• JoomlaWorks Simple Image Rotator
  • JoomlaWorks Simple Image Rotator
  • JoomlaWorks Simple Image Rotator
  • JoomlaWorks Simple Image Rotator

ລະບົບບໍລິການ

ຈຳນວນຄົນເຊົ້າຍ່ຽມຊົມ

mod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_counter
mod_vvisit_counterToday182
mod_vvisit_counterYesterday499
mod_vvisit_counterThis week1585
mod_vvisit_counterThis month3706
mod_vvisit_counterAll69581

LAo ForeCast

Vienatiane ( ນະຄອນຫລວງ )

Luangprabang (ຫລວງພຣະບາງ)

Savannakhet (ສະຫວັນນະເຂດ)

Champasak (ຈຳປາສັກ)

ພືດຜັກຫຼາຍຊະນິດເລີ່ມຂຶ້ນລາຄາກ່ອນເຖິງປີໃໝ່ PDF Print E-mail
          ສິນຄ້າປະເພດພືດຜັກ ແລະ ອາຫານຫຼາຍຊະນິດເລີ່ມມີການເໜັງຕີງດ້ານລາຄາເຊີ່ງສາເຫດມາຈາກເກີດມີຄວາມຕ້ອງ
ການບໍລິໂພກຫຼາຍໃນຊ່ວງເທດສະການສະຫຼອງປີໃໝ່.
          ຈາກການລົງຕິດຕາມລາຄາສິນຄ້າຢູ່ຕະຫຼາດໃຫຍ່ສອງແຫ່ງຢູ່ນະຄອນຫຼວງວຽງຈັນຄືຕະຫຼາດຂົວດິນ  ແລະ  ຕະຫຼາດ
ທົ່ງຂັນຄຳເຫັນວ່າລາຄາພືດຜັກເລີ່ມມີການເໜັງຕີງຂຶ້ນລາຄາມາແຕ່ວັນທີ  25 ທັນວາ ໂດຍສະເພາະແມ່ນຜັກທີ່ນິຍົມກັນຫຼາຍ
ເຊັ່ນ:ຜັກສະລັດ ຈາກກິໂລລະ 5000 ຂຶ້ນເປັນ 8000 ກີບໝາກເຜັດກິໂລລະ 15.000 ກີບຂຶ້ນເປັນ 18.000 ກີບ  ແລະ ໝາກ
ເລັ່ນກິໂລລະ 4.000 ຂຶ້ນເປັນ 7000 ກີບ ແລະ ຜັກອື່ນໆກໍຈະມີການປັບລາຄາຂຶ້ນເຊັ່ນກັນ ໂດຍສະເລ່ຍຈະຢູ່ປະມານ 3000-
5000 ກີບ ບັນດາຊາວຄ້າຂາຍສັດຈຳນວນໜຶ່ງບ່ອນວ່າສາເຫດທີ່ພືດຜັກຫຼາຍປະເພດໄດ້ມີການປັບລາຄາແພງຂຶ້ນແມ່ນໄລຍະ
ນີ້ພວມຢູ່ໃນການກະກຽມສະຫຼອງປີໃໝ່ສາກົນເຮັດໃຫ້ມີຄວາມຕ້ອງການເພີ່ມຂຶ້ນຍ້ອນຜູ້ຄົນຕ້ອງການດ້ານສະບຽງອາຫານ
 ເພື່ອໄປຈັດງານລ້ຽງໃນເທດສະການດັ່ງກ່າວອີກຢ່າງໜື່ງພືດຜັກບາງປະເພດທີ່ມີຄວາມຕ້ອງການຂອງສັງຄົມກໍມີການຂາດ
ເຂີນບໍພໍກັບຄວາມຕ້ອງການຈຶ່ງເຮັດໃຫ້ມີການນຳເຂົ້າຈາກຕ່າງແຂວງຫຼືຈາກປະເທດໃກ້ຄຽງຈຶ່ງເຮັດໃຫ້ລາຄາສູງຂຶ້ນ.
          ເຖິງແນວໃດກໍຕາມການຂຶ້ນລາຄາຂອງສິນຄ້າສ່ວນຫຼາຍນີ້ ຈະເປັນການກຳນົດເອົາເອງຈາກບັນດາແມ່ຄ້າຫຼາຍກວ່າໂດຍ
ບໍ່ແມ່ນພາກລັກເປັນຜູ້ກຳນົດເຊິ່ງຄາດວ່າອາດຈະຍັງສົ່ງຜົນກະທົບດ້ານລາຄາກັນອີກໄປຕື່ມກໍເປັນໄດ້ໃນໄລຍະນີ້.

               ຂໍ້ມູນຈາກໜັງສືພິມ ລາຍວັນ ລາວພັດທະນາ ສະບັບທີ 963 ລົງວັນທີ 29 ທັນວາ 2009
 
© 2010 Ministry Of Agriculture and Forestry
Joomla! is Free Software released under the GNU General Public License.