• JoomlaWorks Simple Image Rotator
  • JoomlaWorks Simple Image Rotator
  • JoomlaWorks Simple Image Rotator
  • JoomlaWorks Simple Image Rotator

ລະບົບບໍລິການ

ຈຳນວນຄົນເຊົ້າຍ່ຽມຊົມ

mod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_counter
mod_vvisit_counterToday201
mod_vvisit_counterYesterday499
mod_vvisit_counterThis week1604
mod_vvisit_counterThis month3725
mod_vvisit_counterAll69599

LAo ForeCast

Vienatiane ( ນະຄອນຫລວງ )

Luangprabang (ຫລວງພຣະບາງ)

Savannakhet (ສະຫວັນນະເຂດ)

Champasak (ຈຳປາສັກ)

ແມ່ຍິງກະສິກຳ-ປ່າໄມ້ ປະຕິບັດແຜນພັດທະນາຢ່າງຕັ້ງໜ້າ. PDF Print E-mail

ໃນໄລຍະ 5 ປີ ແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ  VIII ຂອງສະຫະພັນກະຊວງກະສິກຳ ແລະ ປ່າໄມ້ ເອື້ອຍ
ນ້ອງແມ່ຍິງທົ່ວກະຊວງໄດ້ປະກອບສ່ວນເຄື່ອນໄຫວວຽກງານຕາມແຜນພັດທະນາທີ່ກະຊວງກະສິກຳ ແລະ ປ່າໄມ້ໄດ້ວາງອອກ
ເພື່ອໃຫ້ບັນລຸ 4ເປົ້າໝາຍ 13 ມາດຕະການ ຢ່າງຕັ້ງໜ້າ ແລະ ສາມາດຍາດໄດ້ຜົນງານພົ້ນເດັ່ນຫຼາຍດ້ານ ສະຫະພັນແມ່ຍິງກະ ຊວງກະສິກຳ ແລະ ປ່າໄມ້ ໄດ້ສະຫຼຸບ ແລະ ຕີລາຄາຄືນການເຄື່ອນໄຫວວຽກງານຂອງຂະແໜງການຕົນໃນກອງປະຊຸມໃຫຍ່ທີ
IX ຂອງສະຫະພັນແມ່ຍິງ ທີ່ໄຂຂຶ້ນໃນຕອນເຊົ້າຂອງວັນທີ 23 ມີນາ 2010 ໂດຍການໃຫ້ກຽດເປັນປະທານຂອງທ່ານ ນາງ ສີໃສ
ລືເດດມູນສອນ ປະທານສູນກາງສະຫະພັນແມ່ຍິງລາວ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີຊ່ວຍວ່າການກະຊວງ ກະສິກຳ ແລະ
ປ່າໄມ້ ພ້ອມດ້ວຍຜູ້ແທນສົມບູນ ຜູ້ຕາງໜ້າສະມາຊິກສະຫະພັນແມ່ຍິງທົ່ວກະຊວງເຂົ້າຮ່ວມ.ກອງປະຊຸມໄດ້ຕີລາຄາຄືນສະພາບ
ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຕະຫຼອດໄລຍະ  5  ປີຜ່ານມາ ແລະ ວາງທິດທາງແຜນການ  5  ປີຕໍ່ໜ້າ
2010-2011 ຊື່ງໄດ້ຢັ້ງຢືນໃຫ້ເຫັນຜົນງານຫຼາຍດ້ານທີ່ເອື້ອຍນ້ອງແມ່ຍິງໄດ້ພ້ອມກັນຈັດຕັ້ງປະຕິບັດຕາມພາລະບົດບາດທີ່ເປັນ
ຕົວແທນແຫ່ງສິດຜົນປະໂຫຍດຂອງແມ່ຍິງ  ແລະ  ເດັກນ້ອຍອັນພົ້ນເດັ່ນ ເອື້ອຍນ້ອງແມ່ຍິງທົ່ວກະຊວງກະສິກຳ ແລະ ປ່າໄມ້
ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນຂະບວນການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ ມີແມ່ຍິງໃນກະຊວງໄດ້ການເປັນບຸກຄົນ 3 ດີ 337
ຄົນ ເທົ່າກັບ 90,6% ພ້ອມນີ້ກໍໄດ້ປະກອບສ່ວນໃນການຈັດຕັ້ງປະຕິບັດແຜນພັດທະນາຂະແໜງກະສິກຳ  ແລະ ປ່າໄມ້ ໃນ 4
ໂຄງການບູລິມະສິດຂອງລັດຖະບານເພື່ອບັນລຸ 4 ເປົ້າໝາຍ 13 ມາດຕະການທີ່ກະຊວງກະສິກຳ-ປ່າໄມ້ ວາງອອກຕາມໜ້າທີ່
ຮັບຜິດຊອບດ້ານວິຊາສະເພາະຂອງຕົນແຕ່ລະໜ້າວຽກທີ່ປະສົບຜົນສຳເລັດຕາມລະດັບຄາດໝາຍລ້ວນແຕ່ມີການປະກອບສ່ວນ
ຢ່າງຕັ້ງໜ້າ ແລະ ຫ້າວຫັນຂອງເອື້ອຍນ້ອງແມ່ຍິງ ມີຫຼາຍໂຄງການໃນຂົງເຂດວຽກງານກະສິກຳ ແລະ ປ່າໄມ້ ໄດ້ຮັບການຈັດຕັ້ງ
ປະຕິບັດຍ້ອນການປະກອບສ່ວນ ແລະ ຊຸກຍູ້ສົ່ງເສີມຂອງເອື້ອຍນ້ອງແມ່ຍິງ.

ຂໍ້ມູນຈາກໜັງສືພິມ ລາຍວັນ ປະເທດລາວ ສະບັບທີ 2.371 ລົງວັນທີ 25 ມີນາ 2010

 
© 2010 Ministry Of Agriculture and Forestry
Joomla! is Free Software released under the GNU General Public License.