• JoomlaWorks Simple Image Rotator
  • JoomlaWorks Simple Image Rotator
  • JoomlaWorks Simple Image Rotator
  • JoomlaWorks Simple Image Rotator

ລະບົບບໍລິການ

ຈຳນວນຄົນເຊົ້າຍ່ຽມຊົມ

mod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_counter
mod_vvisit_counterToday185
mod_vvisit_counterYesterday499
mod_vvisit_counterThis week1588
mod_vvisit_counterThis month3709
mod_vvisit_counterAll69584

LAo ForeCast

Vienatiane ( ນະຄອນຫລວງ )

Luangprabang (ຫລວງພຣະບາງ)

Savannakhet (ສະຫວັນນະເຂດ)

Champasak (ຈຳປາສັກ)

ແຂວງຈຳປາສັກໃຫ້ຄວາມສຳຄັນໃນການຕ້ານ ແລະ ສະກັດກັ້ນໄຟໄໝ້ລາມປ່າ. PDF Print E-mail

ແຂວງຈຳປະສັກແມ່ນແຂວງໜື່ງທີ່ໄດ້ຮັບຜົນກະທົບບໍ່ໜ້ອຍຕໍ່ກັບບັນຫາໄຟໄໝ້ລາມປ່າໃນລະດູແລ້ງເຮັດໃຫ້ປ່າໄມ້ໄດ້ຮັບຜົນເສຍຫາຍ
ເນື່ອງຈາກການຈູດປ່າ-ລ່າສັດ, ດັງໄຟແບບຂາດສະຕິ ແລະ ຄວາມຮູ້ເທົ່າບໍ່ເຖີງການເຮັດໃຫ້ເກີດມີໄຟໄໝ້.ທ່ານ ສາລີ ສີງສະຫວັນ, ຫົວ
ໜ້າຂະແໜງປ່າໄມ້ ພະແນກກະສິກຳ ແລະ ປ່່າໄມ້ຂອງແຂວງຈຳປາສັກຊີ້ແຈງວ່າ: ຕໍ່ກັບບັນຫາໄຟໄໝ້ລາມປ່າທີ່ມັກເກີດຂື້ນໃນແຕ່ລະ
ປີຂອງລະດູແລ້ງພື້ນທີ່ໆເສຍຫາຍສ່ວນໃຫຫຍ່ແມ່ນຂອບເຂດພູ, ປີໜື່ງບໍ່ຕໍ່າກວ່າ 100 ເຮັກຕາ ຊື່ືງສາເຫດຫລັກໆແມ່ນຍ້ອນປະຊາຊົນ
ຈຳນວນໜື່ງຍັງມີການຈູດປ່າເຮັດໄຮ່, ລ່າສັດ, ຫາໜໍ່ໄມ້ ແລະ ດັງໄຟກໍ່ໃຫ້ເກີດໄຟໄໝ້ລາມປ່າ, ດັ່ງນັ້ນທາງແຂວງຈື່ງຖືເປັນວຽກທີ່ສຳຄັນ
ທີ່ສຸດໃນການຕ້ານ ແລະ ສະກັດກັ້ນໂດຍໄດ້ຈັດສົ່ງພະນັກງານລົງໄປສືກສາໃຫ້ຄວາມຮູ້ຕໍ່ກັບເຂດທີ່ມີຄວາມສ່ຽງພ້ອມທັງອອກແຈ້ງການ
ເຖີງເຈົ້າເມືອງ ແລະ ຫ້ອງການກະສິກຳ-ປ່າໄມ້ 10 ຕົວເມືອງ, ເລື່ອງການປ້ອງກັນ ແລະ ສະກັດກັ້ນໄຟໄໝ້ລາມປ່າໃນລະດູແລ້ງຢ່າງໜັກ
ແໜ້ນໂດຍໃຫ້ມີການສ້າງ ແລະ ປັບປຸງໜ່ວຍໂຄສະນາເຄື່ອນທີ່ໃນການປ້ອງກັນຂອງແຂວງ, ເມືອງ, ກຸ່ມບ້ານ ແລະ ບ້ານສ້າງຕັ້ງກອງທືນ
ດັບມອດໄຟປ່າ ໂດຍການປະກອບສ່ວນຂອງປະຊາຊົນພາຍໃນບ້ານ, ພ້ອມທັງໂຄສະນາເຜີຍແຜ່ກົດໝາຍ ແລະ ລະບຽບການຕ່າງໆໂດຍ
ແມ່ນພະນັກງານປ້າໄມ້ຮ່ວມກັບເມືອງ ແລະ ປ່າໄມ້ບ້ານໃນເຂດຫລໍ່ແຫລມທີ່ເຄີຍມີໄຟໄໝ້ໂດຍສະເພາະໃນເຂດພູມະໂລງ, ພູບາຈຽງ, ພູ
ເກົ້າ, ພພູສ່າເຫລົ້າ, ພູຊຽງທອງ, ລຽບຕາມເສັ້ນທາງແຕ່ປາກເຊຫາຄອນພະເພັງ ແລະ ອື່ນໆ ຊື່ງເລີ່ມແຕ່ເດືອນມັງກອນຫາເດືອນພຶດສະ
ພາຂອງ
ທຸກໆປີແມ່ນໄດ້ລົງໂຄສະນາເຜີຍແຜ່ຫລາຍກ່ວາ 6 ຄັ້ງ ແລະ ມອບຄວາມຮັບຜິດຊອບໃນການປ້ອງກັນໄຟໄໝ້ລາມປ່າໃຫ້ອຳນາ
ດການປົກຄອງເມືອງ, ກຸ່ມບ້ານ ແລະ ບ້ານເປັນເຈົ້າການໃນການຈັດຕັ້ງປະຕິບັດ, ເຮັດໄຮ່, ໃນບໍລິເວນປ່າໄມ້ໃນ 3 ປະເພດຄື: ປ່າປ້ອງກັນ, ປ່າສະຫງວນ ແລະ ປ່າໄມ້ແຄມທາງຢ່າງເດັດຂາດ, ພ້ອມໃຊ້ມາດຕະການທາງດ້ານກົດໝາຍ ແລະ ລະບຽບການປະຕິບັດວິໄນຕໍ່ຜູ້ລະເມີດທຳລາຍປ່າດ້ວຍການຖາງປ່າ ແລະ ຈູດປ່າທີ່ກໍ່ໃຫ້ເກີດໄຟໄໝ້ລາມປ່າທີ່ຮ້າຍແຮງ.
ຂໍ້ມູນຈາກໜັງສືພີມປະເທດລາວສະບັບທີ່ 2.372 ລົງວັນທີ່ 26 ມີນາ 2010.



 
© 2010 Ministry Of Agriculture and Forestry
Joomla! is Free Software released under the GNU General Public License.