ເມນູຫຼັກ
| ຫນ້າທຳອິດ |
| ກ່ຽວກັບກະຊວງ |
| ການຮ່ວມມື |
| ຂ່າວທັງຫມົດ |
| ເວັບລິ້ງທີ່ກ່ຽວຂ້ອງ |
| ຄັງຮູບພາບ |
| ຄົ້ນຫາຂໍ້ມູນ |
| ຕິດຕໍ່ຫາທຸກພາກສ່ວນ |
ປ້ອງກັນພືດ
![]() ດາວໂຫຼດເອກະສານຕ່າງ ຂອງວຽກງານ ປ້ອງກັນພືດ |
ຈຳນວນຄົນເຊົ້າຍ່ຽມຊົມ






![]() | Today | 196 |
![]() | Yesterday | 499 |
![]() | This week | 1599 |
![]() | This month | 3720 |
![]() | All | 69595 |
LAo ForeCast
Vienatiane ( ນະຄອນຫລວງ )![]() Luangprabang (ຫລວງພຣະບາງ) ![]() Savannakhet (ສະຫວັນນະເຂດ) ![]() Champasak (ຈຳປາສັກ) ![]() |
|
|
|
| ດຸໝັ່ນ ແລະ ອົດທົນເປັນຫົນທາງ ແກ້ໄຂຄວາມທຸກຍາກ |
|
|
|
|
ການທີ່ຈະປະສົບຜົນສຳເລັດໃນວຽກງານໃດໜື່ງ ຫຼື ຈຸດປະສົງເປົ້າໝາຍໃດໜື່ງນັ້ນສີ່ງທີ່ຂາດບໍ່ໄດ້ກໍຄືຄວາມດຸໝັ່ນຂະຫຍັນພຽນ ແລະ ຄວາມມານະອົດທົນສູ້ຊົນຢ່າງບໍ່ມີວັນທໍ້ຖອຍ.ທ່ານ ເຍຍວືຢ່າ ອາຍຸ 45 ປີ ບ້ານນ້ຳລ້ອງ ກຸ່ມບ້ານທ່າວຽງ ເມືອງທ່າໂທມ ແຂວງຊຽງຂວາງ ແມ່ນຜູ້ໜື່ງທີ່ດຸໝັ່ນໃນການປູກຝັງ-ລ້ຽງສັດ ຕາມການເກັບກຳສະຖິຕິຄອບຄົວທຸກຍາກຂອງບ້ານນ້ຳລ້ອງ ສົກ ປີ 2003 ທ່ານ ເຍຍວືຢ່າ ກໍແມ່ນໜື່ງໃນຄອບຄົວທຸກຍາກຂອງບ້ານດັ່ງກ່າວ ປະກອບມີສະມາຊິກໃນຄອບຄົວທັງໝົດ 8 ຄົນ ແຮງ ງານຕົ້ນຕໍມີພຽງແຕ່ 2 ແຮງງານ ນັບແຕ່ປີ 2003 ຜ່ານມາ ຄອບຄົວຂອງທ່ານ ເຍຍວືຢ່າ ແມ່ນທຸກຍາກທີ່ສຸດ ໂດຍສະເລ່ຍລາຍ ຮັບຂອງລາວໃນ 1 ປີ ໄດ້ພຽງແຕ່ 1.500.000 ກີບ ຄິດສະເລ່ຍໃສ່ສະມາຊິກໃນຄອບຄົວໄດ້ຜູ້ລະ 187.500 ກີບຕໍ່ປີ.ທ່ານ ເຍຍວື ຢ່າໝົດປັນຍາບໍ່ສາມາດສົ່ງລູກເຂົ້າໂຮງຮຽນ ຕົກມາຮອດທ້າຍປີ 2003 ເຍຍວື່ຢ່າ ຈື່ງໄດ້ຕັດສີນໃຈໄປຢືມເງີນຈຳນວນ 6.000.000 ກີບຈາກທະນາຄານສົ່ງເສີມກະສິກຳ ມາຊື້ແມ່ພັນງົວ 3 ໂຕ ມາລ້ຽງຢູ່ບ້ານນ້ຳລ້ອງພໍດີໄດ້ 6 ເດືອນງົວຂອງລາວຂະຫຍາຍເພີ່ມ ອີກ 3 ໂຕລວມເປັນ 6 ໂຕ ເຊີ່ງເປັນກຳລັງໃຈໃຫ້ລາວ ເພີ່ມຄວາມເອົາໃຈໃສ່ດູແລເບີ່ງແຍງຫລາຍກ່ວາເກົ່າ ຜ່ານໄລຍະ 3 ປີ(2004 -2007) ລາວສາມາດສຳລະຕົ້ນທືນ ແລະ ດອກເບ້ຍທີ່ຕົນໄດ້ຢືມຈາກທະນາຄານ ງົວຂອງລາວໄດ້ເກີດແມ່ແຜ່ພັນເພີ່ມມາເປັນ 25 ໂຕ ນອກຈາກນັ້ນລາວໄດ້ຊື້ຕື່ມອີກ 10 ໂຕ ລວມເປັນ 35 ໂຕ.ນັບແຕ່ປີ 2007-2009 ນີ້ລາວໄດ້ຂາຍງົວ 7 ໂຕ ໃນລາຄາ 1 ໂຕ 3.500.000 ກີບ ເຊີ່ງເຮັດໃຫ້ລາວສາມາດສ້າງລາຍຮັບໄດ້ເຖີງ 24.500.000 ກີບ ເຮັດໃຫ້ລາວສາມາດຊື້ນາໄດ້ 1,8 ເຮັກຕາຊື້ລົດ ໄຖນາ 1 ຄັນ ແລະ ສາມາດສົ່ງລູກເຂົ້າໂຮງຮຽນພ້ອມທັງມີເງີນແຮໄວ້ອີກຈຳນວນໜື່ງ.ທ່ານ ເຍຍວືຢ່າ ຍັງໃຫ້ຮູ້ວ່າ”ສຳລັບການ ລ້ຽງງົວຂອງລາວມ່ນ:1. ຕ້ອງມີແຫລ່ງທີ່ຢູ່ອາໄສຂອງສັດທີ່ແນ່ນອນ 2. ຕ້ອງມີການຈັດແບ່ງຂະໜາດສັດ(ໝາຍຄວາມວ່າ) ງົວ ເຖິກໂຕ2-5 ປີໄວ້ບ່ອນໜື່ງບໍ່ໃຫ້ໂຕແມ່ຢູ່ນຳ 3. ສຳລັບໂຕແມ່ພັນພໍ່ພັນ ແລະ ລູກງົວນ້ອຍແມ່ນຢູ່ນຳກັນບ່ອນໜື່ງ.”“ໃນປີ 2010- 2015 ລາວຈະສູ້ຊົນລ້ຽງງົວໃຫ້ໄດ້ 100-130 ໂຕ”ເຊີ່ງສາມາດເວົ້າໄດ້ວ່າ ກິດຈະກຳລ້ຽງງົວດັ່ງກ່າວສາມາດຊ່ວຍຍູ້ດືງຊີວີດຂອງ ທ່ານ ເຍຍວືຢ່າ ແລະ ຄອບຄົວອອກຈາກຄວາມທຸກຍາກໄດ້ຢ່າງສີ້ນເຊີງ.
|

















