັກຮັກສາ ແລະ ຟື້ນຟູປ່າດ້ວຍການປູກ ໄມ້ຂອງປະຊາຊົນ ແລະ ພະນັກງານ ປະຕິບັດໂຄງການມອບດິນ ມອບປ່າ ໂຄງການຢຸດຕິການຖາງປ່າເຮັດໄຮ່ປູກເຂົ້າແບບເລື່ອນ ລອຍ ສົ່ງເສີມການປູກໄມ້ອຸດສະຫະກຳປະຈຸບັນທົ່ວເມືອງມີສວນກ້າເບ້ຍໄມ້ທັງໝົດ 16 ແຫ່ງ ສາມາດຜະລິດເບ້ຍໄມ້ໄດ້ 1.143.618 ເບ້ຍຕໍ່ປີ ຖ້າທຽບໃສ່ປີ 2004 ເພີ່ມຂຶ້ນ 60% ປູກໄດ້ 1.645 ເຮັກຕາ ໃນນັ້ນພາກສ່ວນລັດມີ 21 ເຮັກຕາ ພາກ ສ່ວນເອກະຊົນບໍລິສັດ ແລະ ປະຊົນປູກໄດ້ທັງໝົດ 1.624,4 ເຮັກຕາ ໃນນັ້ນມີໄມ້ສັກ 960 ເຮັກຕາ ໄມ້ຢາງພາລາ 370 ເຮັກຕາ ໄມ້ເກດສະໜາ 310 ເຮັກຕາ ແລະ ໄມ້ແຕ້ຂ່າ 5 ເຮັກຕາ.ໃນຊຸມປີຜ່ານມານັ້ນໄດ້ແກ້ໄຂສະພາບການລັກລອບຕັດໄມ້ທັງໝົດ 45 ຄະດີ ມີ 51 ຄົນຢຶດຂອງກາງໄດ້ໄມ້ທ່ອນຈຳນວນ 1.990 ທ່ອນ ເທົ່າກັບ 2.255 ແມັດກ້ອນເປັນໄມ້ແປຮູບ 1.240 ໂຕ ພາຫະນະ ລົດໃຫຍ່ມີ 11 ຄັນ ຈັກສະຕິນ 25 ເຄື່ອງ ປັບໄໝເປັນຈຳນວນເງິນ 1.720.145.000 ກີບ. ຂໍ້ມູນຈາກໜັງສືພິມ ລາຍວັນ ວຽງຈັນໃໝ ສະບັບທີ 12013 ລົງວັນທີ 27 ເມສາ 2010
|

















