ເມນູຫຼັກ
| ຫນ້າທຳອິດ |
| ກ່ຽວກັບກະຊວງ |
| ການຮ່ວມມື |
| ຂ່າວທັງຫມົດ |
| ເວັບລິ້ງທີ່ກ່ຽວຂ້ອງ |
| ຄັງຮູບພາບ |
| ຄົ້ນຫາຂໍ້ມູນ |
| ຕິດຕໍ່ຫາທຸກພາກສ່ວນ |
ປ້ອງກັນພືດ
![]() ດາວໂຫຼດເອກະສານຕ່າງ ຂອງວຽກງານ ປ້ອງກັນພືດ |
ຈຳນວນຄົນເຊົ້າຍ່ຽມຊົມ






![]() | Today | 193 |
![]() | Yesterday | 499 |
![]() | This week | 1596 |
![]() | This month | 3717 |
![]() | All | 69591 |
LAo ForeCast
Vienatiane ( ນະຄອນຫລວງ )![]() Luangprabang (ຫລວງພຣະບາງ) ![]() Savannakhet (ສະຫວັນນະເຂດ) ![]() Champasak (ຈຳປາສັກ) ![]() |
|
|
|
| ສຳມະນາເຄືອຂ່າຍການບັງຄັບໃຊ້ກົດໝາຍສັດນ້ຳ ແລະ ສັດປ່າ. |
|
|
|
|
ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມສຳມະນາເຄືອຂ່າຍການບັງຄັບໃຊ້ກົດໝາຍຍວ່າດ້ວຍສັດນ້ຳ ແລະ ສັດປ່າເພື່ອ ສ້າງຄວາມຮູ້ຄວາມສາມາດທັງເປັນການສົນທະນາລະຫວ່າງກຸ່ມກ່ຽວກັບໜ່ວຍງານປະສານງານ ແລະ ວິທີການເຮັດວຽກຮ່ວມ ກັນ, ການສ້າງຄວາມເຂັ້ມແຂງໃຫ້ເຈົ້າໜ້າທີ່ເພື່ອໃຫ້ມີປະສີດທິພາບໃນການຈັດຕັ້ງປະຕິບັດວຽກງານການປູກຈີດສຳນືກ ແລະ ການປັບປຸງກົດໝາຍ.ໃນທີ່ປະຊຸມ ທ່ານ ສີຕາເຮັ່ງ ຣາຊະພົນ ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ໄດ້ກ່າວວ່າ: ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດໃຫ້ມີຄວາມເປັນເອກະພາບ ແລະ ຖືກຕ້ອງຕາມພັນທະທາງດ້ານຫລັກການ ແລະ ລະ ບຽບກົດໝາຍທີ່ໄດ້ກຳນົດຮ່ວມກັນນັ້ນຈີ່ງມີຄວາມຈຳເປັນຈະຕ້ອງຈັດຕັ້ງປະຕິບັດຕົວຈີງຂອງແຕ່ລະປະເທດໄດ້ເຂົ້າໃຈ ແລະ ສາມາດປະຕິບັດກົດໝາຍໃຫ້ມີຄວາມເຂັ້ມແຂງ ແລະ ມີຄວາມເຂົ້າໃຈທີ່ເປັນເອກະພາບຮ່ວມກັນໃນຂົງເຂດອາຊີຕາເວັນອອກ ສຽງໃຕ້ໃຫ້ມີປະສິດທິຜົນສູງສະນັ້ນກອງປະຊຸມສຳມະນາຄັ້ງນີ້ ຈີ່ງໄດ້ເຊື່ອເຊີນບັນດາພາກສ່ວນຕ່າງໆທີ່ກ່ຽວຂ້ອງໃນການຈັດ ຕັ້ງປະຕິບັດວຽກງານເຜີຍແຜ່ໂຄສະນາ, ວຽກງານສະກັດກັ້ນ, ວຽກງານກວດກາ ແລະ ການດຳເນີນຄະດີກ່ຽວກັບວຍກງານ ສັດນ້ຳ ແລະ ສັດປ່າໃນທຸກພາກສ່ວນທີ່ໄດ້ຮັບຮູ້ ແລະ ເຂົ້າໃຈເພື່ອຊ່ວຍເຫລືອ ແລະ ຮ່ວມມືກັນຈັດຕັ້ງປະຕິບັດໃຫ້ມີຄວາມ ເຂັ້ມແຂງ.ທ່ານຍັງໄດ້ກ່າວຕື່ມອີກວ່າ: ເຖີງແມ່ນວ່າພວກເຮົາໄດ້ມີການສະກັດກັ້ນການຄ້າຂາຍສັດນ້ຳ ແລະ ສັດປ່າຢ່າງເອົາໃຈ ໃສ່ຫລາຍປານໃດກໍ່ຕາມ ແຕ່ກໍ່ຍັງບໍ່ທັນພຽງພໍຍ້ອນປະເທດເຮົາຕັ້ງຢູ່ໃຈກາງພາກພື້ນເປັນທາງຜ່ານຢູ່ໃນຂົງເຂດນີ້. ການເຄື່ອນ ຍ້າຍສີນຄ້າປະເພດສັດນ້ຳ ແລະ ສັດປ່າແຕ່ປະເທດຕົ້ນທາງຫາປະເທດປາຍທາງຜ່ານປະເທດເຮົາໄປຍັງປະເທດເພື່ອນບ້ານໃກ້ ຄຽງທີ່ມີຄວາມຕ້ອງການຊົມໃຊ້ ແລະ ບໍລິໂພກຈຳນວນຫລວງຫລາຍຈີ່ງເຮັດໃຫ້ມີການລັກລອບນຳຜ່ານທຸກວິທີທາງ ເຊີ່ງເຈົ້າ ໜ້າທີ່ພວກເຮົາບໍ່ສາມາດທີ່ຈະສະກັດກັ້ນໄດ້ທັງໝົດຍ້ອນມີງົບປະມານ ແລະ ຈຳນວນເຈົ້າໜ້າທີ່ມີຈຳກັດ, ບວກກັບສະພາບພື້ນ ທີ່ຊາຍແດນທີ່ຕິດຈອດກັບປະເທດເພື່ອນບ້ານມີໄລຍະຍາວ,ເພາະສະນັ້ນຈີ່ງມີຄວາມຈຳເປັນຈະຕ້ອງໄດ້ມີການຮ່ວມມືກັບຫລາຍ ພາກສ່ວນທັງພາຍໃນ ແລະ ຕ່າງປະເທດເພື່ອເຮັດໃຫ້ວຽກງານສະກັດກັ້ນການຄ້າຂາຍສັດນ້ຳ ແລະ ສັດປ່າທີ່ຜີດກົດໝາຍມີ ຄວາມເຂັ້ມແຂງຍີ່ງຂື້ນ.ກອງປະຊຸມດັ່ງກ່າວແມ່ນຈະໄດ້ມີການເຜີຍແຜ່ກ່ຽວກັບບົດບາດຂອງເຄືອຂ່າຍການຮ່ວມກຸ່ມໃນບັນດາ ປະເທດອາຊີຕາເວັນອອກສຽງໃຕ້ໃນການບັງຄັບໃຊ້ກົດໝາຍສັດປ່າ ຫລື ASEAN-WEN ໃນກຸ່ມຊຸກຍູ້ວຽກງານສະກັດກັ້ນການ ຄ້າຂາຍສັດນ້ຳ ແລະ ສັດປ່າທີ່ຜີດກົດໝາຍ, ລະບຽບການຄຸ້ມຄອງຂອງ CITES ແລະ ການຄົ້ນຄ້ວາສ້າງຕັ້ງທີມງານສະເພາະ ກິດຂອງ ສປປລາວ ເພື່ອປະສານງານກັບສາກົນກ່ຽວກັບວຽກງານສັດນ້ຳແລະ ສັດປ່າໃຫ້ແກ່ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໄດ້ ຮັບຊາບ ແລະເຂົ້າໃຈ.ກອງປະຊຸມດັ່ງກ່າວໄດ້ຈັດຂື້ນໃນລະຫວ່າງວັນທີ່ 24-25 ມີນາ 2010 ທີ່ກະຊວງກະສິກຳ ແລະ ປ່າໄມ້ພາຍ ໃຕ້ການເປັນປະທານຂອງທ່ານ ສີຕາເຮັ່ງ ຣາຊະພົນລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ ມີຜູ້ຕາງໜ້າຈາກ 29 ພາກສ່ວນທີ່ມາຈາກອົງການລັດຖະບານ ແລະ ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານຈຳນວນ 119 ທ່ານເຂົ້າຮ່ວມ. ຂໍ້ມູນຈາກໜັງສືພິມ ລາຍວັນ ເສດຖະກິດ-ສັງຄົມ ສະບັບທີ 823 ລົງວັນທີ 25 ມີນາ 2010
|

















