ເມນູຫຼັກ
| ຫນ້າທຳອິດ |
| ກ່ຽວກັບກະຊວງ |
| ການຮ່ວມມື |
| ຂ່າວທັງຫມົດ |
| ເວັບລິ້ງທີ່ກ່ຽວຂ້ອງ |
| ຄັງຮູບພາບ |
| ຄົ້ນຫາຂໍ້ມູນ |
| ຕິດຕໍ່ຫາທຸກພາກສ່ວນ |
ປ້ອງກັນພືດ
![]() ດາວໂຫຼດເອກະສານຕ່າງ ຂອງວຽກງານ ປ້ອງກັນພືດ |
ຈຳນວນຄົນເຊົ້າຍ່ຽມຊົມ






![]() | Today | 195 |
![]() | Yesterday | 499 |
![]() | This week | 1598 |
![]() | This month | 3719 |
![]() | All | 69594 |
LAo ForeCast
Vienatiane ( ນະຄອນຫລວງ )![]() Luangprabang (ຫລວງພຣະບາງ) ![]() Savannakhet (ສະຫວັນນະເຂດ) ![]() Champasak (ຈຳປາສັກ) ![]() |
|
|
|
| 4 ເປົ້າໝາຍທີ່ກະສິກຳ-ປ່າໄມ້ເລັ່ງ ໃສ່ຈັດຕັ້ງປະຕິບັດ 2006-2010 |
|
|
|
|
ທ່ານ ບຸນເສັງ ປະຖຳມະວົງ ຫົວໜ້າພະແນກກະສິກຳ-ປ່າໄມ້ແຂວງບໍລິຄຳໄຊໃຫ້ສຳພາດວ່າ: ໃນຊຸມປີຜ່ານມາການຈັດຕັ້ງປະຕິ ບັດເປົ້າໝາຍການຜະລີດສະບຽງອາຫານຍັງບໍ່ທັນສາມາດບັນລຸຄາດໝາຍເນື່ອງຈາກວ່າສະພາບດີນຟ້າອາກາດມີການປ່ຽນ ແປງ,ໄພທຳມະຊາດຂົ່ມຂູ່ໂດຍສະເພາະໄດ້ປະສົບກັບໄພນ້ຳຖ້ວມເຮັດໃຫ້ເນື້ອທີ່ນາປີທີ່ປັກດຳຫລາຍພັນເຮັກຕາບໍ່ໄດ້ເກັບກ່ຽວ. ແນວໃດກໍ່ຕາມ, ການຜະລີດສີນຄ້າພັດໄດ້ກາຍເປັນຂະບວນຟົ້ດຟື້ນໂດຍພືດທີ່ເປັນສີນຄ້າຫລາຍກ່ວາໝູ່ແມ່ນຜັກ ທີ່ມີເນື້ອທີ່ ປູກ 4.948 ເຮັກຕາ, ຢາສູບ 1.128 ເຮັກຕາ, ສາລີອາຫານສັດ 665 ເຮັກຕາ, ຖົ່ວດີນ 440 ເຮັກຕາ, ມັນຕົ້ນ 228 ເຮັກຕາ,ໝາກ ເຜັດ 279 ເຮັກຕາ, ເຊີ່ງສາມາດບັນລຸມູນຄ່າສີນຄ້າ 5.342.945 ໂດລາ, ການຜະລີດຊີ້ນງົວ,ຄວາຍໃນທົ່ວແຂວງສະໜອງໃຫ້ໂຮງ ງານຂ້າສັດໄດ້ປະມານ 2.500 ໂຕນ,ສົ່ງອອກງົວ,ຄວາຍຕາມຊາຍແດນ 5.000 ໂຕ.ອັນທີ່ພົ້ນເດັ່ນຄືການລ້ຽງງົວໂດຍໄດ້ເກີດ ມີຟາມລ້ຽງງົວ 24 ຟາມ,ຟາມລ້ຽງໝູ 84 ຟາມ,ຟາມລ້ຽງໄກ່ 6 ຟາມ ແລະ ຜະລີດຊີ້ນປາໄດ້ 13,7 ໂຕນຕໍ່ປີ.ສ່ວນເປົ້າໝາຍ ການຢຸດຕິການຖາງປ່າເຮັດໄຮ່ ໄດ້ເລັ່ງໃສ່ວຽກງານມອບດີນມອບປ່າໃຫ້ປະຊາຊົນ 318 ບ້ານ, 32.623 ຄອບຄົວກວມເອົາເນື້ອ ທີ່ກ່ວາ 7 ແສນເຮັກຕາ. ນອກນີ້,ຍັງໄດ້ປະຕິບັດຮູບແບບການຜະລີດເຂດເນີນສູງ,ຈັດສັນອາຊີບຄົງທີ່ຈາກການເຮັດໄຮ່ ແລະ ສຳລັບເປົ້າໝາຍການຄຸ້ມຄອງປ່າໄມ້ແບບຢືນນານຂອງລັດຖະບານກໍ່ໄດ້ຫັນເປັນແຜນການ,ໂຄງການ ແລະ ກິດຈະກຳຕ່າງໆ ໂດຍຕິດພັນ ກັບການຜັນຂະຫຍາຍຍຸດທະສາດປ່າໄມ້ແຕ່ນີ້ຫາປີ2020 ຂອງກະຊວງກະສິກຳ-ປ່າໄມ້ ເຊີ່ງທົ່ວແຂວງມີປ່າປ້ອງ ກັນ 14ແຫ່ງກວມເນື້ອທີ່ 285.646 ເຮັກຕາ, ປ່າສະຫງວນ 9 ແຫ່ງ ກວມເນື້ອທີ່ 364.328 ເຮັກຕາ, ປ່າຜະລີດ 6 ແຫ່ງ ກວມ ເນື້ອທີ່ 202,586 ເຮັກຕາ. ຂະນະດຽວກັນ,ກໍໄດ້ເອົາໃຈໃສ່ປັບປຸງ ແລະ ກໍ່ສ້າງລະບົບຊົນລະປະທານ ເພື່ອສະໜອງນ້ຳຮັບໃຊ້ ການຜະລີດເນື້ອທີ່ 6.000 ເຮັກຕາຈາກທັງໝົດ 85 ແຫ່ງ. ຂໍ້ມູນຈາກໜັງສືພີມລາຍວັນ ລາວພັດທະນາ ສະບັບທີ 1020 ລົງວັນທີ 22 ມີນາ 2010.
|

















