ເມນູຫຼັກ
| ຫນ້າທຳອິດ |
| ກ່ຽວກັບກະຊວງ |
| ການຮ່ວມມື |
| ຂ່າວທັງຫມົດ |
| ເວັບລິ້ງທີ່ກ່ຽວຂ້ອງ |
| ຄັງຮູບພາບ |
| ຄົ້ນຫາຂໍ້ມູນ |
| ຕິດຕໍ່ຫາທຸກພາກສ່ວນ |
ປ້ອງກັນພືດ
![]() ດາວໂຫຼດເອກະສານຕ່າງ ຂອງວຽກງານ ປ້ອງກັນພືດ |
ຈຳນວນຄົນເຊົ້າຍ່ຽມຊົມ






![]() | Today | 190 |
![]() | Yesterday | 499 |
![]() | This week | 1593 |
![]() | This month | 3714 |
![]() | All | 69588 |
LAo ForeCast
Vienatiane ( ນະຄອນຫລວງ )![]() Luangprabang (ຫລວງພຣະບາງ) ![]() Savannakhet (ສະຫວັນນະເຂດ) ![]() Champasak (ຈຳປາສັກ) ![]() |
|
|
|
| ວາງແຜນນຳໃຊ້ທີ່ດີນກະສິກຳ ແລະ ປ່າໄມ້ ແບບມີສ່ວນຮ່ວມ. |
|
|
|
|
ຊຸດອົບຮົມການວາງແຜນນຳໃຊ້ທີ່ດີນກະສິກຳ ແລະ ປ່າໄມ້ແບບມີສ່ວນຮ່ວມຂັ້ນບ້ານ ແລະ ກຸ່ມບ້ານພັດທະນາໄດ້ສຳເລັດລົງໃນ ວັນທີ່ 12 ມີນາ 2010 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການຄຸ້ມຄອງທີ່ດີນປະຈຳແຂວງໄຊຍະບູລີ ພາຍຫລັງທີ່ໄດ້ດຳເນີນມາເປັນເວ ລາ 5 ວັນ ພາຍໃຕ້ການເປັນປະທານຂອງທ່ານ ພູນສະຫວັນ ຈັນທະວົງ, ຫົວໜ້າອົງການຄຸ້ມຄອງທີ່ດີນປະຈຳແຂວງໄຊຍະບູລີ, ມີພະນັກງານວິຊາການ ແລະ ນັກສຳມະນາກອນຈາກ 6 ຕົວເມືອງຂອງແຂວງໄຊຍະບູລີເຂົ້າຮ່ວມ 30 ກ່ວາຄົນ.ຕະຫລອດໄລຍະ 5 ວັນນັ້ນສຳມະນາກອນໄດ້ຮຽນຮູ້ກ່ຽວກັບບາດກ້າວ ແລະ ຂັ້ນຕອນຂອງການວາງແຜນການນຳໃຊ້ທີ່ດີນກະສິກຳ ແລະ ປ່າໄມ້ ແບບມີສ່ວນຮ່ວມຂັ້ນບ້ານ ແລະ ກຸ່ມບ້ານພັດນາ, ແບບຟອມເກັບກຳຂໍ້ມູນ ແລະ ຮ່າງຂໍ້ຕົກລົງທີ່ນຳໃຊ້ເຂົ້າໃນການວາງແຜນການ ນຳໃຊ້ທີ່ດີນແບບມີສ່ວນຮ່ວມ,ການນຳໃຊ້ເຄື່ອງ GPS ແລະ ວິທີເອົາຂໍ້ມູນນຳເຄື່ອງ GPS ເຂົ້າໃນແຜນທີ່, ການອ່ານແຜນທີ່ ແລະ ພາບຖ່າຍຈາກດາວທຽມ, ການສະເໜີຕົວຢ່າງແຜນທີ່ຕ່າງໆ, ຄວາມຮູ້ເບື້ອງຕົ້ນກ່ຽວກັບ GIS ທັງນີ້ກໍເພື່ອສ້າງຄວາມເຂັ້ມແຂງ ໃຫ້ພະນັກງານຂັ້ນແຂວງ, ຂັ້ນເມືອງ ແລະ ບ້ານກ່ຽວກັບວິທີການວາງແຜນນຳໃຊ້ທີ່ດີນແບບມີສ່ວນຮ່ວມຂອງໂຄງການຮ່ວມມື ລາວ-ເຢຍລະມັນເພື່ອຄຸ້ມຄອງ ແລະ ຂື້ນທະບຽນທີ່ດີນຢູ່ຂັ້ນເມືອງ ອັນເປັນບ່ອນອີງໃຫ້ແກ່ກິດຈະກຳການຂື້ນທະບຽນທີ່ດີນຢູ່ ຊົນນະບົດ. ຊຸດອົບຮົມໃນຄັ້ງນີ້ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການຮ່ວມມືລາວ-ເຢຍລະມັນ. ຂໍ້ມູນຈາກໜັງສືພີມລາຍວັນ ປະເທດລາວ ສະບັບທີ 2.372 ລົງວັນທີ່ 26 ມີນາ 2010.
|

















